ທີມງານປະເມີນຜົນຈາກອົງການພັດທະນາຂອງປະເທດສະວິດເຊີແລນ ປະເມີນການຈັດຕັ້ງປະຕິບັດໂຄງການຂອງ ທລຍ ຢູ່ບັນດາບ້ານເຂດຫ່າງໄກສອກຫລີກ
By Katharina Bracher
ໂດຍ: ແຄັດຕາລີນນາ ບຣາເຊີ
ເຮັດແນວໃດປະຊາຊົນຜູ້ທີ່ທຸກຍາກທີ່ສຸດຢູ່ເຂດຫ່າງໄກສອກຫລີກ ຈຶ່ງໄດ້ຮັບການກະຕຸກຊຸກຍູ້ ເພື່ອໃຫ້ສາມາດຢືນດ້ວຍລໍາແຂ່ງຂອງຕົນເອງໄດ້? ແລະ ເຮັດແນວໃດເຂົາເຈົ້າຈຶ່ງສາມາດປັບຕົວເຂົ້າກັບສັງຄົມລາວ ແລະ ມີສ່ວນຮ່ວມໃນການພັດທະນາດ້ານການສາສຶກສາ ແລະ ທາງດ້ານເສດຖະກິດ-ສັງຄົມ? ນັ້ນແມ່ນ 2 ຄໍາຖາມທີ່ ທລຍ ຊອກຫາຄໍາຕອບ ນັບຕັ້ງແຕ່ປີກໍ່ຕັ້ງ ທລຍ ໃນປີ 2003 ເປັນຕົ້ນມາ.
ທລຍ ບໍ່ພຽງແຕ່ໃຫ້ການສະໜັບສະໜູນທາງດ້ານພື້ນຖານໂຄງລ່າງ ເຊັ່ນ: ໂຮງຮຽນ, ຫົນທາງ ແລະ ສຸກສາລາ ເທົ່ານັ້ນ ແຕ່ ທລຍ ຍັງໄດ້ໃຫ້ການແນະນໍາວິທີການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນເອງ, ເຊິ່ງແມ່ນວິທີທີ່ຊາວບ້ານເປັນຜູ້ຕັດສິນໃຈດ້ວຍໂຕຂອງເຂົາເຈົ້າເອງ ໂດຍເລີ່ມຈາກການເຂົ້າຮ່ວມກອງປະຊຸມ ຢ່າງເປັນປົກກະຕິ ແລະ ລົງຄະແນນສຽງເພື່ອຕັດສິນເອົາບັນຫາຕ່າງໆ.
ໃນລະຫວ່າງການຢ້ຽມຢາມ ແລະ ເຮັດວຽກຢູ່ໃນທ້າຍເດືອນທັນວາ 2014 ຜ່ານມາ, ທີມງານປະເມີນຜົນຈາກ ອົງການພັດທະນາຂອງປະເທດສະວິດເຊີແລນ ໄດ້ຮູ້ເຖິງຄວາມຄຶບໜ້າຂອງການແກ້ໄຂຄວາມທຸກຍາກຢູ່ຫລາຍໆບ້ານຂອງເມືອງພູວົງ ແຂວງອັດຕະປື ແລະ ຢູ່ບ້ານພູປອດເຂດຫ່າງໄກສອກ ຫລີກຂອງເມືອງຈອມເພັດ ແຂວງຫລວງພະບາງ. ທີມງານປະເມີນຜົນ ໄດ້ສໍາພາດພະນັກງານ ທລຍ ຂັ້ນແຂວງ, ຂັ້ນເມືອງ ແລະ ຜູ້ຊີ້ນໍາກຸ່ມບ້ານຕະຫລອດເຖິງຊາວບ້ານຜູ້ທີ່ໄດ້ຮັບຜົນປະໂຫຍດຈາກ ໂຄງການ.
“ພວກເຮົາມີຄວາມພາກພູມໃຈທີ່ ໂຄງການ ທລຍ ຂອງພວກເຮົາໄດ້ຮັບການປະເມີນຈາກທີມງານ ຂອງອົງການພັດທະນາຂອງປະເທດສະວິດເຊີແລນ ແລະ ຫວັງວ່າການປະເມີນໃນຄັ້ງນີ້ ຈະເປັນການປັບປຸງວຽກງານຂອງ ທລຍ ພວກເຮົາໃຫ້ດີຂຶ້ນ” ທ່ານ ແສງເພັດ ວັນນະວົງ, ຫົວໜ້າພະແນກພັດທະນາຊຸມຊົນກ່າວ.
ວິທີການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນເອງນັ້ນ ໄດ້ສົ່ງຜົນເຮັດໃຫ້ຊຸມຊົນສາມາດຕັດສິນໃຈດ້ວຍຕົນເອງຢ່າງໝັ້ນໃຈ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແລະ ບໍາລຸງຮັກສາໂຄງການຍ່ອຍ ພ້ອມທັງເຮັດໃຫ້ການຄຸ້ມຄອງບໍລິຫານເງິນໂຄງການຍ່ອຍຢ່າງມີຄວາມຢືນຍົງ. “ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນ ໄດ້ຖືກນໍາມາໃຊ້ ເພື່ອຮັບປະກັນວ່າ ທລຍ ໄດ້ສະໜັບສະໜູນບັນດາໂຄງການພື້ນຖານໂຄງລ່າງທີ່ມາຈາກຄວາມຕ້ອງການຂອງຊາວບ້ານໂດຍແທ້ຈິງ” ທ່ານ ພໍາ ໄທຮຸ່ງ, ປຶກສາຈາກປະເທດຫວຽດນາມ,ຜູ້ທີ່ໄດ້ຮັບການມອບໝາຍຈາກອົງການພັດທະນາຂອງປະເທດສະວິດເຊີແລນ ໃນການສໍາຫລວດ ແລະ ການປະເມີນໃນຄັ້ງນີ້.
ຫລັກການທີ່ສໍາຄັນຂອງ ທລຍ ນັ້ນແມ່ນການເຂົ້າຮ່ວມຂອງກຸ່ມແມ່ຍິງ ແລະ ຊົນເຜົ່າໃນການຕັດສິນໃຈບັນຫາຕ່າງໆ. “ເປົ້າໝາຍແມ່ນເພື່ອເປີດໂອກາດໃຫ້ກຸ່ມຜູ້ດ້ອຍໂອກາດໄດ້ມີສ່ວນຮ່ວມໃນການວາງແຜນ ແລະ ດໍາເນີນການກໍ່ສ້າງໂຄງການຍ່ອຍຂອງພວກເຂົາເຈົ້າ” ທ່ານ ຮຸ່ງກ່າວຕື່ມ.
ທລຍ ໄດ້ນໍາໃຊ້ວິທີດັ່ງກ່າວນີ້ສໍາລັບການພັດທະນາທ້ອງຖິ່ນ ໂດຍການນໍາໃຊ້ຂະບວນການວາງແຜນແບບມີສ່ວນຮ່ວມຢູ່ລະດັບບ້ານ, ຊຶ່ງໃນນັ້ນ ພໍ່ແມ່ປະຊາຊົນແຕ່ລະບ້ານໃຜກໍຕາມ ບໍ່ຈໍາເປັນຕ້ອງຈໍາແນກວ່າມີສະຖານະຄວາມທຸກຍາກຄືແນວໃດ, ບໍ່ໄດ້ຈໍາແນກເພດ ແລະ ປະຫວັດທີ່ມາ ໝາຍຄວາມວ່າ ໝົດທຸກຄົນໄດ້ຖືກເຊື້ອເຊີນເຂົ້າຮ່ວມກອງປະຊຸມວາງແຜນຂັ້ນບ້ານ ເພື່ອຊີ້ບອກໃຫ້ເຫັນສິ່ງໃດແມ່ນບຸລິມະສິດຄວາມຕ້ອງການຂອງຕົນ.
“ເພື່ອຮັບປະກັນວ່າ ກຸ່ມຜູ້ດ້ອຍໂອກາດສ່ວນໃຫຍ່ ເຊັ່ນ: ກຸ່ມແມ່ຍິງ ຫລື ຜູ້ທຸກຍາກ ທີ່ແມ່ນຊົນເຜົ່າ ໄດ້ມີໂອກາດຈັດລຽງບຸລິມະສິດຄວາມຕ້ອງການຂອງເຂົາເຈົ້າ ໂດຍການໃຊ້ວິທີປ່ອນແກ່ນສາລີ ແລະ ກ້ອນຫີນ” ທ່ານ ຮຸ່ງ , ຊຶ່ງລາວເປັນຊ່ຽວຊານຜູ້ໜຶ່ງທີ່ໄດ້ຮັບການຍອມຮັບຢູ່ຫວຽດນາມ.
“ເຫັນໄດ້ວ່າຊາວບ້ານຫລາຍກວ່າ 52 ເປີເຊັນ ໄດ້ເຂົ້າຮ່ວມກອງປະຊຸມວາງແຜນປະຈໍາປີ 2014 ແລະ ໃນນັ້ນ 46 ເປີເຊັນແມ່ນແມ່ຍິງ ແລະ 66 ເປີເຊັນແມ່ນຊົນເຜົ່າ” ທ່ານ ຮຸ່ງກ່າວ.
ທລຍ ໄດ້ຈັດກອງປະຊຸມເປັນກຸ່ມນ້ອຍໆ ທັ້ງນີ້ ເພື່ອຮັບປະກັນການມີສ່ວນຮ່ວມຂອງຊາວບ້ານ ກ່ອນທີ່ຈະໄດ້ຈັດກອງປະຊຸມຂັ້ນບ້ານ ເຊິ່ງຈະເປັນບ່ອນທີ່ໃຫ້ຊາວບ້ານນໍາສະເໜີ ແລະ ປຶກສາຫາລືຄວາມຕ້ອງການ ແລະ ບຸລິມະສິດໃນການລົງທຶນຂອງພວກເຂົາເຈົ້າ.
“ພວກເຮົາຫວັງວ່າວິທີການດັ່ງກ່າວນີ້ ຈະຮັບປະກັນໃຫ້ແກ່ຜູ້ທຸກຍາກທີ່ສຸດ ໄດ້ມີການປຶກສາຫາລື ແລະ ຮັບຮອງເອົາຄວາມຕ້ອງການຂອງຕົນ, ໂດຍເລີ່ມຈາກການປະກອບສ່ວນໜຶ່ງຄໍາຄິດຄໍາເຫັນຂອງຕົນຢູ່ກອງປະຊຸມຂອງບ້ານ” ທ່ານ ແສງເພັດກ່າວ. ລາວຍັງມີຄວາມໜັ້ນໃຈວ່າພໍ່ແມ່ປະຊາຊົນຜູ້ທຸກຍາກທີ່ສຸດ ກໍຈະມີຄວາມສາມາດໃນການພັດທະນາທ້ອງຖິ່ນຂອງຕົນ ລາວຍົກຕົວຢ່າງໃຫ້ເຫັນວ່າ ຊ້າງສາມາດໃຊ້ງວງຂອງມັນແຕ້ມຮູບໄດ້ຢ່າງສວຍງາມ ເພາະວ່າມັນໄດ້ຜ່ານການຝຶກຫັດ ທັ້ງທີ່ຊ້າງແມ່ນສັດປະເພດໜຶ່ງ ບໍ່ມີພາສາປາກເວົ້າ, ຍາກໃນການສື່ສານ...ສະນັ້ນ, ຈຶ່ງເຊື່ອໝັ້ນວ່າ ຜູ້ທຸກຍາກຈະມີຄວາມສາມາດເຊັ່ນກັນ ຖ້າຫາກເຂົາເຈົ້າໄດ້ຮັບການຝຶກອົບຮົມທີ່ເໝາະສົມ.
ອົງການພັດທະນາຂອງປະເທດສະວິດເຊີແລນ ເປັນພາກສ່ວນຫລັກໃນການໃຫ້ທຶນແກ່ ທລຍ. ເຊິ່ງເທື່ອທໍາອິດ ໃນປີ 2010 ທີ່ອົງການດັ່ງກ່າວໄດ້ໃຫ້ທຶນສະໜັບສະໜູນເປັນມູນຄ່າປະມານ 7.3 ລ້ານໂດລາສະຫະລັດ ແລະ 13,2 ລ້ານໂດລາສະຫະລັດ ເທື່ອທີສອງ ສະໜັບສະໜູນໃຫ້ແກ່ ທລຍ ໄລຍະທີ 2 (2012-2016), ທີມງານປະເມີນຜົນ ໄດ້ດໍາເນີນການປະເມີນຜົນໄດ້ຮັບ ແລະ ສິ່ງທ້າທາຍຕ່າງໆທີ່ອາດຈະເກີດຂຶ້ນຕໍ່ວຽກງານ ທລຍ 2.