ຫ້ວຍຫອງ ບ້ານຕົວແບບ ຮັກສາໂຄງການຍ່ອຍ
ໂດຍ:ສິນນະຄອນ ອິນທິລາດ
ບ້ານຫ້ວຍຫອງ ເປັນບ້ານໜື່ງ ທີ່ຢູ່ຫ່າງໄກທີ່ສຸດ ຂອງກຸ່ມບ້ານ ກົກໝາກ, ເມືອງວິລະບຸລີ ແຂວງສະຫວັນນະເຂດ. ເມືອງ ດັ່ງກ່າວ ແມ່ນນອນຢູ່ໃນເປົ້າໝາຍຂອງ ການສະໜັບສະໜູນ ຈາກ ທລຍ ນັບແຕ່ໄລຍະທີ 1 ເປັນຕົ້ນມາ. ບ້ານຫ້ວຍຫອງມີ 53 ຄົວເຮືອນ, ມີພົນລະເມືອງທັງໝົດ 353 ຄົນ, ຍິງ 210 ຄົນ , ແຕ່ກ່ອນບ້ານນີ້ເປັນບ້ານທີ່ມີເສັ້ນທາງເຂົ້າເຖີງຫຍຸ້ງຍາກຫຼາຍທີ່ສຸດ, ແລະ ໄລຍະທາງແຕ່ເທດ ສະບານເມືອງໄປຫາບ້ານນີ້ ປະມານ 45 ກິໂລແມັດ, ຖ້າຈະໄປຫາບ້ານ ຕ້ອງໄດ້ຍ່າງຢ່າງດຽວ ແມ່ນແຕ່ລົດຈັກ ກໍບໍ່ສາມາດຂີ່ເຂົ້າໄປໄດ້ ຖ້າຈະໄປຕາມທາງເຮືອ ໄລຍະທາງຈະໄກອອກໄປອີກເພາະວ່າ ລໍາຫ້ວຍຄົດໂຄ້ງ.
ຫຼັງຈາກທີ່ ທລຍ ໄດ້ເຂົ້າໄປໃຫ້ການສະໜັບສະໜູນ ຊາວບ້ານ ຈຶ່ງໄດ້ເລືອກເອົາ ການທະລຸເສັ້ນທາງມາເປັນບຸລິມະສິດທີໜື່ງ ຮ່ວມກັບບ້ານອື່ນໆ ໃນກຸ່ມບ້ານ ຈາກນັ້ນປີຕໍ່ມາຄື ປີ 2004-05 ຮອບວຽກທີ 3 ກໍໄດ້ເລືອກເອົາການກໍ່ສ້າງໂຮງຮຽນ ເປັນໂຮງຮຽນ 2 ຫ້ອງ ເພື່ອໃຫ້ລູກຫຼານຂອງພວກເຂົາເຈົ້າ ໄດ້ຮັບການສືກສາ. ພາຍຫຼັງທີ່ໄດ້ຮັບ ເສັ້ນທາງ ແລະ ໂຮງຮຽນແລ້ວ ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໃນບ້ານ ກໍມີການປ່ຽນແປງທີ່ດີຂື້ນ ...ພ້ອມນັ້ນ ພວກເຂົາເຈົ້າຍັງໄດ້ມີການກໍານົດວັງສະຫງວນ ອັນເປັນແຫຼ່ງອາຫານຕາມທໍາມະຊາດນໍາອີກ ອັນເປັນສາຍເຫດເຮັດໃຫ້ປາ ແລະ ອາຫານຕາມທໍາມະຊາດ ນ້ອຍໃຫຍ່ມີຫຼາກຫຼາຍເກີດຂື້ນຕື່ມ, ປະຈຸບັນນີ້ແມ່ນມີປາຫລອດເຫຼືອອອກໄປນອກເຂດວັງ ສະຫງວນ, ພໍ່ແມ່ປະຊາຊົນສາມາດຄວາງແຫ, ໃສ່ມອງເອົາມາເປັນອາຫານໄດ້ຢ່າງສະດວກສະ ບາຍ.
ສ່ວນການປົກປັກຮັກສາຄຸ້ມຄອງນໍາໃຊ້ໂຄງການຍ່ອຍທີ່ພວກເຂົາເຈົ້າໄດ້ຮັບນັ້ນ, ພວກເຂົາເຈົ້າກໍໄດ້ມີການຮັກສາໄດ້ເປັນຢ່າງດີ ມີກົດລະບຽບທີ່ດີ ແລະໄດ້ຖືກຈັດຕັ້ງປະຕິບັດເປັນປົກກະຕິ ລວມທັງມີຄະນະກໍາມະການທີ່ມີການເຄື່ອນໄຫວ ແລະ ມີກອງທືນເຕີບໂຕຂື້ນທຸກໆປີ ດ້ວຍການເກັບຈາກຄົວເຮືອນ ລະ 24,000ກີບ ຕໍ່ປີ ແລະໄດ້ມີການກວດກາຕິດຕາມເປັນປະຈໍາ ຖ້າມີການເປ່ເພເລັກນ້ອຍ ກໍໄດ້ປົວແປງດ້ວຍຕົນເອງ ເຮັດໃຫ້ໂຄງການຍ່ອຍ ທີ່ພວກເຂົາເຈົ້າໄດ້ຮັບຕັ້ງແຕ່ ຮອບວຽນ ທີ 1 ແລະ ທີ 3 ລວມອາຍຸການໄດ້ ເກືອບ 9-10 ປີ ມາຮອດປະຈຸບັນນີ້ກໍຍັງສາມາດນໍາໃຊ້ໄດ້ດີ ອີງໃສ່ຜົນງານ ແລະ ຄວາມເປັນເຈົ້າການໃນການປົກປັກຮັກສາ ແລະ ບູລະນະສ້ອມແປງໂຄງການຍ່ອຍທີ່ກ່າວມາຂ້າງເທີງນັ້ນ ຈຶ່ງເຮັດໃຫ້ເຂົາເຈົ້າໄດ້ຮັບໂຄງການອື່ນໆອີກ ເຊັ່ນ: ໂຄງການສ້ອມແປງເສັ້ນທາງແລະ ກໍ່ສ້າງຂົວອູ່. ສະນັ້ນ, ເຫັນໄດ້ວ່າ ພວກເຂົາເຈົ້າມີຄວາມເອົາໃຈໃສ່ໃນການປົກປັກຮັກສາ ບູລະນະສ້ອມແປງ ລວມທັງເອົາໃຈໃສ່ຄຸ້ມຄອງນໍາໃຊ້ຢ່າງມີປະສິດທິພາບ ແລະ ຍຶນຍົງ ກຸ້ມຄ່າແກ່ການລົງທຶນທີ່ສຸດ. ພ້ອມນັ້ນມາຮອດ ໄລຍະ ທລຍ 2 ໃນຮອບວຽນ ທີ 12. ຍ້ອນຈໍານວນ ນັກຮຽນເພີ່ມຂື້ນເລື້ອຍໆ ຫ້ອງຮຽນ 2 ຫ້ອງ ມີນັກຮຽນ 5 ຊັ້ນ. ຊັ້ນ 1 ມີນັກຮຽນຫຼາຍກວ່າ 30 ຄົນ, ສະນັ້ນ ພໍ່ແມ່ປະຊາຊົນໃນບ້ານຫ້ວຍຫອງເຫັນວ່າຄວາມຈໍາເປັນຫລາຍ ເຂົາເຈົ້າຈື່ງເລືອກເອົາການກໍ່ສ້າງໂຮງຮຽນ ເພີ່ມຕື່ມ ເພື່ອອໍານວຍຄວາມສະດວກໃຫ້ແກ່ການສືກສາຂອງລູກຫຼານ ສືບຕໍ່ໄປ. ເພາະສະນັ້ນ, ບ້ານດັ່ງກ່າວ ຈຶ່ງແມ່ນບ້ານຕົວແບບຂອງ ທລຍ ກ່ຽວກັບ ການບູລະນະສ້ອມແປງ ແລະ ຄຸ້ມຄອງບໍລິຫານໂຄງການຍ່ອຍຂອງ ທລຍ . ບົດຮຽນດັ່ງກ່າວ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຊຸມຊົນມີຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດດ້ວຍຕົນເອງ, ຊຶ່ງມັນຕອບສະໜອງໄດ້ຕາມຄໍາຂັວນຂອງ ທລຍ ທີ່ວ່າ : ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ .