Published on Poverty Reducetion Fund (https://prflaos.org/test)

Home > ທລຍ ເມືອງຕະໂອ້ຍສໍາເລັດການຈັດຊື້-ຈັດຈ້າງ ຮອບວຽນ 13 (ສົກປີ 2016-2017)

ທລຍ ເມືອງຕະໂອ້ຍສໍາເລັດການຈັດຊື້-ຈັດຈ້າງ ຮອບວຽນ 13 (ສົກປີ 2016-2017) [1]

Posting Date: 
22 Apr 2016

ທລຍ ​ເມືອງຕະ​ໂອ້​ຍສໍາ​ເລັດ​ການຈັດ​ຊື້-ຈັດ​ຈ້າງ ຮອບວຽນ 13 (ສົກ​ປີ 2016-2017)


​ໂດຍ: ທລຍ ​ເມືອງ​ຕະ​ໂອ້​ຍ

 

ໃນວັນທີ 21 ເມສາ 2016 ທລຍ ​ເມືອງ​ຕະ​ໂອ້​ຍ ​ໄດ້​ຈັດ​ກອງ​ປະຊຸມ​ເປີດ​ຊອງ​ປະມູນໂຄງການຍ່ອຍຮອບວຽນທີ 13 (ສົກປີ 2016-2017) ​ຮ່ວງທຶນທະນາຄານໂລກ (IDA) ​ໂດຍພາຍໃຕ້ການເປັນປະທານຂອງ ທ່ານບຸນເຮືອງ ວຽງມະນີ, ຄະນະປະຈຳພັກເມືອງຮອງເຈົ້າເມືອງຯຕະໂອ້ຍ ທັງເປັນຜູ້ຊີ້ນຳວຽກງານ ທລຍ ເມືອງຕະໂອ້ຍ ​ແລະ ການ​ເຂົ້າ​ຮ່ວມຂອງຄະນະກຳມະການປະມູນຂັ້ນບ້ານ​ແລະ​ຂັ້ນກຸ່ມ​ ​​ໂດຍ​ການ​ເປັນ​ສັກຂີພະຍານ​ຂອງຫົວໜ້າຫ້ອງ ການອ້ອມຂ້າງເມືອງ, ຫົວໜ້າກຸ່ມບ້ານແລະບ້ານທີ່ໄດ້ຮັບໂຄງການຍ່ອຍ ພ້ອມດ້ວຍບໍລິສັດແລະ ຜູ້ປະກອບການທຸລະກິດທີ່​ມີ​ຄວາມ​ສົນ​ໃຈ ລວມ ຜູ້ເຂົ້າຮ່ວມທັງໝົດມີຈຳນວນ 30 ທ່ານ .ຍີງ 04  ທ່ານ.

ສໍາລັບເມືອງຕະໂອ້ຍໄດ້ຮັບທຶນຊ່ວຍເຫລືອຈາກກອງທຶນຫລຸດຜ່ອນຄວາມທຸກຍາກ (ຮ່ວງທຶນທະນາຄານໂລກ (IDA) ຮອບວຽນ13 (ສົກປີ 2016-2017)ມີ 03 ໂຄງການທີ່ຄະນະກຳມະ ການປະມູນຂັ້ນບ້ານ​ແລະ​ຂັ້ນກຸ່ມ ​​ໄດ້​ເປັນ​ເຈົ້າ​ການເປີດຊອງປະມູນໃນຄັ້ງນີ້ປະກອບມີ:ໂຄງການກໍ່ສ້າງຂົວ ແລະ ທໍ່ບ້ານປະເຕມ, ກຸ່ມດູບ ແມ່ນ ບໍລິສັດ ພີພີແອວ​ເປັນ​ຜູ້​ຊະນະ​ການ​ປະມູນດ້ວຍ​ມູນ​ຄ່າ371,647,623ກີບ, ໂຄງການກໍ່ສ້າງຂົວແລະທໍ່, ບ້ານ​ ໂຈະ​ໃຕ້, ກຸ່ມ ໂຈະ ແມ່ນບໍລິສັດ​ພີພີແອວເປັນ​ຜູ້​ຊະນະ​ການ​ປະມູນດ້ວຍ​ມູນ​ຄ່າ 369,305,200ກີບໂຄງການກໍ່ສ້າງສຸກສາລາ, ບ້ານ​ ສ້ອມຕາມ, ກຸ່ມ ຕະປືນ​ ແມ່ນບໍລິສັດເປັນ​ຜູ້​ຊະນະ​ການ​ປະມູນ ດ້ວຍ​ມູນ​ຄ່າ291,961,284ກີບ.

 

ເຖິງ​ແນວ​ໃດ​ກໍ​ດີ ທັງ 3 ​ໂຄງການ​ຍ່ອຍ​ທີ່​ໄດ້​ເປີດ​ຊອງ​ປະມູນໃນ​ຄັ້ງ​ນີ້ນັ້ນ ທາງຄະນະກຳມະການປະ ມູນຂັ້ນບ້ານ​ແລະ​ຂັ້ນກຸ່ມ ຈະ​ໄດ້​ພິຈະ​ລະນາ ກວດກາ​ເອກະສານ​ການ​ປະມູນ ​ແລະ ມາດຕະຖານ​ອຸປະ ກອນ​ການ​ກໍ່ສ້າງ​ວ່າ ຖືກຕ້ອງ​ຕາມ​ແບບ ​ແລະ ມາດ ຖານ​ທີ່​ໄດ້​ກໍານົດ​ໄວ້​​ໃນ​ເບື້ອງ​ຕົ້ນຫລື​ບໍ່​ແລ້ວ​ຈຶ່ງ​ຕັດ ສິນຮັບຮອງ​ເອົາ​ບໍລິສັດ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ມາ​ລົງມື​ຈັດ​ຕັ້ງ​ປະຕິບັດ​​ໂຄງການ​ຍ່ອຍ​ເຫລົ່າ​ນັ້ນໃນ​ໄວໆ​ນີ້.

ຕອນ​ທ້າຍ​ກອງ​ປະຊຸມ​ ທ່ານບຸນເຮືອງ ວຽງມະນີ ຄະ ນະປະຈຳພັກເມືອງຮອງເຈົ້າເມືອງຯຕະໂອ້ຍທັງເປັນຜູ້ຊີ້ນຳວຽກງານ ທລຍ ເມືອງຕະໂອ້ຍ​ໄດ້​ເນັ້ນຫນັກ​ໃຫ້​ແຕ່​ລະ​ພາກສ່ວນ​ວ່າ:ສະເໜີໃຫ້​ອຳນາດ​ການ​ປົກຄອງ​ບ້ານ ​ແລະ ຊຸມ​ຊົນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ການ​ປະກອບ​ສ່ວນ​ຕາມ​ທ່່າແຮງ​ ແລະ​ ລາຍການ​ຂອງ​ໂຄງການ​ທີ່​ໄດ້​ຕົກລົງ​ຢູ່​ກອງ​ປະຊຸມ​ຮັບຮອງ​ແບບ​ຜ່ານ​ມາ. ສ່ວນຂອດ​ປະສານ​ງານ​ຕ່າງຯ ​ລະຫວ່າງ​ຂັ້ນ​ບ້ານກັບ​ບໍລິສັດ,ບ້ານ​ກັບ​ ທລຍ ຫລື ຫ້ອງການ​ກ່ຽວຂ້ອງ​ຕ້ອງ​ຮັບຜິດຊອບ​ຕາ​ມຂະ​ແຫນ​ງການ​ຂອງ​ຕົນ​ຕິດຕາມ​ໃຫ້ ​ມີ​ຜົນສຳ​ເລັດ. ສໍາລັບບ້ານ​ທີ່​ໄດ້​ຮັບ​ໂຄງການ​ຕ້ອງ​ເປັນ​ ເຈົ້າ​ການ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ແລະ ​ກວດກາ​ການ​ກໍ່ສ້າງທຸກ​ຂັ້ນ​ຕອນ ແລະ ທຸກ​ພາກສ່ວນ​ຕ້ອງ​ມີ​ຄວາມ​ສາມັກຄີ​ຢ່າງ​ແຫນ້ນ​ແຟ້ນຈັດ​ຕັ້ງ​ປະຕິບັດ​ຕາມ​ແນວ ທາງ​ຂອງ​ພັກ-ລັດ ​ວາງ​ອອກ​ເພື່ອ​ແກ້​​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃຫ້​ໄດ້​ຮັບ​ການ​ບໍລິການ​ພື້ນຖານ​ໂຄງ​ລ່າງ​ຂອງ​ລັດ​ຢ່າງ​ທົ່ວ​ເຖິງ. ຂ້າ ພະເຈົ້າຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດກອງປະຊຸມເປີດຊອງປະມູນໃນຄັ້ງນີ້ ວ່າມີຄວາມໂປ່ງໃສ, ຊຸມຊົນມີຄວາມສາມາດ ແລະ ເປັນເຈົ້າການໃນການດໍາເນີນການເປີດຊອງດ້ວຍຕົນທຸກຂັ້ນຕອນ ແລະ ໃນຕໍ່ໜ້າກໍຢາກໃຫ້ສືບຕໍ່ປະຕິບັດແບບນີ້ຕໍໄປ.

Attachment: 
File Prf Saravan news1.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%97%E0%BA%A5%E0%BA%8D-%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%E0%BA%95%E0%BA%B0%E0%BB%82%E0%BA%AD%E0%BB%89%E0%BA%8D%E0%BA%AA%E0%BB%8D%E0%BA%B2%E0%BB%80%E0%BA%A5%E0%BA%B1%E0%BA%94%E0%BA%81%E0%BA%B2%E0%BA%99%E0%BA%88%E0%BA%B1%E0%BA%94%E0%BA%8A%E0%BA%B7%E0%BB%89-%E0%BA%88%E0%BA%B1%E0%BA%94%E0%BA%88%E0%BB%89%E0%BA%B2%E0%BA%87-%E0%BA%AE%E0%BA%AD%E0%BA%9A%E0%BA%A7%E0%BA%BD%E0%BA%99-13-%E0%BA%AA%E0%BA%BB%E0%BA%81%E0%BA%9B%E0%BA%B5-2016-2017

Links:
[1] https://prflaos.org/test/news/newspaper/%E0%BA%97%E0%BA%A5%E0%BA%8D-%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%E0%BA%95%E0%BA%B0%E0%BB%82%E0%BA%AD%E0%BB%89%E0%BA%8D%E0%BA%AA%E0%BB%8D%E0%BA%B2%E0%BB%80%E0%BA%A5%E0%BA%B1%E0%BA%94%E0%BA%81%E0%BA%B2%E0%BA%99%E0%BA%88%E0%BA%B1%E0%BA%94%E0%BA%8A%E0%BA%B7%E0%BB%89-%E0%BA%88%E0%BA%B1%E0%BA%94%E0%BA%88%E0%BB%89%E0%BA%B2%E0%BA%87-%E0%BA%AE%E0%BA%AD%E0%BA%9A%E0%BA%A7%E0%BA%BD%E0%BA%99-13-%E0%BA%AA%E0%BA%BB%E0%BA%81%E0%BA%9B%E0%BA%B5-2016-2017
[2] https://prflaos.org/test/sites/default/files/news/1025/attachment/Prf%20Saravan%20news1.docx