Published on Poverty Reducetion Fund (https://prflaos.org/test)

Home > ຄວາມຄືບໜ້າຂອງການກໍ່ສ້າງໂຮງຮຽນອະນຸບານ ບ້ານ ຜາເຜີ້ງ ກຸ່ມ ສັນຫຼວງ

ຄວາມຄືບໜ້າຂອງການກໍ່ສ້າງໂຮງຮຽນອະນຸບານ ບ້ານ ຜາເຜີ້ງ ກຸ່ມ ສັນຫຼວງ [1]

Posting Date: 
31 May 2016

ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່ສ້າງ​ໂຮງຮຽນອະນຸບານ ບ້ານ ຜາ​ເຜີ້ງ ກຸ່ມ ສັນ​ຫຼວງ

ໂດຍ: ນາງ ​ແວວ ຄຳ​ມູນ​ທາ

 

ບ້ານ ຜາ​ເຜີ້ງ ​ແມ່ນ​ບ້ານ​ໜຶ່ງ ທີ່​ຂຶ້ນ​ກັບ​ກຸ່ມ​ບ້ານ ສັນ​ຫຼວງ ​ເມືອງ​ຄູນ ​ແຂວງ ຊຽງ​ຂວາງ ຫ່າງ​ຈາກ​ເທດສະບານ​ເມືອງ​ປະມານ 25 ກິ​ໂລ​ແມັດ ປະກອບ​ມີ 84 ຄອບ​ຄົວ,ຈຳນວນພົນ 350 ຄົນ ຍິງ 252 ຄົນ ອາຊີບຕົ້ນຕໍຂອງເຂົາເຈົ້າແມ່ນເຮັດນາ ປູກຝັງ ແລະ ລ້ຽງສັດແມ່ນອາຊີບສຳຮອງ.

          ໄລຍະຜ່ານມາ ບ້ານ ຜາ​ເຜີ້ງ ແມ່ນບໍ່ມີໂຮງຮຽນພຽງພໍ ພົບຄວາມຫຍຸ້ງຍາກເດັກນ້ອຍໃນເກນອາຍຸເຂົ້າໂຮງຮຽນ

ກໍ່ບໍ່ໄດ້ເຂົ້າໂຮງຮຽນເປັນປົກກະຕິ ​ແລະ ໄດ້ປ່ຽນກັນຮຽນຕອນເຊົ້າ, ຕອນແລງ ຖ້າຈະໄປເຂົ້າໂຮງຮຽນຢູ່ບ້ານອື່ນ​ແມ່ນຫ​ຍຸ້ງ​ຍາກ ​ແລະ ​ເຮັດ​ໃຫ້​ເດັກນ້ອຍ​ບໍ່​ທັນ​ໂຮງຮຽນ.

          ຕົກມາຮອດຮອບວຽນ 13 ສົກປີ 2015-2016 ບ້ານ ຜາ​ເຜີ້ງ ແມ່ນບ້ານໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກ ທລຍ ເຂົ້າໃນການກໍ່ສ້າງໂຮງຮຽນອະນຸບານ 2 ຫ້ອງ ມູນ​ຄ່າ 272,667,138 ກີບ ໃນນັ້ນ ທຶນ ທລຍ ແມ່ນ 239,558,138ກີບ ​ແລະ ຊຸມຊົນປະກອບສ່ວນ​ທາງ​ດ້ານ​ແຮງ​ງານ ​ແລະ ວັດຖຸ​ທ້ອງ​ຖິ່ນ​ ຄິດ​ເປັນ​ເງິນ 33,109,000 ກີບ .

          ການກໍ່ສ້າງ​ໄດ້ເລີ່ມລົງມື ແຕ່ວັນທີ່16/2/2016ປະຈຸບັນຄວາມຄືບໜ້າແມ່ນໄດ້ປະມານ​ໄດ້​ປະມານ 50% ຄາດວ່າຈະໃຫ້ສຳເລັດພາຍໃນທ້າຍເດືອນ ມິຖຸນາ 2016 ນີ້.

          ທ່ານ ​ເຍ່ຍປາວ​ເລົ່າຈົງ​ຫວາ ນາຍບ້ານ ບ້ານ ຜາ​ເຜີ້ງ ພ້ອມດ້ວຍພໍ່ແມ່ປະຊາຊົນໝົດບ້ານໄດ້ກ່າວວ່າ: “ມີຄວາມດີອົກດີໃຈຫຼາຍທີ່ ທລຍ ໄດ້ໃຫ້ທຶນໃນການກໍ່ສ້າງໂຮງຮຽນຫຼັງນີ້ ຜ່ານມາບ້ານພວກ​ເຮົາ​ແມ່ນ​ພົບ​ຄວາມຫ​ຍຸ້ງ​ຍາກ​ຫຼາຍ​ຍ້ອນ​​ໂຮງຮຽນ​ບໍ່​ພຽງພໍ​ເດັກນ້ອຍຮຽນບໍ່​ເຕັມ​ເມັດ​ເຕັມ​ໜ່ວຍ ​ຖ້າ​ໂຮງຮຽນ​ຫລັງ​ນີ້​ສໍາ​ເລັດ​ແລ້ວ​ຄາດ​ວ່າ​ຈະ​ສາມາດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ໄປ​ຮຽນ​ຢູ່​ໄກ ​ແລະ ​ເດັກນ້ອຍ​ກໍ​ຈະ​ໄດ້​ຮຽນ​ຢ່າງ​ພ້ອມພຽງ​ກັນ​ໝົດ​ທຸກ​ຄົນ ແລະ ຈະໄດ້ຫຼຸດຜ່ອນການກືກໜັງສືໃນອານາຄົດ“.  

ທ່ານ ​ເຢ່ຍປາວ​ເລົ່າ​ຈົງ​ຫວາ ​ກ່າວ​ຕື່ມ​ວ່າ: ປະຊາຊົນ​ໝົດ​ບ້ານພ້ອມແລ້ວທີ່ຈະສ້າງກອງທຶນໃນການປົກປັກຮັກສາເພື່ອໃຫ້ໂຄງການມີຄວາມຍືນຍົງ ແລະ ນຳໃຊ້ໄດ້ຕະຫຼອດໄປ.

Attachment: 
Microsoft Office document icon School_XKh.doc [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BA%84%E0%BA%B7%E0%BA%9A%E0%BB%9C%E0%BB%89%E0%BA%B2%E0%BA%82%E0%BA%AD%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%81%E0%BB%8D%E0%BB%88%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BB%82%E0%BA%AE%E0%BA%87%E0%BA%AE%E0%BA%BD%E0%BA%99%E0%BA%AD%E0%BA%B0%E0%BA%99%E0%BA%B8%E0%BA%9A%E0%BA%B2%E0%BA%99-%E0%BA%9A%E0%BB%89%E0%BA%B2%E0%BA%99-%E0%BA%9C%E0%BA%B2%E0%BB%80%E0%BA%9C%E0%BA%B5%E0%BB%89%E0%BA%87-%E0%BA%81%E0%BA%B8%E0%BB%88%E0%BA%A1-%E0%BA%AA%E0%BA%B1%E0%BA%99%E0%BA%AB%E0%BA%BC%E0%BA%A7%E0%BA%87

Links:
[1] https://prflaos.org/test/news/newspaper/%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BA%84%E0%BA%B7%E0%BA%9A%E0%BB%9C%E0%BB%89%E0%BA%B2%E0%BA%82%E0%BA%AD%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%81%E0%BB%8D%E0%BB%88%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BB%82%E0%BA%AE%E0%BA%87%E0%BA%AE%E0%BA%BD%E0%BA%99%E0%BA%AD%E0%BA%B0%E0%BA%99%E0%BA%B8%E0%BA%9A%E0%BA%B2%E0%BA%99-%E0%BA%9A%E0%BB%89%E0%BA%B2%E0%BA%99-%E0%BA%9C%E0%BA%B2%E0%BB%80%E0%BA%9C%E0%BA%B5%E0%BB%89%E0%BA%87-%E0%BA%81%E0%BA%B8%E0%BB%88%E0%BA%A1-%E0%BA%AA%E0%BA%B1%E0%BA%99%E0%BA%AB%E0%BA%BC%E0%BA%A7%E0%BA%87
[2] https://prflaos.org/test/sites/default/files/news/1037/attachment/School_XKh.doc