Published on Poverty Reducetion Fund (https://prflaos.org/test)

Home > ບ້ານ ຈ່າວາດມີນໍ້າລິນຊົມໃຊ້ຢ່າງສະດວກສະບາຍ

ບ້ານ ຈ່າວາດມີນໍ້າລິນຊົມໃຊ້ຢ່າງສະດວກສະບາຍ [1]

Posting Date: 
06 Jul 2016

 ບ້ານ ຈ່າວາດມີ​ນໍ້າ​ລິນ​ຊົມ​ໃຊ້​ຢ່າງ​ສະດວກ​ສະບາຍ  

​ໂດຍ: ຂົງຄໍາ ອີນຍະ​ຊາງ

 

-       ບ້ານ​ຈ່າວາດ​ເປັນ​ບ້ານໜື່ງທີ່​ຂື້ນ​ກັບ ກຸ່ມ​ສົມປານ ​ເມືອງ​ລອງ ​ແຂວງຫຼວງນ້ຳ​ທາ ມີ​ໄລຍະ​ທາງ​ຫ່າງ​ໄກ​ຈາກ​ເທດສະບານ​ເມືອງ​ລອງ ​ແຂວງ​ຫລວງ​ນໍ້າ​ທາ 68ກີ​ໂລ​ແມັດ,ຈາກກຸ່ມ18 ກິໂລແມັດ. ​ບ້ານ​ດັ່ງກ່າວເປັນ​ຊົນ​ເຜົ່າ​ອາຄາ,ຖື​ສາສະໜາຜີ, ປະ ກອບ​ມີ 38ຫຼັງຄານ​ເຮືອນ,ມີ 49ຄອບຄົວ ​ແລະ ມີ​ພົນລະ​ເມືອງທັງໝົດ 233 ຄົນ, ຍິງ115ຄົນ,ອາຊີບ​ຫຼັກຕົ້ນຕໍ່ຂອງ​ພໍ່​ແມ່​ປະຊາຊົນ​​ແມ່ນ​ເຮັດ​ໄຮ່,​ເຮັດ​ສວນ ​ແລະ ປູກຝັງ​ລ້ຽງສັດ​ແມ່ນອາຊີບສໍາຮອງ.​

ທ່ານ ອາພີ ນາຍບ້ານ​ບ້ານ​ຈ່າວາດໃຫ້​ຮູ້​ວ່າ: “ໃນ​ໄລຍະ​ຜ່ານ​ມາ ການ​ຊົມ​ໃຊ້​ນ້ຳ​ແມ່ນ​ມີ​ຄວາມ​ຫຍຸ້ງ ຍາກຫຼາຍ ​ເນື່ອງ​ຈາກວ່າ​ບໍ່ມີນໍ້າໃຊ້ຢູ່​ກັບບ້ານ ຕ້ອງ​ໄດ້​ໄປ​ຕັກ​ນໍ້າ​​ແມ່ ມາ​ຊົມ​ໃຊ້“.

    ຕົກ​ມາ​ຮອກ​ສົກ​ປີ 2015-2016ບ້ານ​ດັ່ງກ່າວ ​ໄດ້​ຮັບ​ທຶນຊ່ວຍເຫຼືອຈາກ ກອງ​ທຶນຫຼຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​​ໂດຍ​ສະ​ເພາະ​ແມ່ນໂຄງການ​ກໍ່ສ້າງລະບົບນ້ຳ​ລີ​ນ,ປະກອບມີ1ຫົວງານ,1ອ່າງເກັບນໍ້າ, 5ລານກ໊ອກ ແລະ ມີຄວາມຍາວຫ່າງຈາກຫົວງານໄປຫາລານກ໋ອກ 2000 ແມັດ ​ເຊິ່ງ​ໄດ້ນຳໃຊ້ງົບປະມານລວມທັງໝົດ135ລ້ານກວ່າກີບ,ໃນນັ້ນທຶນຂອງ ທລຍ124 ລ້ານກວ່າກີບ ແລະ ຊຸມຊົນປະກອບສ່ວນໂດຍສະເພາະແມ່ນວັດຖຸທ້ອງຖິ່ນ ແລະ ແຮງງານຄິດໄລ່ເປັນເງິນ11ລ້ານກວ່າກີບ.

​ ໂຄງການດັ່ງກ່າວ​ໄດ້​ເລີ່​ມລົງມື​ຈັດ​ຕັ້ງ​ປະຕິບັດ ​ໃນ​ວັນ​ທີ13/5/2015 ​ເປັນ​ຕົ້ນ​ມາ ​ປະຈຸ​ບັນ​​ໂຄງການ​ດັ່ງກ່າວໄດ້ສຳ​ເລັດ 100% ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ​ໄດ້ຊົມ​ໃຊ້​ນ້ຳ​ເປັກ​ປົກກະຕິ.ພາຍຫຼັງທີ່​​ໂຄງການ​ກໍ່ສ້າງ​ໄດ້​ສຳ​ເລັດ​ລົງ​ໄປ ປະຊາຊົນ​ພາຍ​​ໃນ​ບ້ານ​ແມ່ນ​ໄດ້​ແບ່ງຄວາມ​ຮັບຜິດຊອບ ​ໃຫ້​ແຕ່​ລະ​ຄອບ​ຄົວ,​ແຕ່​ລະ​ກຸ່ມ​ນຳ​ໃຊ້​ນ້ຳ ​ເຮັດ​ຮົ້ວ​ອ້ອມ, ​ແລະ ​ເຮັດ​ເຮືອນ​ມຸງກ໊ອກ,​ກະຕ່າ​ຂີ້​ເຫຍື້ອ​ ​ເພື່ອ​ສ້າງ​ຄວາມ​ສະດວກ​ສະບາຍ​ໃນ​ການ​ຊົມ​ໃຊ້, ສ້າງ​ຕັ້ງ​ກອງ​ທຶນບູລະນະ​ສ້ອມ​ແປງ​ ​ເພື່ອ​ນຳ​ໃຊ້​ໃນ​ກໍລະນີ​ເກີດ​ມີ​ການ​ເປ່​ເພ ຂອງ​ລະບົບ​ນ້ຳ​ລີ​ນ, ນອກຈາກ​ນັ້ນ​ປະຊາຊົນ​ພາຍ​ໃນ​ບ້ານ ​ໄດ້ກໍານົດເອົາ​ຂອບ​ເຂດບໍລິ​ເວນ​ຫົວ​ງານນ້ຳ​ລີ​ນ​ເປັນ​ປ່າ​ສະຫງວນຂອງ​ບ້ານ ​ເພື່ອ​ເປັນ​ການ​ປົກ​ປັກ​ຮັກສາ​ແຫຼ່ງນ້ຳ​ເຮັດ​ໃຫ້​ມີ​ນ້ຳ​ກິນ - ນຳ​ໃຊ້​ຕະຫຼອດປີ.

Attachment: 
Microsoft Office document icon Gravity fed water system.doc [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%9A%E0%BB%89%E0%BA%B2%E0%BA%99-%E0%BA%88%E0%BB%88%E0%BA%B2%E0%BA%A7%E0%BA%B2%E0%BA%94%E0%BA%A1%E0%BA%B5%E0%BA%99%E0%BB%8D%E0%BB%89%E0%BA%B2%E0%BA%A5%E0%BA%B4%E0%BA%99%E0%BA%8A%E0%BA%BB%E0%BA%A1%E0%BB%83%E0%BA%8A%E0%BB%89%E0%BA%A2%E0%BB%88%E0%BA%B2%E0%BA%87%E0%BA%AA%E0%BA%B0%E0%BA%94%E0%BA%A7%E0%BA%81%E0%BA%AA%E0%BA%B0%E0%BA%9A%E0%BA%B2%E0%BA%8D

Links:
[1] https://prflaos.org/test/news/newspaper/%E0%BA%9A%E0%BB%89%E0%BA%B2%E0%BA%99-%E0%BA%88%E0%BB%88%E0%BA%B2%E0%BA%A7%E0%BA%B2%E0%BA%94%E0%BA%A1%E0%BA%B5%E0%BA%99%E0%BB%8D%E0%BB%89%E0%BA%B2%E0%BA%A5%E0%BA%B4%E0%BA%99%E0%BA%8A%E0%BA%BB%E0%BA%A1%E0%BB%83%E0%BA%8A%E0%BB%89%E0%BA%A2%E0%BB%88%E0%BA%B2%E0%BA%87%E0%BA%AA%E0%BA%B0%E0%BA%94%E0%BA%A7%E0%BA%81%E0%BA%AA%E0%BA%B0%E0%BA%9A%E0%BA%B2%E0%BA%8D
[2] https://prflaos.org/test/sites/default/files/news/1047/attachment/Gravity%20fed%20water%20system.doc