Published on Poverty Reducetion Fund (https://prflaos.org/test)

Home > ຊຸມຊົນຜູ້ທຸກຍາກຈະໄດ້ຮັບການສະໜັບສະໜູນ ຈາກ ທລຍ 350 ໂຄງການ ປີ 2017

ຊຸມຊົນຜູ້ທຸກຍາກຈະໄດ້ຮັບການສະໜັບສະໜູນ ຈາກ ທລຍ 350 ໂຄງການ ປີ 2017 [1]

Posting Date: 
23 Jun 2017

ຊຸມ​ຊົນ​ຜູ້​ທຸກ​ຍາກ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ ຈາກ ທລຍ 350 ​ໂຄງການ ປີ 2017

​ໂດຍ: ທລຍ

ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ໄລຍະ II ປີ 2012-2016 ຜ່ານ​ມາ, ​ໂດຍ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ຫລ້າ ​ແລະ ທຶນ​ສົມທົບ​ລັດຖະບານ ຈຳນວນ​ທັງ​ໝົດ 1,931 ​ໂຄງການ ເຊັ່ນ: ໂຄງການ​ກໍ່ສ້າງ ​ແລະ ສ້ອມ​ແປງເສັ້ນທາງ​ຊົນນະບົດ ຈຳນວນ 264 ​ເສັ້ນ (ຍາວທັງ​ໝົດ 421,41 ກິ​ໂລ​ແມັດ); ​ໂຄງການ​ຂົວ​ຂ້າມ​ນ້ຳ 57 ​ແຫ່ງ; ​ໂຄງການຈັດ​ສັນ​ຜັງ​ບ້ານ ​ແລະ ທໍ່​ລອດ​ທາງ 30 ​ແຫ່ງ; ​ໂຄງການ​ສະໜອງຕາ​ຄ່າ​ຍ​ໄຟຟ້າ​ຂະໜາດ​ນ້ອຍ 19 ​ແຫ່ງ; ​ໂຄງການກໍ່ສ້າງ ​ແລະ ສ້ອມ​ແປງ​ໂຮງຮຽນ 563 ​ແຫ່ງ (ລວມ 1,338 ຫ້ອງ); ​ໂຄງການກໍ່ສ້າງ ​ແລະ ສ້ອມ​ແປງ​ລະບົບ​ນ້ຳ​ສະອາດ 588 ​ແຫ່ງ; ​ໂຄງການ​ກໍ່ສ້າງ ​ແລະ ສ້ອມ​ແປງ​ຊົນລະປະທານ ​ແລະ ຝາຍ​ກັ້ນ​ນ້ຳ 108 ​ແຫ່ງ ​ແລະ ​ໂຄງການ​ຕະຫຼາດ​ຊຸມ​ຊົນ 9 ​ແຫ່ງ , ມີມູນ​ຄ່າ 400 ກວ່າ​ຕື້​ກີບ, ທີ່​ນອນ​ຢູ່​ເຂດ​ເປົ້າ​ໝາຍ​ຫຼາຍ​ກວ່າ 1.300 ກວ່າ​ບ້ານ, ກວມ​ເອົາ 683.797 ກວ່າ​ຄົນ. ​ໃນ​ນັ້ນ, ​ເປັນ​ເພດ​ຍິງ​ກວມ​ເອົາ​ 50 % ​ແລະ ຊົນ​ເຜົ່າ​ສ່ວນ​ນ້ອຍ​ຫຼາຍ​ກວ່າ 60 % ຂອງ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ໝົດ. ຄຽງ​ຄູ່​ກັນນັ້ນ, ​ໃນການຈັດ​ຕັ້ງ​ປະຕິບັດ​​ວຽກ​ງານຂອງ ທລຍ ທີ່​ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ແລະ ປະຊາຊົນ ໃຫ້ເພີງຕົນ​ເອັງ, ກຸ້ມ​ຕົນ​ເອັງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອັງ ກໍ​ເປັນສິ່ງ​ສຳຄັນ​ທີ່ປະກອບ​ສ່ວນໃນການຍູ້​ແຮງ​ໃຫ້​ວຽກ​ງານ​ຂອງ​ຕົນ​ມີ​ຜົນສຳ​ເລັດຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍຕາມ​ແຜນການ​ທີ່​ວາງ​ໄວ້.

ທລຍ 3 ​ໄດ້​ຖືກ​ອອກ​ແບບ ​ ເພື່ອ​ເພີ່ມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ​ ໃນ​ຂະ​ບວນການ​ພັດທະນາ​ຢູ່​ຂັ້ນ​ທ້ອງ​ຖິ່ນ ​ໂດຍ​ສະ​ເພາະ ​ແມ່ນ​ແມ່ຍິງ, ຊົນ​ເຜົ່າ ແລະ ກຸ່ມຜູ້ດ້ອຍໂອກາດ​. ທລຍ ຈະ​ເຮັດ​ວຽກ​ຢູ່ 1.823 ບ້ານ, 263 ກຸ່ມ​ບ້ານ, 43 ເມືອງ ຂອງ 10 ​ແຂວງ​ເປົ້າ​ໝາຍ ຄື: ຫົວພັນ, ຊຽງ​ຂວາງ, ຫລວງ​ນໍ້າ​ທາ, ຫລວງ​ພະ​ບາງ, ອຸດົມ​ໄຊ, ຜົ້ງ​ສາລີ, ສະຫວັນ​ນະ​ເຂດ, ​ເຊ​ກອງ, ອັດ​ຕະປື ​ແລະ ສາລະ​ວັນ ​ເຊິ່ງ​ເປັນ​ແຂວງ​ທີ່​ມີ​ອັດຕາຄວາມທຸກ​ຍາກສູງ​ພໍ​ສົມຄວນ.

ແຫ​ລ່ງທຶນ ທລຍ 3:

1.ລັດຖະບານແຫ່ງ ສປປ ລາວ 6 ລ້ານ​ໂດ​ລາ​ສະຫະລັດ

2. ທະນາຄານໂລກ  30 ລ້ານ​ໂດ​ລາ​ສະຫະລັດ

3. ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ  18 ລ້ານ​ໂດ​ລາ​ສະຫະລັດ

 

ສໍາລັບ​ປີ 2017 ​ເຊິ່ງ​ເປັນ​ປີ​ທໍາ​ອິດ​ຂອງ​ການຈັດ​ຕັ້ງ​ປະຕິບັດ ທລຍ 3 (2017-2019) ​ໃນ​ນັ້ນ ປະກອບມີ 3 ໜ້າວຽກໃຫຍ່ ຄື: 1) ວຽກງານການປັບປຸງພື້ນຖານໂຄງລ່າງປະກອບມີ 350 ໂຄງການ ທີ່ໄດ້ຮັບຮອງໃນເບື້ອງຕົ້ນ ຄາດວ່າຈະໃຊ້ງົບປະມານທັງໝົດ 10,4 ລ້ານໂດລາສະຫະລັດ, 2)ການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ (ການຝຶກອົບຮົມ, ການທັດສະນະສຶກສາ ແລະ ການຢ້ຽມຢາມຕ່າງໆ) ແລະ 3)ເອົາໃຈໃສ່ຕິດຕາມ ຄວາມຄືບໜ້າຂອງວຽກງານປັບປຸງຊີວິດການເປັນຢູ່ ປະກອບມີ 915 ກຸ່ມຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ເຄື່ອນໄຫວຢູ່ 2 ແຂວງຄື: ແຂວງສະຫວັນນະເຂດ ແລະ ແຂວງຫົວພັນ;

ປະຈຸ​ບັນ​ບັນດາ​ໂຄງການ​ຕ່າງໆ​ເຫລົ່າ​ນັ້ນ ​ໄດ້​ຢູ່​ໃນ​ຂັ້ນ​ຕອນສໍາ​ເລັດ​ປະມູນ ​ແລະ ກໍາລັງ​​ເລີ່​ມລົງມືຈັດ​ຕັ້ງ​ປະຕິບັດ​ແລະ ຄາດ​ວ່າ​ຈະ​ໃຫ້​ສໍາ​ເລັດ​ໃນ ​ເດືອນ ຕຸລາ ຈະ​ມາ​ເຖິງ​ນີ້. ຖ້າວ່າ​ໂຄງການ​ດັ່ງກ່າວ​ເຫ​ລົ່ານັ້ນ​ສໍາ​ເລັດ ​ແລະ ​ໃຫ້​ຊຸມ​ຊົນ​ເປັນ​ຜູ້​ຄຸ້ມ​ຄອງ​ນໍາ​ໃຊ້​ແລ້ວ ຈະ​ສາມາດ​ຊ່ວຍ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ໃນ​ເຂດ​ພື້ນ​ທີ່​ເປົ້າ​ໝາຍ​ຂອງ ທລຍ ​ໃນ​ລະດັບ​ໃດ​ໜຶ່ງ.

 

Attachment: 
File 350 ​ໂຄງການ.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%8A%E0%BA%B8%E0%BA%A1%E0%BA%8A%E0%BA%BB%E0%BA%99%E0%BA%9C%E0%BA%B9%E0%BB%89%E0%BA%97%E0%BA%B8%E0%BA%81%E0%BA%8D%E0%BA%B2%E0%BA%81%E0%BA%88%E0%BA%B0%E0%BB%84%E0%BA%94%E0%BB%89%E0%BA%AE%E0%BA%B1%E0%BA%9A%E0%BA%81%E0%BA%B2%E0%BA%99%E0%BA%AA%E0%BA%B0%E0%BB%9C%E0%BA%B1%E0%BA%9A%E0%BA%AA%E0%BA%B0%E0%BB%9C%E0%BA%B9%E0%BA%99-%E0%BA%88%E0%BA%B2%E0%BA%81-%E0%BA%97%E0%BA%A5%E0%BA%8D-350-%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99-%E0%BA%9B%E0%BA%B5-2017

Links:
[1] https://prflaos.org/test/news/newspaper/%E0%BA%8A%E0%BA%B8%E0%BA%A1%E0%BA%8A%E0%BA%BB%E0%BA%99%E0%BA%9C%E0%BA%B9%E0%BB%89%E0%BA%97%E0%BA%B8%E0%BA%81%E0%BA%8D%E0%BA%B2%E0%BA%81%E0%BA%88%E0%BA%B0%E0%BB%84%E0%BA%94%E0%BB%89%E0%BA%AE%E0%BA%B1%E0%BA%9A%E0%BA%81%E0%BA%B2%E0%BA%99%E0%BA%AA%E0%BA%B0%E0%BB%9C%E0%BA%B1%E0%BA%9A%E0%BA%AA%E0%BA%B0%E0%BB%9C%E0%BA%B9%E0%BA%99-%E0%BA%88%E0%BA%B2%E0%BA%81-%E0%BA%97%E0%BA%A5%E0%BA%8D-350-%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99-%E0%BA%9B%E0%BA%B5-2017
[2] https://prflaos.org/test/sites/default/files/news/1099/attachment/350%20%E2%80%8B%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99.docx