Published on Poverty Reducetion Fund (https://prflaos.org/test)

Home > ບ້ານມົກຕົ້ນ ກຸ່ມສຳພັນໄຊ ເມືອງຫຼາ ແຂວງ ອຸດົມໄຊ ໄດ້ຂົວຂ້າມນໍ້າແລ້ວ

ບ້ານມົກຕົ້ນ ກຸ່ມສຳພັນໄຊ ເມືອງຫຼາ ແຂວງ ອຸດົມໄຊ ໄດ້ຂົວຂ້າມນໍ້າແລ້ວ [1]

Posting Date: 
12 Jun 2018

ບ້ານມົກຕົ້ນ ກຸ່ມສຳພັນໄຊ ເມືອງຫຼາ ແຂວງ ອຸດົມໄຊ ໄດ້ຂົວຂ້າມນໍ້າແລ້ວ

ໂດຍ: ຄຳພັນ ພັນທະວົງ

ໃນທ້ານເດືອນ ພຶດສະພາ 2018 ຜ່ານມາ, ຢູ່ບ້ານມົກຕົ້ນ ກຸ່ມສໍາພັນໄຊ ເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບຂົວເບຕົ່ງເສີມເຫຼັກ ໃຫ້ແກ່ພໍ່ແມ່ປະຊາຊົນບ້ານມົກຕົ້ນໄດ້ຄຸ້ມຄອງນຳໃຊ້ ໂດຍມີ ທ່ານ ນາງ ສົມລີ ສີອ່ອນຕາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ເມືອງຫລາ, ຜູ້ຊີ້ນຳວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກເມືອງຫຼາ, ທ່ານຄຳພັນ ພັນທະວົງ ຫົວໜ້າຫ້ອງການ ທລຍ ແຂວງອຸດົມໄຊ ພ້ອມທິມງານ, ຄະນະກຳມະການຄຸ້ມຄອງໂຄງການຂັ້ນເມືອງ, ຕາງໜ້າຈາກບໍລິສັດພູໄຊຜູ້ຮັບເໝົາກໍ່ສ້າງ, ທິມງານຂັ້ນບ້ານ, ອົງຄະນະພັກບ້ານ ນາຍບ້ານ ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນ ພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການກໍ່ສ້າງຂົວເບຕົ່ງເສີມເຫຼັກແຫ່ງດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜຸນງົບປະມານການກໍ່ສ້າງຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃນຮອບວຽນ 15 ປີ 2018 ທີ່ມີມູນຄ່າທັງໝົດ 276 ລ້ານກວ່າກີບ,ໃນນັ້ນທຶນ ທລຍ ແມ່ນ 265 ລ້ານກວ່າກີບ ແລະ ທຶນປະກອບສ່ວນຂອງຊຸມຊົນຈຳນວນ 11 ລ້ານກີບ ເຊິ່ງລົງມືກໍ່ສ້າງເລີ່ມແຕ່ວັນທີ 1 ເມສາ 2018 ແລະ ສໍາເລັດໃນວັນທີ 17 ພຶດສະພາ 2018. ໂຄງການກໍ່ສ້າງຂົວເບຕົ່ງເສີມເຫຼັກດັ່ງກ່າວ ແມ່ນໄດ້ ສຳເລັດຕາມລະດັບຄາດໝາຍ ແລະ ຄຸນນະພາບຕາມມາດຖານທີ່ໄດ້ກຳນົດໄວ້ໃນສັນຍາ ແລະ ກົດໝາຍຂອງລັດ ໃນພິທີຜູ້ຕາງໜ້າຈາກທິມງານຂັ້ນບ້ານ ໄດ້ຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ພ້ອມທັງສະທ້ອນໃຫ້ເຫັນ ຈຸດດີ ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຈັດຕັ້ງປະຕິບັດ, ໄດ້ມີການປະກອບຄໍາຄິດຄໍາເຫັນຂອງບັນ ດາທ່ານຄະນະກຳມະການຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ຢ່າງກົງໄປກົງມາ  ໃນຕອນທ້າຍ ທ່ານ ນາງສົມລີ ສີອ່ອນຕາ ຮອງເຈົ້າເມືອງໆຫຼາ ໄດ້ມີຄຳຄິດຄຳເຫັນໂອ້ລົມພໍ່ແມ່ປະຊາຊົນ ພ້ອມທັງເນັ້ນໜັກໃນການຄຸ້ມຄອງນຳໃຊ້, ການປົກປັກຮັກສາ ສິ່ງກໍ່ສ້າງໃຫ້ມີຄວາມຍືນຍົງ ພ້ອມທັງກ່າວມອບສິ່ງກໍ່ສ້າງດັ່ງກ່າວໃຫ້ພໍ່ແມ່ປະຊາຊົນເປັນເຈົ້າຂອງໃນການນຳໃຊ້ ແລະ ປົກປັກຮັກສາ.

ບ້ານມົກຕົ້ນ ເປັນບ້ານຊົນເຜົ່າກຶມມຸ, ຕັ້ງຢູ່ຫ່າງຈາກເທດສະບານເມືອງຫຼາ 28 ກິໂລແມັດ, ປະກອບ ມີ 48 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 240 ຄົນ, ຍິງ 105 ຄົນ. ເປັນບ້ານທີ່ຕັ້ງຢູ່ເຂດຫ່າງໄກສອກຫລີກ ແລະ ທຸກຍາກທີ່ສຸດ ໃນ 9 ບ້ານຂອງກຸ່ມສໍາພັນໄຊ, ມີອາຊີບເຮັດນາ, ໄຮ່ ແລະ ປູກຝັງລ້ຽງສັດເປັນອາຊີບຕົ້ນຕໍ

ຕາມການໃຫ້ສຳພາດຂອງ ທ່ານຄຳສຸກ ນາຍບ້ານບ້ານມົກຕົ້ນໃຫ້ຮູ້ວ່າ ພໍແມ່ປະຊາຊົນມີຄວາມດີໃຈຫລາຍທີ່ໄດ້ມີຂົວໃໝ່ໃຫ້ຊົມໃຊ້ ຜ່ານມາປະຊາຊົນພວກເຮົາພົບຄວາມຫຍຸ້ງຍາກຫລາຍ ເຖິງຈະເປັນນໍ້າຫ້ວຍນ້ອຍ ແຕ່ເວລາຝົນຕົກມານໍ້າຈະໄຫລແຮງ ແມ່ຍິງ ແລະ ເດັກນ້ອຍບໍ່ສາມາດໄປໄດ້ ແຕ່ລະປີໄດ້ນຳພາປະຊາຊົນຕັດໄມ້ມາເຮັດຂົວ ແບບປະຖົມປະຖານ ເວລາຝົນຕົກນໍ້ານອງ ກໍ່ໄດ້ໃຫ້ຂົວດັ່ງກ່າວຖືກນໍ້າຊຸກໜີໄປ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການໄປມາ ແຕ່ພໍໄດ້ຂົວໃໝ່ທີ່ແໜ້ນໜາ ຖາວອນແລ້ວ ຕໍ່ໄປພວກເຮົາຈະພ້ອມກັນປົກປັກຮັກສາ ຂົວນີ້ໃຫ້ດີທີ່ສຸດ ແລະ ຂໍຂອບໃຈນຳພັກ-ລັດ ຂັ້ນເທິງ ກໍຄື ທລຍ ທີ່ເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອມາຕະຫລອດ.

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%9A%E0%BB%89%E0%BA%B2%E0%BA%99%E0%BA%A1%E0%BA%BB%E0%BA%81%E0%BA%95%E0%BA%BB%E0%BB%89%E0%BA%99-%E0%BA%81%E0%BA%B8%E0%BB%88%E0%BA%A1%E0%BA%AA%E0%BA%B3%E0%BA%9E%E0%BA%B1%E0%BA%99%E0%BB%84%E0%BA%8A-%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%E0%BA%AB%E0%BA%BC%E0%BA%B2-%E0%BB%81%E0%BA%82%E0%BA%A7%E0%BA%87-%E0%BA%AD%E0%BA%B8%E0%BA%94%E0%BA%BB%E0%BA%A1%E0%BB%84%E0%BA%8A-%E0%BB%84%E0%BA%94%E0%BB%89%E0%BA%82%E0%BA%BB%E0%BA%A7%E0%BA%82%E0%BB%89%E0%BA%B2%E0%BA%A1%E0%BA%99%E0%BB%8D%E0%BB%89%E0%BA%B2%E0%BB%81%E0%BA%A5%E0%BB%89%E0%BA%A7

Links:
[1] https://prflaos.org/test/news/newspaper/%E0%BA%9A%E0%BB%89%E0%BA%B2%E0%BA%99%E0%BA%A1%E0%BA%BB%E0%BA%81%E0%BA%95%E0%BA%BB%E0%BB%89%E0%BA%99-%E0%BA%81%E0%BA%B8%E0%BB%88%E0%BA%A1%E0%BA%AA%E0%BA%B3%E0%BA%9E%E0%BA%B1%E0%BA%99%E0%BB%84%E0%BA%8A-%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%E0%BA%AB%E0%BA%BC%E0%BA%B2-%E0%BB%81%E0%BA%82%E0%BA%A7%E0%BA%87-%E0%BA%AD%E0%BA%B8%E0%BA%94%E0%BA%BB%E0%BA%A1%E0%BB%84%E0%BA%8A-%E0%BB%84%E0%BA%94%E0%BB%89%E0%BA%82%E0%BA%BB%E0%BA%A7%E0%BA%82%E0%BB%89%E0%BA%B2%E0%BA%A1%E0%BA%99%E0%BB%8D%E0%BB%89%E0%BA%B2%E0%BB%81%E0%BA%A5%E0%BB%89%E0%BA%A7