Published on Poverty Reducetion Fund (https://prflaos.org/test)

Home > ບ້ານໂຮມພັນດີເດັ່ນເຂົ້າໃນການກໍ່ສ້າງຂົວນ້ຳລົ້ນ

ບ້ານໂຮມພັນດີເດັ່ນເຂົ້າໃນການກໍ່ສ້າງຂົວນ້ຳລົ້ນ [1]

Posting Date: 
09 Jul 2014

ບ້ານ​ໂຮມ​ພັນ​ດີ​ເດັ່ນ​ເຂົ້າ​ໃນ​ການ​ກໍ່ສ້າງ​ຂົວນ້ຳ​ລົ້ນ


  


                                                       ໂດຍ:ເສີດ​ນິລັນ ພຸດ​ທະປັນຍາ


 


   ບ້ານ​ໂຮມ​ພັນເປັນ​ບ້ານ​ໜື່ງທີ່​ຂື້ນ​ກັບ​ກຸ່ມ ​ສົບ​​ເລົ້າ ​ຊືງຢູ່​ຫ່າງ​ຈາກ​ເທດສະບານ​ເມືອງ ​ຫົວ​ເມືອງ ປະມານ 70 ກມ, ປະກອບມີ119ຄອບຄົວ,ມີ​ພົນລະ​ເມືອງ​ທັງ​ໝົດ 547 ຄົນ,ຍິງ 263 ຄົນ, ປະຊາຊົນ​ບ້ານ​ດັ່ງກ່າວ ມີ​ອາຊີບ​ທຳ​ມາ​ຫາ​ກິນ​ທາງ​ດ້ານ​ການ​ເຮັດ​ນາ,ປູກຝັງ​ແລະ​ລ້ຽງສັດ.​ໃນ​ໄລຍະຜ່ານມາ ​ບ້ານ​ດັ່ງກ່າວ​ແມ່ນ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍທີ່​ສຸດໃນ​ການ​​ໄປ​ທຳ​ການ​ຜະລິດ​​ແລະ​ລ້ຽງສັດ​ຢູ່​​ພາກ​ນ້ຳ​ເບື້ອງ​ນັ້ນ. ​​ແຕ່ລະ​ປີ​ຊາວບ້ານ​ຕ້ອງ​ໄດ້​ພາກັນຕັດ​ໄມ້ມາ​ເຮັດ​ຂົວ​ແລະ​ ສ້ອມ​ແປງຕະຫຼອດ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ເສຍ​ເວລາ​ທຳ​ມາ​ຫາ​ກີ​ນ.ສະ​ນັ້ນ​ເມືອ​ຕົກ​ມາ​ຮອດສົກ​ປີ (2013-2014)ບ້ານ​ດັ່ງກ່າວ​ຈີ​ງ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ເຂົ້າ​ໃນ​ການ​ກໍ່ສ້າງ​ຂົວນ້ຳ​ລົ້ນຈາກ ທລຍ ຕາມ​ການ​ຮຽກຮ້ອງ​ຂອງ​ຊຸມ​ຊົນ​ທີ່​ໄດ້​ຈັດ​​​ເຂົ້າ​ໃນ​ແຜນ​ພັດທະນາ​ຂັ້ນ​ກຸ່ມ​ບ້ານ.​ ໂຄງການ​ດັ່ງກ່າວ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ໃນຕົ້ນ​ເດືອນ ​ເມສາ ປີ 2014 ການ​ກໍ່ສ້າງຂົວ​ທີ່​ມີ​ຄວາມ​ຍາວ 35 ​ແມັດ ນັ້ນ​ໃຊ້​ເວລາ​ພຽງ​ແຕ່​ເດືອນ​ກ່ວາເທົ້າ​ນັ້ນກໍ​ສໍາ​ເລັດ. ​ເນື່ອງ​ຈາກ​ວ່າ​ຊຸມ​ຊົນ​ໄດ້​ເປັນ​ເຈົ້າ​ການ​​ປະກອບສ່ວນທາງ​ດ້ານ​ແຮງ​ງານ,ວັດ​ສະດຸ​ທ້ອງ​ຖິ່ນ​ທີ່​ຈຳ​​ເປັນ,​ເຂົ້າ​ໃນ​ການ​ກໍ່ສ້າງ,​ແບ່ງປັນ​ກັນ​​ຕິດຕາມ​ແລະ​ສະ​ໜອງ​ແຮງ​ງານ​ຕາມຄວາມ​ຕອງ​ການ​ຂອງ​ຜູ້​ຮັບ​ເໝົາ. ຜ່ານ​ການ​ກໍ່ສ້າງ​ໄລຍະ​ເດືອນ​ກ່ວາ​ຜ່ານ​ມາແມ່ນ​ບໍ​ມີ​ຄວາມ​ຫຍຸ້ງຍາກ​ຍອ້ນຊາວບ້ານທຸກ​ຄົນ​ໄດ້​ເປັນ​ເຈົ້າໂຄງການຕາມ​ຄວາມ​ຕ້ອງການທີ່​ຢາກ​ໄດ້​ຂົວຂ້າມ​ນ້ຳ.​ໂດຍ​ຄິດ​ໄລ່​ມູນ​ຄ່າ​ການ​ປະກອບ​ສວ່ນຂອງ​ຊຸມ​ຊົນ​ທັງ​ໝົດຈຳນວນ: 8.818.000 ກີບ. ​ທຶນ ທລຍ ​ໃຫ້ການ​ຊ່ວຍ​ເຫຼືອ​: 259.901.688 ກີບ. ​ເຊິ່ງ​ໄດ້​ມີ​ການກວດ 100% ​ໃນ​ທ້າຍເດືອນມີ​ຖຸນາ​ 2014 ຜ່ານ​ມາ​ນີ້ ​ແລະ​ ​ໄດ້ມອບ​ໃຫ້​​ຊຸມ​ຊົນ​ເປັນ​ຜູ້​ຊົມ​ໃຊ້​ໃຫ້​ທັນ​ກັບ​ລະດູ​ການ​ຜະລິດ​ ​ແລະ ​ເກັບ​ກ່ຽວຂອງ​ຊາວບ້ານ. ນອກ​ຈາກ​ບ້ານ​ໂຮມ​ພັນທີ່​ໄດ້​ຊົມ​ໃຊ້​ໂດຍ​ກົງ​ແລ້ວຍັງ​ມີ​ຊາວ​ບ້ານອ້ອມ​ຂ້າງຈຳນວນ​ໜື່ງທີ່ຢູ່ບ້ານ​ໂຮມ​ທອງ​ກໍ່​ໄດ້​ຊົມ​ໃຊ້​ນຳ​ກັນ. ​ພາຍຫຼັງ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຈາກຫ້ອງການ​ທີ່​ກ່ຽວຂ້ອງ ​ແລະ ຫ້ອງການ​ ທລຍ ​ເມືອງ.ທາງ​ອຳນາດ​ການ​ປົກຄອງ​ບ້ານ​ກໍ່​ໄດ້​ມີແຜນການປົກ​ປັກຮັກສາ ​ແລະ ​ນຳ​ໃຊ້​ໂຄງການຍ່ອຍ​ດັ່ງກ່າວ.​ເພື່ອ​ໃຫ້​ໂຄງກາ​ນຍ່ອຍ​ໃຊ້​ໄດ້​ຍາວ​ນານ,​ເພາະ​ໂຄງການ​ຍ່ອຍ​ດັ່ງກ່າວ​ນັ້ນ​ແມ່ນ​ໄດ້​​ໄປແກ້ໄຂ​ບັນ​ຫາທີ່​ຫຍຸ້ງຍາກ​ຂອງ​ຊາວບ້ານ​ຢ່າງ​ແທ້​ຈີ​ງ.


 

Attachment: 
File .docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%9A%E0%BB%89%E0%BA%B2%E0%BA%99%E0%BB%82%E0%BA%AE%E0%BA%A1%E0%BA%9E%E0%BA%B1%E0%BA%99%E0%BA%94%E0%BA%B5%E0%BB%80%E0%BA%94%E0%BA%B1%E0%BB%88%E0%BA%99%E0%BB%80%E0%BA%82%E0%BA%BB%E0%BB%89%E0%BA%B2%E0%BB%83%E0%BA%99%E0%BA%81%E0%BA%B2%E0%BA%99%E0%BA%81%E0%BB%8D%E0%BB%88%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BA%82%E0%BA%BB%E0%BA%A7%E0%BA%99%E0%BB%89%E0%BA%B3%E0%BA%A5%E0%BA%BB%E0%BB%89%E0%BA%99

Links:
[1] https://prflaos.org/test/news/newspaper/%E0%BA%9A%E0%BB%89%E0%BA%B2%E0%BA%99%E0%BB%82%E0%BA%AE%E0%BA%A1%E0%BA%9E%E0%BA%B1%E0%BA%99%E0%BA%94%E0%BA%B5%E0%BB%80%E0%BA%94%E0%BA%B1%E0%BB%88%E0%BA%99%E0%BB%80%E0%BA%82%E0%BA%BB%E0%BB%89%E0%BA%B2%E0%BB%83%E0%BA%99%E0%BA%81%E0%BA%B2%E0%BA%99%E0%BA%81%E0%BB%8D%E0%BB%88%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BA%82%E0%BA%BB%E0%BA%A7%E0%BA%99%E0%BB%89%E0%BA%B3%E0%BA%A5%E0%BA%BB%E0%BB%89%E0%BA%99
[2] https://prflaos.org/test/sites/default/files/news/811/attachment/.docx