Published on Poverty Reducetion Fund (https://prflaos.org/test)

Home > ຄວາມຄືບໜ້າການກໍ່ສ້າງໂຄງການຍ່ອຍດ້ານພື້ນຖານໂຄງລ່າງ

ຄວາມຄືບໜ້າການກໍ່ສ້າງໂຄງການຍ່ອຍດ້ານພື້ນຖານໂຄງລ່າງ [1]

Posting Date: 
09 Jul 2014

ຄວາມ​ຄືບ​ໜ້າ​ການ​ກໍ່ສ້າງ​ໂຄງການ​ຍ່ອຍ​ດ້ານ​ພື້ນຖານ​ໂຄງລ່າງ


6 ​ເມືອງ ​ແຂວງ ຫົວພັນ


 


​                                                       ໂດຍ​: ນາງ ຕົງ​ສອນ ຍິງ​ທໍ່


 


 


ການ​ກໍ່ສ້າງ​ໂຄງການ​ຍ່ອຍດ້ານ​ພື້ນຖານ​ໂຄງ​ລ່າງ ຮອບ​ວຽນ​ທີ່ 11(2013-2014) ຂອງກອງ​ທືນຫຼຸດຜ່ອນ​ຄວາມທຸກ​ຍາກ​ແຂວງ​ຫົວພັນ​​ໄດ້​​ເລີ່​ມລົງມື​ກໍ່ສ້າງທ້າຍ​ເດືອນ ມີນາ 2014 ທັງ​ໝົດ​ 6 ​ເມືອງ ຄື: ​ເມືອງ​ ຊຽງ​ຄໍ້,ວຽງ​ໄຊ,ຊຳ​ໃຕ້,ຊຳ​ເໜືອ,ຫົວ​ເມືອງ ​ແລະ ວຽງ​ທອງ ​ເຊິ່ງປະກອບມີ​ຈຳນວນ 52 ກຸ່ມ​ບ້ານ, ທີ່​ທາງ​ກອງ​ທືນຫຼຸດຜ່ອນ​ຄວາມທຸກ​ຍາກ​ສະ​ໜັບ​ສະ​ໜູນ​ທັງ​ໝົດ 70 ​ໂຄງການ​ຍ່ອຍ ຊຶງ​ຕົກ​ເປັນ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ​ຈຳນວນ14,081060,453ກີບ.​​ໃນ​ນັ້ນ ຊຸມ​ຊົນ​​ໄດ້ປະກອບ​ສ່ວນທາງ​ດ້ານ​ແຮງ​ງານ​ ​ແລະ ວັດ​ສະດຸ​ທ້ອງ​ຖິ່ນ​ຈຳນວນ 1,493,384,629 ກີບ ​ໂຄງການ​ຕ່າງໆ​ເຫລົ່າ​ນັ້ນ ​ໄດ້ສໍາ​ເລັດ​ພ້ອມ​ທັງ​ກວດກາ 100% ​ມີ 17 ໂຄງ ການຍ່ອຍ.​ແລະ ຈຳນວນ 53 ​ໂຄງການ​ແມ່ນ​ໃກ້​ຈະ​ສຳ​ເລັດຄິດ​ສະ​ເລ່ຍ​ຄວາມ​ຄືບ​ໜ້າ​ກາງ​ເດືອນ ​ມີ​ຖຸນາ 2014 ​ຂອງ ທລຍ 6 ​ເມືອງທົ່ວ​ແຂວງແມ່ນ 75,95% ຂອງ​ການ​ກໍ່ສ້າງ​ໂຄງການ​ຍ່ອຍ​ທັງ​ໝົດ.​ ຊື່​ງມີລາຍ​ລະອຽດດັ່ງນີ້:


   ​ເມືອງ​ ຊຽງ​ຄໍ້​ມີ 7 ​ໂຄງການ​ຍ່ອຍຄື: ​ໂຮງຮຽນ​ປະຖົມ 4 ​ຫຼັງ​ ແລະ ​ຊົນລະປະທານ 3 ​ແຫ່ງສຳເລັດ


100% ມີ 3​ໂຄງການ​ຍ່ອຍ​ຄິດ​ໄລ່ຄວາມ​ຄືບ​ໜ້າການ​ກໍ່ສ້າງ​ 78%.


   ເມືອງ​ວຽງ​ໄຊ ​ມີ 9 ​ໂຄງການ​ຍ່ອຍຄື: ຮົ້ວ​ເຂດ​ລ້ຽງສັດ 4 ​ໂຄງການ,ຊົນລະປະທານ 3 ​​ໂຄງການ​,ນໍ້າລີ​ນ​1 ​ໂຄງການແລະ​ທືນຮຽນ​ແພດ1​​ໂຄງການສຳ​ເລັດ 100% ,2 ໂຄງການ​ຍ່ອຍ​ຄິດ​​ໄລ່ຄວາມ​ຄືບ​ໜ້າ89%.


​   ເມືອງ​ຊຳ​ໃຕ້ ມີ 23 ​ໂຄງການ​ຍ່ອຍຄື: ​ໂຮງຮຽນ 5 ​ໂຄງການ,ນ້ຳ​ລີ​ນ 8 ​ໂຄງການ,ສ້ອມ​ແປງ​ທາງ 6 ​​ໂຄງການ​ຍ່ອຍ,ຊົນລະປະທານ 3 ​ໂຄງການ ​ແລະຮົ້ວ​ເຂດ​ລ້ຽງສັດ 1 ​ໂຄງການ.ສຳ​ເລັດ​100% ມີ 4 ​ໂຄງການ​ຄິດ​ສະ​ເລ່ຍຄວາມ​ຄືບໜ້າ 69 %.


​   ເມືອງ​ຊຳ​ເໜືອ 9 ​ໂຄງການ​ຍ່ອຍ​ສຳ​ເລັດ​100% ມີ 1 ​ໂຄງການ​ສະ​ເລ່ຍ​ຄວາມ​ຄືບ​ໜ້າ 93%.


​  ເມືອງ​ຫົວ​ເມືອງ​ມີ 9 ​ໂຄງການ​ຍ່ອຍສຳ​ເລັດ100%, 1 ​ໂຄງ​ການ​ຍ່ອຍ​ຄິດ​ສະ​ເລ່ຍຄວາມ​ຄືບ​ໜ້າ    61%​ ແລະ​ເມືອງ​ວຽງ​ທອງມີ 13 ​ໂຄງການ​ສຳ​ເລັດ100%, 7 ​ໂຄງການ​ຍ່ອຍ​ຄິດ​ສະ​ເລ່ຍຄວາມ​ຄືບ​ໜ້າ 80%.   ສ່ວນ​ເບື້ອງ​ຊຸມ​ຊົນ​ແມ່ນ​ກຽມພ້ອມທີ່​ຈະ​ປະກອບ​ສ່ວນ​ທາງ​ດ້ານ​ວັດຖຸ​ແລະ​ແຮງງານ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍຢ່າງ​ເປັນ​ຂະ​ບວນຟົດ​ຟືນ​ເພື່ອ​ໃຫ້​ສຳ​ເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້.

Attachment: 
File .doc.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BA%84%E0%BA%B7%E0%BA%9A%E0%BB%9C%E0%BB%89%E0%BA%B2%E0%BA%81%E0%BA%B2%E0%BA%99%E0%BA%81%E0%BB%8D%E0%BB%88%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%8D%E0%BB%88%E0%BA%AD%E0%BA%8D%E0%BA%94%E0%BB%89%E0%BA%B2%E0%BA%99%E0%BA%9E%E0%BA%B7%E0%BB%89%E0%BA%99%E0%BA%96%E0%BA%B2%E0%BA%99%E0%BB%82%E0%BA%84%E0%BA%87%E0%BA%A5%E0%BB%88%E0%BA%B2%E0%BA%87

Links:
[1] https://prflaos.org/test/news/newspaper/%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BA%84%E0%BA%B7%E0%BA%9A%E0%BB%9C%E0%BB%89%E0%BA%B2%E0%BA%81%E0%BA%B2%E0%BA%99%E0%BA%81%E0%BB%8D%E0%BB%88%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BB%82%E0%BA%84%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%8D%E0%BB%88%E0%BA%AD%E0%BA%8D%E0%BA%94%E0%BB%89%E0%BA%B2%E0%BA%99%E0%BA%9E%E0%BA%B7%E0%BB%89%E0%BA%99%E0%BA%96%E0%BA%B2%E0%BA%99%E0%BB%82%E0%BA%84%E0%BA%87%E0%BA%A5%E0%BB%88%E0%BA%B2%E0%BA%87
[2] https://prflaos.org/test/sites/default/files/news/812/attachment/.doc.docx