Submitted by webmaster on
ກອງທຶນຫລຸດຜ່ອນຄວາມທຸກຍາກ ເປັນໂຄງການໜຶ່ງທີ່ຂຶ້ນກັບລັດຖະບານ ກໍ່ຄືຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ, ຫ້ອງວ່າການລັດຖະບານ ໄດ້ຮັບທຶນຊ່ວຍເຫລືອຈາກທະນາຄານໂລກ, ອົງການຮ່ວມມືດ້ານການພັດທະນາປະເທດສະວິດເຊີແລນ,ອົງການອົດສ໌ຕາລີ ແລະ ກອງທຶນພັດທະນາສັງຄົມຂອງຍີ່ປຸ່ນ ເພື່ອສະໜອງພຶ້ນຖານໂຄງລ່າງຂະໜາດນ້ອຍ ແລະ ສ້າງຄວາມເຂັ້ມແຂງໃຫ້ປະຊາຊົນຢູ່ກຸ່ມບ້ານທີ່ທຸກຍາກ. ປະຈຸບັນ ທລຍ ໄດ້ຮັບການສືບຕໍ່ໂຄງການໄລຍະທີສອງ(2012-2016)ແລະ ມີຄວມຕ້ອງການ ພະນັກງານພັດທະນາຊຸມຊົນ 01ຕໍາແໜ່ງປະຈຳແຂວງ ຫລວງນ້ຳທາ ລາຍລະອຽດດັ່ງລຸ່ມນີ້:
ເງື່ອນໄຂທາງດ້ານຄວາມຮູ້ ແລະ ປະສົບການຂອງຜູ້ສະໝັກໃນແຕ່ລະຕຳແໜ່ງ:
· ຮຽນຈົບວິຊາສະເພາະ ແລະ ມີປະສົບການໃນດ້ານການພັດທະນາຊຸມຊົນ ຫລືື ດ້ານອື່ນໆທີ່ກ່ຽວຂ້ອງຢ່າງໜ້ອຍ 3ປີ.
· ມີຄວາມຮູ້ກ່ຽວກັບວິທີການວາງແຜນແບບມີສ່ວນຮ່ວມແລະເຄື່ອງມືໃນການປະເມີນການມີສ່ວນຮ່ວມຂອງຊຸມຊົນ PRA
· ມີປະສົບການໃນການຈັດກອງປະຊຸມແລະຝຶກອົບຮົມ
· ມີຄວາມຮູ້ແລະປະສົບການໃນການນຳໃຊ້ໂປຣແກມຄອມພິວເຕີເຊັ່ນ:Microsoft word, Excel and Power Point.
ໃນຕຳແໜ່ງທີ່ກ່າວມາຂ້າງເທິງນັ້ນ ຖ້າເປັນຍິງ ແລະ ເປັນຄົນທ້ອງຖິ່ນ ຈະໄດ້ຮັບການພິຈາລະນາເປັນກໍລະນີພິເສດ.
ເອກະສານຍື່ນສະໝັກປະກອບມີ:
ໃບຄຳຮ້ອງສະໝັກງານ ເຊິ່ງລະບຸຕຳແໜ່ງ,ບ່ອນປະຈຳການ ແລະ ປະສົບການຜ່ານມາທີ່ແທດເໝາະກັບຕຳແໜ່ງທີ່ສະໝັກ ພ້ອມດ້ວຍລາຍລະອຽດຂອງຜູ້ຢັ້ງຢືນ 03 ທ່ານ, ຊີວະປະຫວັດ, ສຳເນົາໃບຂັບຂີ່, ໃບຜ່ານງານ, ໃບແຈ້ງໂທດ, ສຳເນົາບັດປະຈຳຕົວ ຫລື ປຶ້ມສຳມະໂນຄົວ, ພ້ອມດ້ວຍ ຮູບຖ່າຍບໍ່ກາຍ 3 ເດືອນ ຂະໜາດ 3X4 01 ໃບ ໄປທີ່: ຫ້ອງການ ທລຍ ຫລວງນ້ຳທາ (ຢູ່ຕຶກດຽວກັບຫ້ອງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແຂວງ ຫລວງນ້ຳທາ ຊັ້ນທີ1) ເບີໂທລະສັບ: 086 212 083
ກະລຸນາຮັບຊາບວ່າ ກອງທຶນຈະທຳການຕິດຕໍ່ຫາຜູ້ທີ່ເໝາະສົມ ແລະຖືກຕ້ອງຕາມເງິື່ອນໄຂທີ່ຄົບຖ້ວນເທົ່ານັ້ນ ເພື່ອດຳເນີນຂະບວນການປະເມີນ. (ເອກະສານສະໝັກທຸກຢ່າງຈະບໍ່ອະນຸຍາດໃຫ້ຖອນຄືນ)