ບ້ານໜອງແກ້ວມີຫົນທາງທຽວໄດ້ສອງລະດູແລ້ວ

Posting Date: 
18 Jul 2019

ບ້ານໜອງແກ້ວມີຫົນທາງທຽວໄດ້ສອງລະດູແລ້ວ

       ບ້ານໜອງແກ້ວ, ເມືອງນໍ້າບາກ ແຂວງຫລວງພະບາງ ເປັນບ້ານຊົນເຜົ່າກຶມມຸ ແລະ ເປັນບ້ານທຸກຍາກກວ່າໝູ່ໃນ 6 ບ້ານໃນກຸ່ມບ້ານເມືອງແຕງ ມີພົນລະເມືອງທັງໝົດ 704 ຄົນ, ຍິງ 358 ຄົນ  ແຕ່ກ່ອນມີຫົນທາງເຂົ້າບ້ານກໍ່ທຽວໄດ້ພຽງລະດູດຽວ ໃນຍາມລະດູຝົນເຮັດໃຫ້ຂາດການຕິດຕໍ່ພົວພັນກັບພາຍນອກ, ບໍ່ສາມາດນໍາສິນຄ້າອອກ ທ້ອງຕະຫຼາດ ຮ້າຍແຮງກວ່ານັ້ນ ໃນເວລາເຈັບເປັນກໍ່ບໍ່ສາມາດໄປປິ່ນປົວຢູ່ສຸກສາລາ ຫຼື ໂຮງໝໍໄດ້ ບາງຄັ້ງມີການຕາຍເກີດຂຶ້ນ.

ເມື່ອມີຄວາມຈໍາເປັນຄືແນວນັ້ນ ໃນທ້າຍປີ 2018 ຢູ່ກອງປະຊຸມວາງແຜນພັດນາຂັ້ນກຸ່ມບ້ານ ບ້ານອື່ນໆຈຶ່ງ ຕົກລົງເອົາການກໍ່ສ້າງຫົນທາງເຂົ້າບ້ານໜອງແກ້ວທີ່ມີຄວາມກວ້າງ 3.5 ແມັດ ແລະ ຍາວ 8.98 ກິໂລແມັດ ເປັນບຸລິມະສິດຂອງກຸ່ມບ້ານ.

 ການປັບປຸງຫົນທາງເສັ້ນນີ້ ໄດ້ເລີ່ມກໍ່ສ້າງໃນວັນທີ 8 ມີນາ 2019 ແລະ ສໍາເລັດລົງໃນວັນທີ 26 ເມສາ 2019 ຕົກເປັນມູນຄ່າທັງໝົດ 356 ລ້ານກວ່າກີບ ໃນນັ້ນ ປະຊາຊົນພາຍໃນບ້ານໄດ້ປະກອບສ່ວນແຮງງານ ຖາງແລວທາງ ຄອບຄົວລະ 1 ແຮງງານ, ແບ່ງກັນເພື່ອຊ່ວຍວຽກນາຍຊ່າງໃນແຕ່ລະມື້ 5-6 ຄອບຄົວຕໍ່ມື້ ລວມທັງໝົດ 420 ແຮງງານ, ນອກນັ້ນ ຍັງໄດ້ປະກອບສ່ວນ ໄມ້ແບບ ແລະ ໄມ້ຄໍ້າແບບ ລວມມູນຄ່າການປະກອບສ່ວນຂອງຊຸມຊົນ 18,550,000ກີບ. ຫົນທາງເສັ້ນນີ້ມີບ້ານທີ່ໄດ້ຮັບຜົນປະໂຫຍດທາງອ້ອມ 4 ບ້ານຄື:  ບ້ານ ສີມຸງຄຸນ, ບ້ານ ຄົກນາງ, ບ້ານ ຫ້ວຍຍິມ ແລະ ບ້ານເມືອງແຕງ ມີພົນລະເມືອງທັງໝົດຈໍານວນ 2.147 ຄົນ, ຍິງ 1.081 ຄົນ.

ຫຼັງຈາກສໍາເລັດການກໍ່ສ້າງ ຊາວບ້ານ ໄດ້ພາກັນສ້າງຕັ້ງກົດລະບຽບໃນການຄຸ້ມຄອງນໍາໃຊ້ ແລະ ສ້າງຕັ້ງກອງທຶນບູລະນະສ້ອມແປງຂຶ້ນ ເພື່ອຮັບປະກັນມີທຶນສ້ອມແປງຄືນໃນເວລາເປ່ເພ.

ທ່ານ ບຸນເຊີຍ ນາຍບ້ານ ບ້ານໜອງແກ້ວ ໄດ້ເວົ້າວ່າ: ພາຍຫລັງການກໍ່ສ້າງຫົນທາງນີ້ສໍາເລັດໄດ້ເຮັດໃຫ້ການຂົນສົ່ງຜົນຜະລິດຂອງຊາວບ້ານ ເຊັ່ນ: ເຂົ້າ, ສາລີ, ຢາງພາລາ ແລະ ສັດລ້ຽງຕ່າງໆ ອອກຂາຍສູ່ທ້ອງຕະຫຼາດໄດ້ສະດວກສະບາຍ ແກ້ໄຂບັນຫາການເຈັບເປັນສຸກເສີນ ເວົ້າລວມແລ້ວ ຈະເປັນເງື່ອນໄຂໃນການສ້າງບ້ານໜອງແກ້ວເປັນບ້ານພົ້ນທຸກຕາມດໍາລັດ 348 ຂອງລັດຖະບານ.