ສປປ ລາວ ກັບການຫຼຸດຜ່ອນຄວາມທຸກຍາກ ແລະ ພາວະເຕ້ຍເກີນມາດຕະຖານຂອງເດັກ ໃນ 4 ແຂວງພາກເໜືອ Lao PDR: Reducing Poverty and Child Stunting in Four Northern Provinces

Posting Date: 
18 Dec 2019

ສປປ ລາວ ກັບການຫຼຸດຜ່ອນຄວາມທຸກຍາກ ແລະ ພາ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານຂອງເດັກ ໃນ 4 ແຂວງພາກເໜືອ

 

ນະ​ຄອນຫຼວງວຽງຈັນ, 16ທັນວາ2019 –ກະຊວງການເງິນ ແລະ ທະນາຄານໂລກ ໄດ້ມີພິທີລົງນາມເຊັນສັນຍາ ການສະ  ໜອງທຶນກູ້​ຢືມເພີ່ມ ຈໍານວນ 22.5 ລ້ານໂດລາສະຫະລັດ ໃສ່​ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທ​ລຍ) ເພື່ອການຫຼຸດຜ່ອນຄວາມທຸກຍາກ ແລະ ພາ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານຂອງເດັກ ໃນ 12 ເມືອງບູລິມະສິດຂອງ 4 ແຂວງພາກເໜືອ​ຄື: ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ. ເຂດດັ່ງກ່າວ ແມ່ນມີຈຳ​ນວນ​ເດັກ​ນ້ອຍ​ທີ່​​ຢູ່​ໃນພາວະເຕ້ຍເກີນມາດຕະ​ຖານ ແລະ ຄວາມທຸກຍາກສູງ. ໃນພິທີດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີ, ກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ຮ່ວມກັນລົງນາມສັນຍາດັ່ງກ່າວ.

ການສະໜອງທຶນ​ກູ້​ຢືມ​ເພີ່ມ,​ ຊຶ່ງໄດ້ຮັບການອະນຸມັດ ຈາກສະພາບໍລິຫານ ຂອງທະນາຄານໂລກ ໃນວັນທີ 2 ທັນວາ 2019, ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດດ້ານໂພສະນາການແຫ່ງຊາດ ຂອງລັດຖະບານ ແຫ່ງ ສປປ ລາວ ຊຶ່ງຈະສຸມໃສ່ ພື້ນຖານໂຄງລ່າງ, ການຊ່ວຍເຫຼືອດ້ານໂພຊະນາການ ໃຫ້ແກ່ແມ່ຍິງຖືພາ ແລະ ເດັກອ່ອນ, ແລະກິດຈະກໍາສ້າງລາຍຮັບຕ່າງໆ ໃຫ້​ແກ່ກຸ່ມຜະລິດ​ສະ​ບຽງອາ​ຫານ​ຕ່າງໆ ໃນນັ້ນ ​ທ​ລຍ ຈະຂະຫຍາຍການຈັດຕັ້ງປະຕິບັດ ກິດຈະກໍາເຫຼົ່ານີ້ ໃນຕົ້ນປີ 2020.

ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີ, ກະຊວງການເງິນກ່າວວ່າ:ການຊ່ວຍເຫຼືອດັ່ງ​ກ່າວ ຈາກທະນາຄານໂລກ ແມ່ນສອດຄ່ອງກັບຄວາມພະຍາຍາມ ຂອງລັດຖະບານລາວ ໃນການລືບລ້າງຄວາມທຸກຍາກ, ການຫຼຸດພົ້ນຈາກສະຖານະພາບການເປັນປະເທດດ້ອຍພັດທະນາ, ການຫຼຸດຜ່ອນພາວະເຕ້ຍເກີນມາດຕະຖານຂອງເດັກ ໃນບາງເມືອງທີ່ທຸກ​ຍາກທີ່ສຸດ ຂອງປະເທດ. ການສະໜັບສະໜູນ ຂອງທະນາຄານໂລກ ຈະຊ່ວຍໃຫ້ຜູ້ໄດ້ຮັບຜົນປະໂຫຍດຕົວຈິງ ໄດ້​ຊົມ​ໃຊ້ໂຄງລ່າງຂະໜາດນ້ອຍ ແລະ ຜະລິດຕະພັນ ແລະ ບໍລິໂພກ ສານອາຫານທີ່ຫຼາກຫຼາຍ.

ຄວາມທຸກຍາກ ຢູ່ ສປປ ລາວ ແມ່ນຫຼຸດລົງ ຈາກ 45 ເປັນ 23 ເປີເຊັນ ໃນລະຫວ່າງ ປີ 1992 ຫາ 2013 ແລະ ຄາດວ່າຈະຫຼຸດລົງຕື່ມອີກ ເປັນ 18 ເປີເຊັນ ໃນປີ 2019. ແຕ່ລະດັບຄວາມທຸກຍາກ ຍັງຖືວ່າສູງຢູ່,​ ໂດຍສະເພາະ ຢູ່ເຂດຫ່າງໄກ​ສອກຫລີກ ແລະ ໃນກຸ່ມຊົນເຜົ່າຕ່າງໆ. ອີງຕາມຂໍ້ມູນທີ່ມີ, ພາ​ວະ​ເຕ້ຍ​ເກີນ​ມາດ​ຕະຖານ ຍັງສືບຕໍ່ຢູ່ໃນລະດັບທີ່ສູງຫຼາຍ: ປະມານ 19 ເປີເຊັນ ຂອງພົນລະເມືອງລາວ ແມ່ນຂາດສານອາຫານ ແລະ 33 ເປີເຊັນ ຂອງເດັກນ້ອຍຕ່ຳ​ກວ່າ 5 ປີ ແມ່ນ ຢູ່​ໃນພ​າ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານ.  

 

ທ່ານ ນີໂກລາ ປອນຕາຣາ, ຫົວໜ້າ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວວ່າ:ການຫຼຸດຜ່ອນການຂາດສານອາຫານ ເປັນກຸນຈ ສໍາລັບການເພີ່ມຕົ້ນທຶນທາງຊັບພະຍາກອນມະນຸດ ແລະ ການຮັບປະກັນວ່າ ໄວນຸ່ມຈະມີຄຸນນະພາບຊີ​ວິດ​ທີ່ດີ ແລະ ຄວາ​ມເພິ່ງພໍໃຈ​ໃນ​ຊີ​ວິດ” “ພວກເຮົາຍິນດີ ທີ່ຈະສະໜອງທຶນເພີ່ມໃສ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະຍິນດີທີ່ໄດ້ເຫັນໝາກຜົນໄລຍະຕົ້ນ ຂອງການລົງທຶນດັ່ງກ່າວ: ເດັກນ້ອຍໄດ້​ຮັບ​ສານອາຫານເພີ່ມຂຶ້ນ, ສຸຂະພາບດີຂຶ້ນ, ຊີວິດການເປັນຢູ່​ທີ່​ດີ​ຂຶ້ນ ແລະ ສ້າງຂີດຄວາມສາມາດ ຂອງຄອບຄົວຜູ້ໄດ້ຮັບຜົນປະໂຫຍດ ໃນການວາງແຜນ, ກໍ່ສ້າງ ແລະ ບໍາລຸງຮັກສາ ພື້ນຖານໂຄງ​ລ່າງ

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ສ້າງຕັ້ງຂຶ້ນໃນປີ 2002, ແມ່ນໂຄງການພັດ​ທະ​ນາທີ່ໃຫ່ຍທີ່ສຸດ ທີ່ນໍາໃຊ້ຮູບແບບການພັດທະນາ ໂດຍຊຸມຊົນເປັນເຈົ້າການ ແລະ ກວມເອົາໜ້າວຽກຂອງຫຼາຍຂະ​ແໜງ​ການ ຢູ່ ສປປ ລາວ. ໃນເບື້ອງຕົ້ນ ກອງທຶນດັ່ງກ່າວ ໄດ້ສຸມໃສ່ ການກໍ່​ສ້າງ ແລະ ປັບປຸງໂຄງລ່າງຂະໜາດນອ້ຍຂອງຊຸມຊົນ ແລະ ການສ້າງຂີດຄວາມສາມາດ ໃນການວາງແຜນ ແລະ ການຈັດຕັ້ງປະຕິບັດໂຄງການ. ວ່າງບໍ່ດົນມານີ້, ທ​ລຍ ໄດ້ກາຍເປັນສ່ວນໜຶ່ງ ຂອງຍຸຸດທະສາດດ້ານໂພຊະນາການຂອງລັດຖະບານ, ແລະ ​ໄດ້ຫັນຈຸດສຸມ ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນພາ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານຂອງເດັກ. ປະຊາຊົນ ຈໍານວນ 1.2 ລ້ານ ຄົນ ໄດ້ຮັບຜົນປະໂຫຍດໂດຍກົງຈາກ ທ​ລຍ ຕະຫລອດໄລຍະ 16 ປີ ຜ່ານມານີ້.

​ທຶນກູ້​ຢືມເພີ່ມຈາກ ທະນາຄານໂລກນີ້ ແມ່ນມາຈາກ ສະມາຄົມເພື່ອການພັດທະນາສາກົນ (IDA), ທີ່ຖືກສ້າງຕັ້ງຂຶ້ນ ໃນປີ 1960, ເພື່ອຊ່ວຍເຫຼືອປະເທດ ທີ່ທຸກຍາກທີ່ສຸດໃນໂລກ ໂດຍການສະໜອງທຶນຊ່ວຍເຫຼືອລ້າ, ທຶ​ນກູ້​ຢື​ມໃນອັດຕາດອກເບ້ຍຕໍ່າ ແລະ ບໍ່​ມີ​ດອກ​ເບ້ຍ ສໍາລັບໂຄງການ ແລະ ແຜນງານຕ່າງໆ ເພື່ອສະໜັບສະໜູນການເຕີບໂຕທາງເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ ແລະປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ.

 

Lao PDR:  Reducing Poverty and Child Stunting in Four Northern Provinces

VIENTIANE, December 16, 2019 – The Ministry of Finance of Lao PDR and the World Bank today signed a Financing Agreement for US$22.5 million to reduce poverty and child stunting in 12 priority districts within the four northern provinces of Phongsaly, Xienghkhuang, Huaphan and Oudomxay. These are areas where child stunting and poverty levels are high.    The agreement was signed by H.E Mr Bounchom Ubonpaseuth, Deputy Minister of Finance, and Nicola Pontara, World Bank Country Manager in Lao PDR.

The new financing, which was endorsed by the World Bank Board of Executive Directors on December 2, 2019, will support the implementation of the Government of Lao PDR’s National Nutrition Strategy with a focus on basic infrastructure, nutrition support to pregnant women and infants, and income generation activities for food producers. The Poverty Reduction Fund will scale up implementation of these initiatives in early 2020.

This welcome support from the World Bank is in line with the Lao Government’s efforts to eradicate poverty, graduate from Least Development Country status, and reduce child stunting in some of the poorest districts in the country. The World Bank financing will help beneficiaries with improved access to small infrastructure and to produce and consume diverse and nutritious foods,” said Mr Bounchom Ubonpaseuth, Deputy Minister of Finance.

The incidence of poverty in Lao PDR fell from 45 to 23 percent between 1992 and 2013 and is projected to have further declined to 18 percent in 2019. But poverty remains high, especially in isolated rural areas and among ethnic groups. Malnutrition rates, according to the available data, continue to be stubbornly high: about 19 percent of Lao citizens are undernourished and 33 percent of children under 5 years are stunted.

 “Reducing malnutrition is key for boosting human capital in the country and ensuring that young adults enjoy productive and fulfilling lives” said Mr. Nicola Pontara, Country Manager of the World Bank in Lao PDR“We are pleased to scale up the Poverty Reduction Fund and look forward to seeing early results from these investments: well-fed, healthier children, better livelihoods for families and strengthened capacity among beneficiaries to plan, build and maintain basic infrastructure.”

The Poverty Reduction Fund, established in 2002, is the largest multi-sector community-driven development project in Lao PDR. The Fund initially focused on small-scale community infrastructure and capacity building for project planning and implementation. More recently, the Fund has become part of the Lao Government’s Nutrition Convergence agenda, with a renewed focus on contributing to reduce stunting among children. Some 1.2 million people have directly benefited from the Fund over the past 16 years.

The new World Bank financing comes from the International Development Association (IDA), established in 1960, helps the world’s poorest countries by providing grants and low to zero-interest loans for projects and programs that boost economic growth, reduce poverty, and improve poor people’s lives.