ກອງປະຊຸມວິຊາການຂະແໜງການຂັ້ນສູນກາງກ່ຽວກັບຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເພື່ອເປັນຂອບໃນການຮ່ວມມື ແລະ ລະດົມທຶນ

Posting Date: 
27 Dec 2019

ກອງປະຊຸມວິຊາການຂະແໜງການຂັ້ນສູນກາງກ່ຽວກັບຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເພື່ອເປັນຂອບໃນການຮ່ວມມື ແລະ ລະດົມທຶນ

 

        ເພື່ອຜັນຂະຫຍາຍການກໍານົດ ຈຸດສຸມພັດທະນາທີ່ເປັນບູລິມະສິດ ໄລຍະ 2016-2020ຮ່າງເປົ້າໝາຍ ແລະ ກິດຈະກໍາພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ສົມທົບກັບກົມແຜນການ ແລະ ການເງິນ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ຈັດກອງປະຊຸມປຶກສາຫາລືລະດົມຄວາມເຫັນເບື້ອງຕົ້ນ ຮ່ວມກັບຕາງໜ້າຜູ້ໃຫ້ທຶນ ແລະ ຂະແໜງການກະສິກຳ ແລະ ປ່າໄມ້ ໃນທົ່ວປະເທດແລ້ວ, ໄດ້ກຳນົດ 19 ກິດຈະກຳຕົ້ນຕໍ ສຳລັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນຕໍ່ໜ້າ ເພື່ອບັນລຸຄາດ ໝາຍສູ້ຊົນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ໂດຍສະເພາະແມ່ນລຶບລ້າງຄວາມທຸກຍາກໃນທຸກຮູບແບບຢູ່ທຸກບ່ອນໃນປີ 2030.

ເພື່ອປຶກສາຫາລື ລະດົມຄວາມເຫັນໃສ່ລາຍລະອຽດຂອງແຕ່ລະກິດຈະກຳຕົ້ນຕໍວ່າ ແຕ່ລະກິດຈະກຳຄວນຈະໃຫ້ມີຈັກກິດຈະກຳຍ່ອຍແນວໃດ  ເພື່ອເປັນພື້ນຖານໃຫ້ການສືບຕໍ່ກຳນົດກິດຈະກຳ ແລະ ເປົ້າໝາຍຂອງແຜນງານໃຫ້ຈະແຈ້ງ ແລະ ເພື່ອ​ເປັນຂອບໃນການຮ່ວມມື ແລະ ລະດົມ​ທຶນ, ສະນັ້ນ, ໃນວັນທີ 27 ທັນວາ 2019 ຄະນະຮັບຜິດຊອບ​ຮ່າງ​ແຜນ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ​2020-2030 ຈິ່ງໄດ້ຈັດກອງປະຊຸມວິຊາການຮ່ວມກັບຂະແໜງການຂັ້ນສູນກາງກ່ຽວກັບຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເພື່ອເປັນຂອບໃນການຮ່ວມມື ແລະ ລະດົມທຶນ ຂຶ້ນທີ່ຫ້ອງປະຊຸມ ກະຊວງພາຍໃນ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ແລະ ການເຂົ້າຮ່ວມຂອງຫົວໜ້າກົມ, ຮອງກົມ, ພະນັກງານຫຼັກແຫຼ່ງກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້, ກົມແຜນການ ກະຊວງພະລັງງານ ແລະ ບໍ່ແຮ່, ກົມແຜນການ ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມແຜນການ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ກະຊວງສາທາລະນະສຸກ, ກົມແຜນການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກົມແຜນການ ກະຊວງພາຍໃນ, ກົມແຜນການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກົມແຜນການ ກະຊວງແຜນການ ແລະ ການລົງທຶນ, ກົມນະໂຍບາຍ ແລະ ນິຕິກຳ ກະຊວງກະສິກຳ ແລະ ປ່າໄມ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ແລະ ພະນັກງານ ທລຍ ເຂົ້າຮ່ວມທັງໝົດ 30 ກວ່າທ່ານ

ທີ່ກອງປະຊຸມໄດ້ມີການຈັດແບ່ງກຸ່ມຄົ້ນຄວ້າ ເພື່ອລະດົມແນວຄວາມຄິດຄວາມຈາກບັນດາຜູ້ເຂົ້າຮ່ວມ ເພື່ອເຮັດແນວໃດໃຫ້ແຜນງານດັ່ງກ່າວມີຄວາມສົມບູນ ແລະ ມີສໍາເລັດຢ່າງແທ້ຈິງ.

ປະທານກອງປະຊຸມໄດ້ເນັ້ນວ່າ: ເພື່ອສືບຕໍ່ ແລະ ຈັດຕັ້ງປະຕິບັດ ຍຸດທະສາດການພັດທະນາເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ ທີ່ຮ່າງຂຶ້ນ ໃນ 16 ປີ ຜ່ານມານັ້ນ ໃນຕົ້ນປີ  2018 ສຳນັກງານນາຍຍົົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງ ປະສານສົມທົບ ຂະແໜງ ການຕ່າງໆ ຮ່າງແຜນງານຍຸດທະສາດ ລຶບລ້າງຄວາມທຸກຍາກ ໂດຍຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງພັກແຕ່ລະຄັ້ງໂດຍສະເພາະແມ່ນ ມະຕິຄໍາສັ່ງກ່ຽວກັບວຽກງານ ກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຕາມທິດ 3 ສ້າງ ກະຊວງກະສິກໍາ ແລະ ປ່າໄມ້ ກໍ່ໄດ້ຄົ້ນຄວ້າ ແລະ ປະສານສົມທົບກັບ ບັນດາຂະແໜ່ງການກໍ່ຄື ອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ເພື່ອຮ່າງແຜນງານ ພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ໃນການຮ່ວມມື ແລະ ລະດົມທຶນ ໃນຕໍ່ໜ້າພ້ອມທັງ ຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ (SDG).

ພາຍໃຕ້ການຊີ້ນໍາຂອງທ່ານຮອງລັດຖະມົນຕີ, ຄະນະວິຊາການ ກະຊວງກະສິກໍາ ແລະ ປ່າໄມ້ ກໍ່ໄດ້ເປີດກອງປະຊຸມປຶກສາຫາລື ລະດົມຄວາມເຫັນກັບຄະນະວິຊາການ ຂອງທະນາຄານໂລກ, ຄະນະວິຊາການຂອງສູນສາກົນ ລຶບລ້າງຄວາມທຸກຍາກ ສປ ຈີນ ເພື່ອຮ່າງແນວຄວາມຄິດເບື້ອງຕົ້ນ ກ່ຽວກັບແຜນງານດັ່ງກ່າວ ນອກຈາກນັ້ນ ບັນດາຂະແໜງກະສິກໍາ ແລະ ປ່າໄມ້ ໃນທົ່ວປະເທດກໍ່ໄດ້ເປັນໃຈກາງ ປຶກສາຫາລືລະດົມຄວາມເຫັນແລ້ວສົ່ງກິດຈະກໍາ ແລະ ເປົ້າໝາຍໂດຍລວມຂອງເມືອງ, ແຂວງຂອງຕົນ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສະຫຼຸບສັງລວມ ເຊິ່ງລວມມີ 19 ກິດຈະກໍາຕົ້ນຕໍ ທີ່ຈັດຕັ້ງປະຕິບັດຢູ່ 200 ກວ່າ ຈຸດສຸ່ມ ທີ່ນອນໃນ 80 ກວ່າເມືອງ ທັງຄະນະວິຊາການ ກໍ່ໄດ້ເປີດກອງປະຊຸມ ທົບທວນ ແລະ ຄັດຈ້ອນໃຫ້ຫັດກຸມເຂົ້າຕື່ມ ໂດຍປະຕິບັດຕາມບາດກ້າວທີ່ 3 ຂອງໜ້າວຽກຈຸດສຸມ ທີ່ໄດ້ກໍານົດໄວ້ ເຊິ່ງໄດ້ຈັດໃຫ້ມີກອງປະຊຸມ ປຶກສາຫາລືລະດົມຄວາມເຫັນຮ່ວມກັບບັນດາ ກະຊວງ, ອົງການ, ທະນາຄານ, ຂັ້ນສູນກາງ ເພື່ອປະກອບຄວາມເຫັນໃສ່ກິດຈະກໍາຍ່ອຍ ເຊິ່ງເປັນໜ້າວຽກຕົວຈິງ ຂອງຂະແໜງການ ຕິດພັນກັບການແກ້ໄຂຄວາມທຸກຍາກ ຕາມດໍາລັດ 348 ກໍຄືແຈ້ງການ 830 ທີ່ນອນໃນບັນດາຂະແໜງການ ແນ່ໃສ່ເຮັດໃຫ້ແຜນງານມີຄວາມຮອບດ້ານ ຖືກຕ້ອງພາວະວິໃສ ສອດຄ່ອງກັບຍຸດທະສາດ ຂອງບັນດາຂະແໜງການ ເຮັດໃຫ້ມີຄວາມເປັນເອກະພາບໄປລວງດຽວກັນ ກອງປະຊຸມຄັ້ງນີ້ປະກອບດ້ວຍພະນັກງານຫຼັກແຫຼ່ງ ແລະ ວິຊາການຂອງບັນດາຂະແໜງການຕົ້ນຕໍ. ຜົນຂອງກອງປະຊຸມຄັ້ງນີ້ ແມ່ນຈະໄດ້ນໍາໄປສະຫຼຸບສັງລວມ ກໍານົດເປັນກິດຈະກໍາ ຂອງແຜນງານ ເພື່ອນໍາສະເໜີຂັ້ນເທິງ ໃນເບື້ອງຕົ້ນແລ້ວ ນໍາໄປປຶກສາຫາລືຮ່ວມກັບອົງການຈັດຕັ້ງສາກົນ ແລະ ຜູ້ໃຫ້ທຶນ. ການລະດົມຄວາມເຫັນໃນຄັ້ງນີ້ ຍັງມີຄວາມໝາຍຄວາມສໍາຄັນ ໃນການປະກອບສ່ວນສະໜອງຂໍ້ມູນເຂົ້າໃສ່ຮ່າງແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ 9 ກໍ່ຄືຮ່າງເນື້ອໃນເສດຖະກິດຂອງບົດລາຍງານການເມືອງ ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກນໍາອີກ.