ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ລົງຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ບ້ານເປົ້າໝາຍຂອງ ທລຍ

Posting Date: 
03 Feb 2020

ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ລົງຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ບ້ານເປົ້າໝາຍຂອງ ທລຍ

 

ໃນວັນທີ 29 ມັງກອນ 2020 ຜ່ານມາ    ຜູ້ໃຫ້ທຶນ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການຍ່ອຍສ້ອມແປງນໍ້າລິນ ບ້ານພັກຫົກ, ກຸ່ມສົບເຈ້ຍ, ເມືອງໂພນໄຊ, ແຂວງຫຼວງພະບາງ. ຕາງໜ້າອົງການ SDC ລົງຕິມຕາມກວດກາໃນຄັ້ງນີ້ ນໍາພາໂດຍ ທ່ານ ຟີລິບ ພູຍອດ, ຜູ້ຈັດການພາກພື້ນ ແລະ ການເຂົ້າຮ່ວມຕິດຕາມຂອງທ່ານ ປະສອນໄຊ ອີນສີຊຽງໃໜ່, ຮອງຜູ້ອໍານວຍການ ທລຍ, ທ່ານ ແກ່ນຈັນ ພິລາວັນ, ຮອງເຈົ້າເມືອງ-ເມືອງໂພນໄຊ, ອົງການປົກຄອງທ້ອງຖິ່ນ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ.

ການກໍ່ສ້າງສ້ອມແປງນໍ້າລິນບ້ານດັ່ງກ່າວໄດ້ເລີ່ມກໍ່ສ້າງມາແຕ່ເດືອນມີນາ 2019 ແລະ ສໍາເລັດລົງໃນເດືອນເມສາ 2019, ນໍ້າລິນດັ່ງກ່າວມີຄວາມຍາວຈາກຫົວງານຫາບ້ານ 1.100 ກິໂລແມັດ, 16 ກ໊ອກ, ມີມູນຄ່າໃນການກໍ່ສ້າງທັງໝົດ 298 ກວ່າລ້ານກີບ.

ໃນການລົງຕິດຕາມກວດກາຂອງຜູ້ໃຫ້ທຶນ (SDC) ໃນຄັ້ງນີ້ ເຫັນວ່າ ບ້ານພັກຫົກ ເປັນບ້ານຊົນເຜົ່າ: ກຶມມຸ, ມີ 116 ຄອບຄົວ, ພົນລະເມືອງທັງໝົດ 657 ຄົນ,ຍິງ 321 ຄົນ ໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ ນອກຈາກນັ້ນ ການຈັດຕັ້ງປະຕິບັດໂຄງການຍ່ອຍກໍ່ມີການປະກອບສ່ວນຈາກພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ກຸ່ມບ້ານ, ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ຕິດຕາມກວດກາແຕ່ລະໜ້າວຽກ,ຊຸກຍູ້ໃຫ້ຊຸມຊົນມີສ່ວນຮ່ວມ, ພິເສດ ໝົດທຸກຄົນພາຍໃນບ້ານເປັນເຈົ້າການໃນການປົກປັກຮັກສາປ່າຍອດຫ້ວຍ, ເຮັດຮົ້ວອ້ອມກ໋ອກນໍ້າລີນ ເພື່ອໃຫ້ມີຄວາມຢືນຍົງ, ສ້າງຕັ້ງກອງທຶນບູລະນະສ້ອມແປງ. ນໍ້າລິນດັ່ງກ່າວໄດ້ຊ່ວຍເຮັດໃຫ້ຫຼຸດຜ່ອນການແບກຫາບຂອງແມ່ຍິງ ແລະ ເດັກນ້ອຍ ໄປຕັກນໍ້າຫ້ວຍໄກຈາກບ້ານ ຄືແຕ່ກ່ອນເຊິ່ງໃຊ້ເວລາຍ່າງໄປກັບ 1 ຊົ່ວໂມງ.

ທາງຜູ້ໃຫ້ທຶນໄດ້ຕີລາຄາສູງວ່າ: ຍ້ອນຮູບແບບ ແລະ ວິທີການເຮັດວຽກຂອງ ທລຍ ມີຄວາມໂປ່ງໃສ ສາມາດກວດສອບໄດ້ ແລະ ໄປຮອດໄປເຖິງຊຸມຊົນຜູ້ທຸກຍາກຫ່າງໄກສອກຫຼີກແທ້ໆ ຈຶ່ງໄດ້ອະນຸມັດເງິນທີ່ ທລຍ ສາມາດປະຢັດໄດ້ຈາກການຈັດຕັ້ງປະຕິບັດໃນໄລຍະຜ່ານມາຈໍານວນ 4.7 ລ້ານໂດລາສະຫະລັດ ເພື່ອສຶບຕໍ່ຈັດຕັ້ງປະຕິບັດວຽກງານແຕ່ 2020 ຫາ ເດືອນມິຖຸນາ 2021 ແລະ ຈະໃຫ້ທຶນຊ່ວຍເຫລືອເພີ່ມອີກຕື່ມໃນຕໍ່ໜ້າ.