ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ

Posting Date: 
23 Jul 2020

 

ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ

 

 

 

ເພື່ອເປັນການສະຫຼຸບການຈັດຕັ້ງປະຕິບັດວຽກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ໃນ 6 ເດືອນຕົ້ນປີ ແລະ ທິດທາງໃນ 6 ເດືອນທ້າຍປີ 2020, ເພື່ອຍົກລະດັບຄວາມຮູ້ດ້ານແນວທາງນະໂຍບາຍ ແຜນການ ແຜນງານ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ພະນັກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ທັງປັບປຸງກົງຈັກການຄຸ້ມຄອງ-ບໍລິຫານ,​ ກົນໄກການປະສານງານ, ການຄັດເລືອກ-ສັບຊ້ອນບຸກຄະລາກອນ ໃຫ້ແທດເໝາະກັບຄວາມຮູ້ ຄວາມສາມາດ ແລະ ປະສົບການທີ່ມີ ທັງຮັບປະກັນໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຄວາມໝາະສົມສອດຄ່ອງ ກັບສະພາບຈຸດພິເສດຂອງໂຄງການໃນໄລຍະໃໝ່, ຍົກລະດັບລະບຽບແບບແຜນວິທີການເຮັດວຽກ ໃຫ້ຮັບປະ ກັນດ້ານປະສິດທິຜົນ ມີຄຸນນະພາບດີກວ່າເກົ່າ, ເສີມຂະຫຍາຍແນວຄວາມຄິດປະດິດສ້າງອັນໃໝ່, ເພີ່ມທະວີປັບປຸງການປະສານງານ, ປະສານສົມທົບ, ຮ່ວມມືກັບບັນດາກະຊວງ, ອົງການ, ຂະແໜງການຂັ້ນສູນກາງ, ອົງການປົກຄອງທ້ອງຖີ່ນ ແລະ ຜູ້ໃຫ້ທຶນ ບັນດາໂຄງການຕ່າງໆ.

 

ສະນັ້ນ; ໃນລະຫວ່າງວັນທີ 21-22 ກໍລະກົດ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ຈັດກອງປະຊຸມເຝິກອົບຮົມຄວາມຮູ້ໃນດ້ານຕ່າງໆໃຫ້ພະນັກງານ ຫ້ອງການ ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນສູນກາງ ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການເຂົ້າຮ່ວມຂອງຄະນະອໍານວຍການ ທລຍ, ຜູ້ຕາງໜ້າຈາກກົມພັດທະນາຊົນນະບົດ ແລະ ສະຫະກອນ, ພະນັກງານ ທລຍ ຂັ້ນສູນກາງ ລວມທັງໝົດ 35 ທ່ານ.

 

       ທີ່ກອງປະຊຸມໄດ້ມີການລາຍງານວຽກງານທີ່ພົ້ນເດັ່ນຂອງແຕ່ລະຂະແໜງການ ແລະ ໜ່ວຍງານໃນ 6 ເດືອນຜ່ານມາ ພ້ອມທັງແບ່ງກຸ່ມຄົ້ນຄວ້າວາງແຜນວຽກງານໃນ 6 ເດືອນທ້າຍປີ 2020 ເຊັ່ນ:

 

1.    ກຳນົດຕົວຊີ້ບອກຂອງແຕ່ລະຂະແໜງການ, ອົງການ, ທີ່ຕ້ອງພົວພັນ ແລະ ຮ່ວມມືແລກປ່ຽນຂໍ້ມູນລາຍງານ ເປັນປະຈຳ;

 

2.   ກຳນົດພະນັກງານຮັບຜິດຊອບແຕ່ລະໜ້າວຽກ ພ້ອມຄາດໝາຍຄວາມຮູ້ຄວາມສາມາດ ຜົນໄດ້ຮັບ;

 

3.   ກຳນົດແບບແຜນວິທີເຮັດວຽກຮ່ວມກັນ;

 

4.   ຮ່າງແຜນພັດທະນາເບື້ອງຕົ້ນ ຂະຫຍາຍຕະໜ່າງແນ່ໃສ່ລຶບລ້າງການກືກໄອທີຂອງອົງການປົກຄອງບ້ານ ແລະ ປະ ຊາຊົນໃນບ້ານເປົ້າໝາຍ;

 

5.   ເສີມຂະຫຍາຍດ້ານດີ ຂອງໄອທີລົງເຖິງຮາກຖານແກ່ປະຊາຊົນ ໂດຍປະຫຍັດລາຍຈ່າຍໃນການພິມເຈ້ຍ ດ້ວຍການເນັ້ນຄຣິບ, ຮູບພາບ ສົ່ງທາງ ອອນໄລ ທີ່ມີການບັນຍາຍຂອງພາສາຊົນເຜົ່າຕ່າງໆ.

 

6.   ໃຫ້ປະຊາຊົນນຳໃຊ້ສື່ອອນລາຍ ເຂົ້າໃນການຊອກຮູ້ແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ຄວາມຮູ້ເຕັກນິກ ວິທະຍາສາດໃນການຜະລິດປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ຫັນປ່ຽນແບບແຜນການດຳລົງຊີວິດໃຫ້ໄດ້ຮັບຜົນດີ

 

 

 

ນອກນັ້ນ ໄດ້ຮັບຟັງການເຜີຍແຜ່ຄຳສັ່ງສະບັບເລກທີ 097/ກມສພ, ລົງວັນທີ 18 ກຸມພາ 2020 ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ຈະພ້ອມກັນເອົາໃຈໃສ່ຜັນຂະຫຍາຍຄໍາສັ່ງດັ່ງກ່າວໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນ 12 ຂໍ້ຂອງທິດທາງ ແລະ ໜ້າທີ່ຈຸດສຸມທີ່ຕິດພັນກັບວຽກງານຂອງ ທລຍ.

 

ຜ່ານກອງປະຊຸມຄັ້ງນີ້ ໄດ້ເຮັດໃຫ້ບັນດາພະນັກງານ ມີຄວາມເຂົ້າໃຈ ແລະ ຮັບຮູ້ຢ່າງເລິກເຊິງ ເພື່ອຈະເອົາໄປຜັນຂະຫຍາຍໃຫ້ຕິດພັນກັບໜ້າທີ່ວຽກງານທີ່ແຕ່ລະຂະແໜງຮັບຜິດຊອບ.