ກອງປະຊຸມຖອດຖອນບົດຮຽນ ແລະ ແລກປ່ຽນຄວາມຄິດເຫັນ ເພື່ອປັບປຸງປື້ມຄູ່ມືໂຄງການຊຸຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ (CFA) ແລະ ໂຄງການກຸ່ມບົວລະບັດຮັກສາທາງ (RMG) ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຂອງ 6 ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ

Posting Date: 
19 Mar 2021

ກອງປະຊຸມຖອດຖອນບົດຮຽນ ແລະ ແລກປ່ຽນຄວາມຄິດເຫັນ ເພື່ອປັບປຸງປື້ມຄູ່ມືໂຄງການຊຸຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ (CFA) ແລະ ໂຄງການກຸ່ມບົວລະບັດຮັກສາທາງ (RMG) ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຂອງ 6 ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື)

ກອງປະຊຸມ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 15-19 ມີນາ 2021, ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ປະສອນໄຊ ອິນສີຊຽງໃໝ່, ວ່າການຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການເຂົ້າຮ່ວມຂອງທ່ານ ສີສະຫວັດ ເກີດກອງ, ຮອງຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ຫົວໜ້າຂະແໜງບໍລິຫານ-ການເງິນ, ຫົວໜ້າຂະແໜງວິສະວະກໍາ, ຫົວໜ້າໜ່ວຍງານຈັດຊື້-ຈັດຈ້າງ ແລະ ພະນັກງານຈາກ 6 ແຂວງເຂົ້າຮ່ວມ ຈໍານວນທັງໝົດ107 ຄົນ, ຍິງ34 ຄົນ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການປັບປຸງແລະຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດໂຄງການຊຸຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ (CFA) ແລະ ກຸ່ມບົວລະບັດຮັກສາທາງ (RMG) ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ແລະ ທັງເປັນການຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດໂຄງການໃນ 6 ແຂວງໃນໄລຍະຜ່ານມາ ເພື່ອປັບປຸງວິທີການຈັດຕັ້ງປະຕິບັດໃຫ້ດີຂຶ້ນກວ່າເກົ່າ.

ຜ່ານການສະຫຼຸບ ແລະ ຖອດຖອນບົດຮຽນເປັນເວລາ 5 ວັນເຕັມເຫັນໄດ້ວ່າ ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະພະນັກງານຂັ້ນແຂວງ ແລະ ຂັ້ນເມືອງ ຜູ້ຈັດຕັ້ງປະຕິບັດຕົວຈິງ ໄດ້ນໍາສະເໜີ ຫຼາຍຈຸດ ຫຼາຍຫົວຂໍ້ເຂົ້າໃນການປັບປຸງຄູ່ມືປື້ມຄູ່ມືດັ່ງກ່າວ ພ້ອມທັງລາຍງານຜົນການຈັດຕັ້ງປະຕິບັດໂຄງການຍ່ອຍ ໃນໄລຍະຜ່ານມາ ວ່າມີ ຈຸດດີ ຈຸດອ່ອນ ແນວໃດ ເພື່ອປັບປຸງວຽກງານໃນຕໍ່ໜ້າ.