ທລຍ ເມືອງຄໍາ ແຂວງຊຽງຂວາງ ສໍາເລັດການຝຶກອົບຮົມ ເຕັກນິກ ການລ້ຽງໝູ

Posting Date: 
28 Jul 2021

 

ທລຍ ເມືອງຄໍາ ແຂວງຊຽງຂວາງ ສໍາເລັດການຝຶກອົບຮົມ ເຕັກນິກ ການລ້ຽງໝູ

 

 

 

ໃນຕົ້ນເດືອນກໍລະກົດ 2021 ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຄໍາ ໄດ້ຈັດຊຸດອົບ ຮົມ ເຕັກນິກ ການລ້ຽງໝູ ໃຫ້ ບ້ານບົວ, ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ພາຍໃນບ້ານມີຄວາມຮູ້ພື້ນຖານດ້ານເຕັກນິກ ການລ້ຽງໝູ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ, ມີີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການ ແລະ ຂັ້ນຕອນການລ້ຽງໝູ. ການຝືກອົບຮົມຄັ້ງນີ້ ໂດຍການເປັນຄູຝຶກຂອງພະນັກງານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ , ນອກນັ້ນ ຍັງມີພະນັກງານ ທລຍ ຂັ້ນບ້ານ 1 ທ່ານ ແລະ ມີນັກສໍາມະນາກອນເຂົ້າຮ່ວມເປັນເພດຍິງທັງໝົດ 30 ຄົນ, ຊົນເຜົ່າ 3 ຄົນ.

 

 

 

ການຝຶກອົບຮົມໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ພາກທິດສະດີ ໄດ້ແນະນໍາຄວາມສຳຄັນ ແລະ ຄຸນປະໂຫຍດຂອງການລ້ຽງໝູ ແລະ ການຄັດເລືອກເອົາສະຖານທີ່, ວິທີ ແລະ ເຕັກ ນິກການສ້າງຄອກ, ການຄັດເລືອກເອົາແນວພັນ, ການປຸງແຕ່ອາຫານ, ການປະສົມພັນທຽມ, ວິທີການປ້ອງກັນພະຍາດ ແລະ ອື່ນໆຂອງການລ້ຽງໝູ, ແລະ ພາກທີ 2 ພະນັກງານ ທລຍ ຂັ້ນບ້ານສົມທົບກັບຄູຝຶກທີ່ມາຈາກຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ໄດ້ນໍາພາສະມາຊິກກຸ່ມ ກຊກ ລົງປະຕິບັດຕົວຈິງ ໂດຍການສັກຢາກັນພະຍາດ ແລະ ເຮັດອາຫານໝັກ ທີ່ນໍາໃຊ້ວັດຖຸທີ່ສາມາດຫາໄດ້ໃນທ້ອງຖິ່ນ. ຊຸດອົບຮົມຄັ້ງນີ້ ໄດ້ສ້າງຄວາມເຂົ້າໃຈໃຫ້ແກ່ອົງການປົກຄອງບ້ານ ໂດຍສະເພາະແມ່ນ ກຸ່ມສະມາຊິກ ກຊກ ທີ່ລ້ຽງໝູ ຊຶ່ງສາມາດນໍາໄປຜັນຂະຫຍາຍຄວາມຮູ້ໃນການລ້ຽງໝູຂອງຕົນຢ່າງເປັນຮູບປະທໍາ.