ທລຍ ເຮັດການທົດລອງ “ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນເອງ ເຕັມຮູບແບບ”
ໂດຍ: ແສງອາລຸນ ພິລາຈັນ ແລະ ຄອນທິບ ພວງເພັດ
ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນເອງ ແມ່ນວິທີການມອບສິດ ແລະ ອໍານາດໃຫ້ແກ່ຊຸມຊົນ ເປັນຕົ້ນແມ່ນການວາງແຜນການລົງທຶນໃສ່ກິດຈະກໍາໂຄງການຍ່ອຍ, ການຕັດສິນໃຈໃນການດໍາເນີນກິດຈະກໍາຕ່າງໆດ້ວຍຕົນເອງ, ການຄຸ້ມຄອງບໍລິຫານງົບປະມານ, ການບູລະນະສ້ອມແປງໂຄງການຍ່ອຍ ເຂົ້າໃນການພັດທະນາທ້ອງຖິ່ນຂອງຊຸມຊົນເອງ ລ້ວນແຕ່ແມ່ນຊຸມຊົນເປັນເຈົ້າການ ຊຶ່ງມັນກໍ່ສອດຄ່ອງກັບນະໂຍບາຍຂອງລັດຖະບານລາວ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ວຽກງານສາມສ້າງ ຊຶ່ງຮູບແບບການພັດທະນາ ທີ່ຂັບເຄື່ອນໂດຍຊຸມຊົນນີ້ເປັນຫົວຂໍ້ໜຶ່ງທີ່ສໍາຄັນ ແລະ ຈໍາເປັນທີ່ສຸດໃນການຜັນຂະຫຍາຍນະໂຍບາຍດັ່ງກ່າວລົງສູ່ຮາກຖານ ທີ່ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢູ່ເຂດຫ່າງໄກສອກຫລີກຂອງ ສ.ປ.ປ ລາວ, ເຖິງແມ່ນວ່າຈະເປັນສິ່ງທ້າ ທາຍຫລາຍສໍາລັບກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ກໍ່ຕາມ. ດ່ັງນັ້ນນັບຕັ້ງແຕ່ ທລຍ ໄດ້ສ້າງຕັ້ງຂື້ນ ຮູບແບບການຈັດຕັ້ງປະຕິບັດໂຄງການຂອງ ທລຍ ແມ່ນໄດ້ພະຍາຍາມນໍາໃຊ້ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນຕລອດມາ, ແຕ່ຍັງບໍ່ທັນໄດ້ນໍາໃຊ້ຢ່າງເຕັມຮູບແບບເທື່ອ ເພື່ອເຮັດໃຫ້ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນຈັດຕັ້ງປະຕິບັດໄດ້ຢ່າງເຕັມຮູບແບບນັ້ນ, ທລຍ ກໍໄດ້ພັດທະນາ ແລະ ຍົກລະດັບການມີສ່ວນຮ່ວມ ແລະ ຄວາມເປັນເຈົ້າການຂອງຊຸມຊົນເຂົ້າໃນການຈັດຕັ້ງປະຕິບັດຂື້ນເທື່ອລະກ້າວ, ເນື່ອງຈາກປະຊາຊົນຍັງມີຄວາມທຸກຍາກຫລາຍ ແລະ ຍັງບໍ່ທັນມີຄວາມພອ້ມໃນຫລາຍປັດໃຈໃນໄລຍະຜ່ານມາ. ແຕ່ປະຈຸບັນ ທລຍ ໄດ້ເຮັດການທົດລອງ ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນເອງ ແບບເຕັມຮູບແບບຢູ່ 5 ເມືອງ, 24 ກຸ່ມບ້ານ, 182 ບ້ານ, 65 ໝູ່ບ້ານ ຂອງ 3 ແຂວງຄື: ອຸດົມໄຊ, ຫລວງພະບາງ ແລະ ສະຫວັນນະເຂດ.
ການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນເອງ ເຕັມຮູບແບບນັ້ນ ແມ່ນໄດ້ເນັ້ນໜັກໃສ່ຂະບວນການວາງແຜນພັດທະນາບ້ານ ແລະ ກຸ່ມບ້ານເປັນຫລັກ ໃນນັ້ນ ວິທີການທີ່ສໍາຄັນໃນການວາງແຜນແມ່ນການແບ່ງກຸ່ມແມ່ຍິງ, ກຸ່ມຜູ້ຊາຍ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດໃນການປຶກສາຫາລື ຄັດເລືອກເອົາບູລິມະສິດຄວາມຕ້ອງ ການທີ່ມາຈາກກຸ່ມແມ່ຍິງ ແລະ ກຸ່ມຜູ້ຊາຍ ດ້ວຍການໃຊ້ຮູບພາບໂຄງການຍ່ອຍຕິດໄວ້ຕໍ່ໜ້າ ຈອກທີ່ຈະປ່ອນແກ່ນສາລີ ຈາກນັ້ນ ໃຫ້ປະຊາຊົນຜູ້ທີ່ເຂົ້າຮ່ວມກອງປະ ຊຸມໝົດທຸກຄົນ ປ່ອນແກ່ນສາລີລົງໃສ່ຈອກ ທີ່ເຫັນວ່າບ້ານຕົນເອງສົມຄວນທີ່ຈະໄດ້ໂຄງການຍ່ອຍອັນໃດເປັນ ອັນດັບທໍາອິດ ອັນໃດເປັນອັນດັບສໍາຮອງ. ເຖິງແນວໃດກໍດີ 3 ບູລິມະສິດຄວາມຕ້ອງການທໍາອິດ ຕ້ອງມາຈາກກຸ່ມແມ່ຍິງ ເພື່ອໃຫ້ໝັ້ນໃຈວ່າ ສິດຂອງແມ່ຍິງຈະໄດ້ຮັບການພິຈາລະນາໃນເວລາມີການຕັດສິນ ໃຈເອົາໂຄງການຍ່ອຍ.
ເຊິ່ງວິທີການດັ່ງກ່າວໄດ້ແຕກຕ່າງຈາກການຄັດເລືອກບູລິມະສິດຄວາມຕ້ອງການໃນເມື່ອກ່ອນ ເພາະເຂົາເຈົ້າໃຊ້ວິທີລົງປະຊາມະຕິ ຫລື ຍົກມືເພື່ອຄັດເລືອກເອົາ ລາຍການ/ໂຄງການຍ່ອຍ ທີ່ຕ້ອງການມາລົງທຶນພັດທະນາບ້ານຂອງເຂົາເຈົ້າ ຊຶ່ງວິທີການຍົກມືນີ້ ເຫັນວ່າບໍ່ເໝາະສົມ ເພາະວ່າມັກຈະມີຜູ້ນໍາພາບອກໃຫ້ຍົກມືພ້ອມກັນ ຫຼື ເຫັນຄົນອື່ນຍົກມື ຜູ້ກ່ຽວກໍ່ຍົກຂື້ນ ໂດຍບໍ່ໄດ້ຄິດວ່າຕົນເອງຕ້ອງການຫັຍງແທ້. ກໍລະນີນໍາໃຊ້ເມັດສາລີປອ່ນເທື່ອລະຄົນຈະເຫັນວ່າເປັນຂະບວນການທີ່ມາຈາກຄວາມຕ້ອງການຂອງຕົນເອງຢ່າງແທ້ຍີງໂດຍບໍ່ມີຜູ້ຊັກຊວນໃຫ້ປະຕິບັດຕາມ.