ເມືອງນໍ້າບາກ ແຂວງຫລວງພະບາງ ໄດ້ຮັບທືນ
ຈາກ ທລຍ 812.265.433 ກີບ
-------------------
ໂດຍ: ພູທອນ ພົມມະພາວັນ
ເມືອງນໍ້າເມຶອງນໍ້າບາກ ແມ່ນເມືອງທຸກຍາກ ຂອງແຂວງຫລວງພະບາງ ແລະ ເປັນເມືອງເປົ້າໝາຍທີ່ ທລຍ ໃຫ້ການຊ່ວຍເຫຼືອ ເລີ້ມແຕ່ປີ 2010-2011. ຫລາຍບ້ານ ແລະ ກຸ່ມບ້ານ ຍັງຂາດເສັ້ນທາງເຂົ້າເຖິງໄດ້ 2 ລະດູ ໂດຍສະເພາະແມ່ນ ເສັ້ນທາງລະຫວ່າງບ້ານ ພາຍໃນກຸ່ມ ແລະ ເສັ້ນທາງແຕ່ກຸ່ມ ຫາເມືອງ, ດັ່ງນັ້ນ ສົກປີ 2014-2015 ຮອບວຽນທີ່ 12 ນີ້ ເມືອງນໍ້າບາກໄດ້ຮັບທຶນສະໜັບບສະໜູນການກໍ່ສ້າງເສັ້ນທາງ ຈາກ ທລຍ ຫລາຍກວ່າໂຄງການຍ່ອຍອຶ່ນໆດ ໃນນັ້ນຈໍານວນທັງໝົດທີ່ ເມືອງນໍ້າບາກໄດ້ຮັບແມ່ນ 6 ໂຄງການຍ່ອຍ ຊຶ່ງປະກອບດ້ວຍ: ການກໍ່ສ້າງເສັ້ນທາງ 4 ເສັ້ນຄື: ເສັ້ນທາງບ້ານລີ່ ແລະ ເສັ້ນທາງບ້ານດອນຄຳ, ເສັ້ນຢູ່ບ້ານດ່ວນໃຕ້ ແລະ ສ້າງເສັ້ນທາງບ້ານລ້ອງຈົກ, ໂຄງການສ້ອມແປງນ້ຳລິນຢູ່ບ້ານຂັນເທິງ, ກຸ່ມຊົງຈາປະກອບມີ 1 ໂຄງການ ແລະ ໂຄງການ ແມ່ນການກໍ່ສ້າງໂຮງຮຽນປະຖົມ 3 ຫ້ອງ ຢູ່ບ້ານໜອງເໝືອ 1 ໂຄງການ. ຊຶ່ງລວມມີຜູ້ໄດ້ຮັບຜົນປະ ໂຫຍດທັງໝົດ 2.456.ຄົນ, ຍິງ 1,212 ຄົນ.
ສໍາລັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການນັ້ນ 5 ໂຄງການທີ່ໄດ້ເລີ້ມລົງມືຈັດຕັ້ງປະຕິບັດແຕ່ເດືອນ 07/2015 ໄດ້ສຳເລັດໃນເດືອນ 10/2015 ພອ້ມທັງໄດ້ຮັບການກວດກາ 100% ແລະ ມອບຮັບຢ່າງເປັນທາງການໃຫ້ແກ່ຊຸມຊົນຄຸ້ມຄອງນໍາໃຊ້ເປັນປົກກະຕິແລ້ວ. ສໍາລັບມູນຄ່າໃນການກໍ່ສ້າງ ແລະ ສ້ອມແປງ ທັງໝົດແມ່ນ 812.265.433 ກີບ.
ສ່ວນອີກ 1 ໂຄງການກໍ່ສ້າງໂຮງຮຽນປະຖົມ 3 ຫ້ອງ ຢູ່ບ້ານໜອງເໝືອ ຊຶ່ງເປັນໂຄງການທົດລອງໃນຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ຫລື ເອີ້ນວ່າ ( CDD ) ແມ່ນກຳລັງຈັດຕັ້ງປະຕິບັດ ຄາດວ່າຈະສຳເລັດ ໃນໄວໆນີ້.