Published on Poverty Reducetion Fund (https://prflaos.org/test)

Home > ເມືອງນໍ້າບາກ ແຂວງຫລວງພະບາງ ໄດ້ຮັບທືນ ຈາກ ທລຍ 812.265.433 ກີບ

ເມືອງນໍ້າບາກ ແຂວງຫລວງພະບາງ ໄດ້ຮັບທືນ ຈາກ ທລຍ 812.265.433 ກີບ [1]

Posting Date: 
11 Mar 2016

 ​ເມືອງ​ນໍ້າ​ບາກ ​ແຂວງ​ຫລວງ​ພະ​ບາງ ໄດ້ຮັບທືນ

ຈາກ ທລຍ 812.265.433 ກີບ

-------------------

ໂດຍ: ພູ​ທອນ ພົມ​ມະ​ພາ​ວັນ

           ​ເມືອງ​ນໍ້າເມຶ​ອງນໍ້າ​ບາກ ​ແມ່ນ​​ເມືອງ​ທຸກ​ຍາກ ຂອງແຂວງ​ຫລວງ​ພະ​ບາງ ​ ​ແລະ ​ເປັນ​ເມືອງເປົ້າ​ໝາຍ​ທີ່ ທລຍ ​ໃຫ້ການ​ຊ່ວຍ​ເຫຼືອ ​​ເລີ້ມ​ແຕ່​ປີ 2010-2011. ຫລາຍ​ບ້ານ ​ແລະ ກຸ່ມ​ບ້ານ ຍັງ​ຂາດ​ເສັ້ນທາງ​ເຂົ້າ​ເຖິງ​ໄດ້ 2 ລະດູ ​ໂດຍ​ສະ​ເພາະ​ແມ່ນ ​ເສັ້ນທາງ​ລະຫວ່າງ​ບ້ານ ພາຍ​ໃນ​ກຸ່ມ ​ແລະ ​ເສັ້ນທາງ​ແຕ່​ກຸ່ມ ຫາ​ເມືອງ, ດັ່ງ​ນັ້ນ ​ສົກ​ປີ 2014-2015 ຮອບ​ວຽນ​ທີ່ 12 ນີ້ ​​ເມືອງ​ນໍ້າ​ບາກໄດ້​ຮັບ​ທຶນ​ສະ​ໜັບບ​ສະ​ໜູ​ນການ​ກໍ່ສ້າງ​ເສັ້ນທາງ ຈາກ ທລຍ ຫລາຍ​ກວ່າ​​ໂຄງການ​ຍ່ອຍ​ອຶ່ນໆດ ​ໃນ​ນັ້ນຈໍານວນທັງ​ໝົດທີ່ ​ເມືອງ​ນໍ້າ​ບາກ​ໄດ້​ຮັບ​ແມ່ນ  6 ​ໂຄງການ​ຍ່ອຍ ຊຶ່ງ​ປະກອບ​ດ້ວຍ: ການກໍ່ສ້າງເສັ້ນ​ທາງ 4 ເສັ້ນຄື: ເສັ້ນ​ທາງ​ບ້ານ​ລີ່ ແລະ ເສັ້ນ​ທາງ​ບ້ານດອນ​ຄຳ​,  ເສັ້ນ​ຢູ່​ບ້ານ​ດ່ວນ​ໃຕ້ ແລະ ​ສ້າງ​ເສັ້ນ​ທາງ​ບ້ານ​ລ້ອງ​ຈົກ​, ​ໂຄງການ​ສ້ອມ​ແປງນ້ຳ​ລິນ​ຢູ່​ບ້ານ​ຂັນ​ເທິງ​, ກຸ່ມ​ຊົງ​ຈາ​ປະ​ກອບ​ມີ 1 ໂຄງ​ການ​ ​ແລະ ໂຄງການ ​ແມ່ນ​ການ​ກໍ່ສ້າງ​ໂຮງຮຽນ​ປະຖົມ 3 ຫ້ອງ ຢູ່​ບ້ານ​ໜອງ​ເໝືອ 1 ​ໂຄງການ​. ຊຶ່ງ​ລວມມີຜູ້​ໄດ້​ຮັບຜົນປະ​ ໂຫຍ​ດທັງ​ໝົດ 2.456.ຄົນ, ຍິງ 1,212 ຄົນ.

 

         ສໍາລັບ​ຄວາມ​ຄືບ​ໜ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການນັ້ນ 5 ​ໂຄງການ​ທີ່​ໄດ້​ເລີ້ມ​​​ລົງ​ມືຈັດ​ຕັ້ງ​ປະ​ຕິ​ບັດ​​​ແຕ່​ເດືອນ 07/2015 ​ໄດ້​ສຳ​ເລັດ​ໃນ​ເດືອນ 10/2015     ພອ້ມທັງໄດ້​ຮັບ​ການກວດ​ກາ 100%  ແລະ​ ມອບ​ຮັບ​ຢ່າງ​ເປັນ​ທາງ​ການ​ໃຫ້​ແກ່​ຊຸມ​ຊົນຄຸ້ມ​ຄອ​ງ​ນໍາ​ໃຊ້​ເປັນ​ປົກກະຕິ​ແລ້ວ. ສໍາ​ລັບ​ມູນ​ຄ່າ​ໃນ​ການ​ກໍ່ສ້າງ​ ແລະ ສ້ອມ​ແປງ ທັງ​ໝົດ​ແມ່ນ   812.265.433 ກີບ.   

ສ່ວນອີກ 1 ໂຄງການ​ກໍ່ສ້າງ​ໂຮງຮຽນ​ປະຖົມ 3 ຫ້ອງ ຢູ່​ບ້ານ​ໜອງ​ເໝືອ​ ຊຶ່ງເປັນ​ໂຄງ​ການ​ທົດ​ລອງ​ໃນຮູບ​ແບບຊຸມຊົນຈັດຕັ້ງປະຕິບັດເອງ ຫລື ເອີ້ນວ່າ ( CDD ) ​ແມ່ນກຳລັງ​ຈັດ​ຕັ້ງ​ປະ​ຕິ​ບັດ ຄາດວ່າຈະສຳເລັດ ໃນໄວໆນີ້.

Attachment: 
File Road and Water.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%E0%BA%99%E0%BB%8D%E0%BB%89%E0%BA%B2%E0%BA%9A%E0%BA%B2%E0%BA%81-%E0%BB%81%E0%BA%82%E0%BA%A7%E0%BA%87%E0%BA%AB%E0%BA%A5%E0%BA%A7%E0%BA%87%E0%BA%9E%E0%BA%B0%E0%BA%9A%E0%BA%B2%E0%BA%87-%E0%BB%84%E0%BA%94%E0%BB%89%E0%BA%AE%E0%BA%B1%E0%BA%9A%E0%BA%97%E0%BA%B7%E0%BA%99-%E0%BA%88%E0%BA%B2%E0%BA%81-%E0%BA%97%E0%BA%A5%E0%BA%8D-812265433-%E0%BA%81%E0%BA%B5%E0%BA%9A

Links:
[1] https://prflaos.org/test/news/newspaper/%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%E0%BA%99%E0%BB%8D%E0%BB%89%E0%BA%B2%E0%BA%9A%E0%BA%B2%E0%BA%81-%E0%BB%81%E0%BA%82%E0%BA%A7%E0%BA%87%E0%BA%AB%E0%BA%A5%E0%BA%A7%E0%BA%87%E0%BA%9E%E0%BA%B0%E0%BA%9A%E0%BA%B2%E0%BA%87-%E0%BB%84%E0%BA%94%E0%BB%89%E0%BA%AE%E0%BA%B1%E0%BA%9A%E0%BA%97%E0%BA%B7%E0%BA%99-%E0%BA%88%E0%BA%B2%E0%BA%81-%E0%BA%97%E0%BA%A5%E0%BA%8D-812265433-%E0%BA%81%E0%BA%B5%E0%BA%9A
[2] https://prflaos.org/test/sites/default/files/news/1019/attachment/Road%20and%20Water.docx