Published on Poverty Reducetion Fund (https://prflaos.org/test)

Home > ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຕິດຕາມ-ປະເມີນຜົນ

ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຕິດຕາມ-ປະເມີນຜົນ [1]

Posting Date: 
10 Jun 2016

ທລຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ຕິດຕາມ-ປະ​ເມີນ​ຜົນ

​ໂດຍ: ທລຍ

ກອງປະຊຸມຝຶກອົບຮົມ ກ່ຽວກັບວຽກງານຕິດຕາມ-ປະເມີນຜົນ (Result-based Monitoring and Evaluation Course) ໄດ້ຈັດຂຶ້ນທີ່ຫ້ອງຝຶກອົບຮົມຂອງບໍລິສັດທີ່ປຶກສາອີດີຊີ (EDC) ໃນລະຫວ່າງວັນທີ 30 ພຶດສະພາ ເຖິງວັນທີ 2 ມິຖຸນາ 2016 ໂດຍມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ ເປັນຍິງ 5 ທ່ານ ​ແລະ ຄູ​ຝຶກ​ທີ່​ມີ​ຄວາມ​ຊໍານິ​ຊໍານານ​ດ້ານວຽກງານຕິດຕາມ-ປະເມີນຜົນຈາກ​ປະ​ເທດຟີ​ລິບ​ປິ່່ນ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເສີມສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ຕິດຕາມ-ປະເມີນຜົນ ກໍ່ຄື ພະນັກງານ ທລຍ ໂດຍມີເປົ້າໝາຍ ຮັບປະກັນປະສິດທິພາບຂອງການເຮັດວຽກໃຫ້ໄດ້ດີກວ່າເກົ່າ ບໍ່ວ່າຈະແມ່ນການຕິດຕາມຕົວຊີ້ວັດຂອງໂຄງການ, ການເກັບກຳຂໍ້ມູນ, ການສະໜອງຂໍ້ມູນ, ການວິເຄາະຂໍ້ມູນ, ການຂຽນບົດລາຍງານ, ການນຳສະເໜີ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບວຽກງານຕິດຕາມ-ປະເມີນຜົນ.

ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ເນັ້ນໃສ່ການນຳໃຊ້ເທັກໂນໂລຍີ, web-based, application ຕ່າງໆທີ່ມີ ເພື່ອປັບໃຊ້ເຂົ້າໃນວຽກງານຕິດຕາມ-ປະເມີນຜົນ ເຊັ່ນ: Dropbox, Google Drive, Google Docs, Google Forms, LogFramer, OpenProj ແລະ ອື່ນໆ. ໃນລະຫວ່າງການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຝຶກການນໍາໃຊ້ເຄື່ອງມືຕ່າງໆ ຊຶ່ງເຫັນວ່າຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈ ແລະ ຄິດວ່າສາມາດນໍາໄປປັບໃຊ້ເຂົ້າໃນວຽກງານຂອງຕິດຕາມ-ປະເມີນຜົນ ກໍ່ຄືວຽກງານສະເພາະຂອງຕົນ. ​

ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ມີຫລາຍໆຂໍ້ສະເໜີ ໂດຍໄດ້ສະເໜີໃຫ້ມີການຖ່າຍທອດບົດຮຽນຕໍ່ໃຫ້ແກ່ ພະນັກງານແຂວງ ແລະ ເມືອງ. ນອກຈາກຂໍ້ສະເໜີຈາກຜູ້ເຂົ້າຮ່ວມແລ້ວ ຄູຝຶກກໍ່ໄດ້ມີຂໍ້ແນະນຳເພີ່ມເຕີມດັ່ງລຸ່ມນີ້:   

1.     ນຳໃຊ້ເຄື່ອງມີຕິດຕາມ-ປະເມີນຜົນດິຈິຕອລ

2.    ປະສົມປະສານລະຫວ່າງລະບົບຕິດຕາມ-ປະເມີນຜົນທີ່ມີຢູ່ແລ້ວ ກັບ ເທັກໂນໂລຍີດິຈິຕອລ.

3.    ພະນັກງານ ທລຍ ຄວນເລີ່ມນຳໃຊ້ລະບົບຕິດຕາມ-ປະເມີນຜົນດິຈິຕອລ ເພື່ອເຮັດໃຫ້ການເຮັດວຽກງ່າຍຂຶ້ນ, ໄວຂຶ້ນ ແລະ ສະດວກຂຶ້ນ

4.    ຄວນດຳເນີນການປະເມີນຄວາມຕ້ອງການດ້ານຝຶກອົບຮົມຂອງພະນັກງານ ເພື່ອກຳນົດຄວາມຕ້ອງການທີ່ຖືກຕ້ອງ

5.    ສະໜອງຝຶກອົບຮົມໃຫ້ແກ່ພະນັກງານຕິດຕາມ-ປະເມີນຜົນເມືອງ ແລະ ແຂວງ ກ່ຽວກັບເຄື່ອງມືດິຈິຕອລ

6.    ກະກຽມຂໍ້ມູນຮູບພາບກ່ຽວກັບ ທລຍ 3 ທັງເປັນພາສາອັງກິດ ແລະ ພາສາລາວ ແລະ ແຈກຢາຍໃຫ້ແກ່ບັນດາບ້ານ ແລະ ເມືອງເປົ້າໝາຍ

7.    ພັດທະນາເວບໄຊຂອງ ທລຍ ໃຫ້ມີຄວາມສຳພັນກັນ ໂດຍຄຳນຶງເຖິງພາກລັດຖະບານ, ຜູ້ໃຫ້ທຶນ ແລະ ປະຊາຊົນ

8.    ຜະລິດ,​ນຳໃຊ້, ແຈກຢາຍ ແລະ ປະເມີນປະສິດທິພາບຂອງຮູບພາບ, ວີດີໂອ ເພື່ອປັບປຸງຍຸດທະສາດການສື່ສານຂອງ ທລຍ

9.    ຜະລິດລາຍການໂທລະທັດ ກ່ຽວກັບຍຸດທະສາດການຫລຸດຜ່ອນຄວາມທຸກຍາກ

10.  ປະເມີນຜົນໄດ້ຮັບ ແລະ ປະເມີນການປ່ຽນແປງການປະຕິບັດວຽກງານຕິດຕາມ-ປະເມີນຜົນ.

 

ທ່ານ ​ແສງ​ເດືອນ ບຸດ​ດາ​ວົງ, ພະນັກງານຕິດ​ຕາມ-​ປະ​ເມີນ​ຜົນ ​ແຂວງສະຫວັນນະ​ເຂດ ທີ່​ໄດ້​ມີ​ໂອກາດ​ມາ​ເຂົ້າ​ຮ່ວມ​ເຝິກອົບຮົມ​ໃນ​ຄັ້ງ​ນີ້​ໄດ້​ກ່າວ​ວ່າ: “ກ່ອນ​ອື່ນ​ໝົດຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ຄະນະ​ຮັບຜິດຊອບ​ ທີ່​ໄດ້​ໃຫ້​ໂອກາດ​ຂ້າພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ຄັ້ງ​ນີ້. ສຳລັບ​ຂ້າພະ​ເຈົ້າ​ເອງ, ນີ້​​ແມ່ນ​ໂອກາດ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຈາກ​ຄູ​ຝຶກ​ຊ່ຽວຊານ​ຈາກ​ຕ່າງປະ​ເທດ​ທີ່​ມີ​ປະສົບ​ການ ​ແລະຄວາມ​ຊຳນານ​ສູງ​ດ້ານ​ເຄື່ອງມື​ຕິດຕາມ​ ​ແລະປະ​ເມີນ​ຜົນ. ທີ່​ສຳຄັນ​ໄປ​ກວ່າ​ນັ້ນ ​ແມ່ນການໄດ້​ໃກ້ຊິດຕິດແທດ ແລະ ໄດ້ຮັບຄວາມອົບອຸ່ນ ຈາກຄະນະບໍລິຫານຂອງ ທລຍ ຂັ້ນສູນກາງ ພ້ອມກັບພະນັກງານຕິດຕາມ-ປະເມີນຜົນ ​ຂັ້ນສູນ​ກາງ. ສຳລັບ​ແຜນ​ໃນ​ຕໍ່ໜ້າ, ຂ້າພະ​ເຈົ້າຈະນຳເອົາບົດຮຽນແລະຄວາມຮູ້ທີ່ໄດ້ມາສຶກສາເພີ່ມຕືມ ເພື່ອຜັນຂະຫຍາຍໃນວຽກງານຂອງ​ຕົນ​ທີ່​ໄດ້​ຮັບຜິດຊອບ​ຢູ່​ຂັ້ນ​ທ້ອງ​ຖິ່ນ ​ແລະ ​ເຜີຍ​ແຜ່​ໃຫ້​ແຂວງ​ອື່ນ​ໆຕາມຄວາມເໝາະສົມ ​ເພື່ອ​ເພີ່ມ​ປະສິດ​ຕິ​ພາບ​ໃນ​ກາ​ນ  ຈັດ​ຕັ້ງ​ປະຕິ​ບັດ​​ໂຄງການ​ໃຫ້​ດີ​ຍິ່ງໆ​ຂຶ້ນ“.

Attachment: 
Microsoft Office document icon 08062016_ME_Training_EDC_Lao.doc [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%97%E0%BA%A5%E0%BA%8D-%E0%BB%80%E0%BA%AA%E0%BA%B5%E0%BA%A1%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BB%80%E0%BA%82%E0%BA%B1%E0%BB%89%E0%BA%A1%E0%BB%81%E0%BA%82%E0%BA%87%E0%BB%83%E0%BA%AB%E0%BB%89%E0%BB%81%E0%BA%81%E0%BB%88%E0%BA%9E%E0%BA%B0%E0%BA%99%E0%BA%B1%E0%BA%81%E0%BA%87%E0%BA%B2%E0%BA%99%E0%BA%95%E0%BA%B4%E0%BA%94%E0%BA%95%E0%BA%B2%E0%BA%A1-%E0%BA%9B%E0%BA%B0%E0%BB%80%E0%BA%A1%E0%BA%B5%E0%BA%99%E0%BA%9C%E0%BA%BB%E0%BA%99

Links:
[1] https://prflaos.org/test/news/newspaper/%E0%BA%97%E0%BA%A5%E0%BA%8D-%E0%BB%80%E0%BA%AA%E0%BA%B5%E0%BA%A1%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BB%80%E0%BA%82%E0%BA%B1%E0%BB%89%E0%BA%A1%E0%BB%81%E0%BA%82%E0%BA%87%E0%BB%83%E0%BA%AB%E0%BB%89%E0%BB%81%E0%BA%81%E0%BB%88%E0%BA%9E%E0%BA%B0%E0%BA%99%E0%BA%B1%E0%BA%81%E0%BA%87%E0%BA%B2%E0%BA%99%E0%BA%95%E0%BA%B4%E0%BA%94%E0%BA%95%E0%BA%B2%E0%BA%A1-%E0%BA%9B%E0%BA%B0%E0%BB%80%E0%BA%A1%E0%BA%B5%E0%BA%99%E0%BA%9C%E0%BA%BB%E0%BA%99
[2] https://prflaos.org/test/sites/default/files/news/1044/attachment/08062016_ME_Training_EDC_Lao.doc