Published on Poverty Reducetion Fund (https://prflaos.org/test)

Home > ທລຍ ສ້າງຂະບວນການ ສະຫລອງ ວັນສາກົນ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ທລຍ ສ້າງຂະບວນການ ສະຫລອງ ວັນສາກົນ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ [1]

Posting Date: 
12 Dec 2016

ທລຍ ສ້າງຂະບວນການ ສະຫລອງ ວັນສາກົນ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງຕໍ່​ແມ່ຍິງ ​ແລະ ​ເດັກຍິງ

 

​ໂດຍ: ​ໃຈ​ປະ​ເສີດ ພັນ​ພູ​ວັນນະ

 

ເພື່ອສະຫລອງ ​ວັນ​ສາກົນ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງຕໍ່​ແມ່ຍິງ ​ແລະ ​ເດັກຍິງ ​ວັນ​ທີ 25 ພະຈິກ 2016 ດັ່ງນັ້ນ, ໃນລະຫວ່າງວັນທີ 25-30 ພະຈິກ 2016, ທ່ານ ຜູ້ອໍານວນການບໍລິຫານ ກອງທຶນຫລຸດຜ່ອນຄວາມທຸກຍາກ ພ້ອມດ້ວຍພະນັກ ງານຫ້ອງການ ກອງທຶນຫລຸດຜ່ອນຄວາມທຸກຂັ້ນສູນກາງທັງໝົດ ຫລາຍກວ່າ 40 ທ່ານ, ຍິງ 17 ທ່ານ ໄດ້ເປັນສ່ວນນຶ່ງຂອງສັງຄົມ ລົງໄດ້ລົງມາເຮັດກິດຈະກຳສະ​ເຫລີ​ມ ສະຫລອງ​ວັນດັ່ງກ່າວ ​ເພື່ອ​ເປັນ​ການຢັ້ງຢືນ​ໃຫ້​ເຫັນ​ວ່າ ສປປ ລາວ ​ແລະ ວົ​ງຄະນາ​ຍາດ​ທຸກ​ປະ​ເທດ​ໃນ​ໂລກ ​ໄດ້​ມີ​ຈຸດປະສົງ​ຮ່ວມ​ກັນ​ວ່າ​ຈະ​ພ້ອມ​ກັນ​ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ ​ທຸ​ກຮູບແບບ ບໍ່​ວ່າ​ຈະ​ເປັນຄວາມ​ຮຸນ​ແຮງ​ທາງ​ດ້ານ​ຮ່າງກາຍ, ຈິດ​ໃຈ, ວາຈາ, ທາງ​ເພດ ​ແລະ ອື່ນໆ.

ໃນວັນທີ 29-30 ພະຈິກ 2016,  ທີມງານ ທລຍ ຂັ້ນສູນກາງ ໄດ້ລົງແຈກຢາຍຄູ່ມືການຮຽນການສອນ ແລະ ປື້ມສາລະຄວາມຮູ້ຕ່າງໆ ປະກອບໃຫ້ຫ້ອງຮຽນທັງໝົດ 8 ຫ້ອງຮຽນ ແລະ ເຮັດກິດຈະກຳຮ່ວມກັບນັກຮຽນ ໃນການຂຽນຄວາມຫວັງຂອງຕົນເພື່ອໃຫ້ຄອບຄົວປັດສະຈາກຄວາມຮຸນແຮງ, ຮ່ວມກັບພໍ່ແມ່ນັກຮຽນ ຫລີ້ນເກມ ສະແດງພາລະບົດບາດຂອງພໍ່ໃນການເຮັດວຽກປະຈຳວັນໃນເຮືອນຂອງຕົນ ເພື່ອແຂ່ງຂັ້ນເອົາລາງວັນ, ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນ ທີ່ໂຮງຮຽນປະຖົມ ບ້ານຜາຕັ້ງ, ເມືອງວັງວຽງ ແຂວງວຽງຈັນ ພ້ອມທັງໄດ້ນໍາເອົາ ສາລະຄະດີຄວາມຮຸນແຮງໃນລາວ ມາ​ເຜີຍ​ແຜ່​ໃຫ້​ຊຸມ​ຊົນ ​ແລະ ສັງຄົມ​ໄດ້​ຮັບ​ຮູ້ ​ເພື່ອ​ປູກ​ຈິດ​ສຳນຶກ​ໃຫ້​ສັງຄົມ​ເຫັນ​ຄວາມ​ສຳຄັນ ​ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ.

​          ໃນ​ນະໂອກາດ​ດັ່ງກ່າວນັ້ນ ທີມງານກອງທຶນຫລຸດຜ່ອນຄວາມທຸກຍາກ ກໍ່ໄດ້ຂໍ​ການຮ່ວມມືຈາກບັນດາ ທ່ານອຳ ນາດການປົກຄອງ, ຄູອາຈານ ແລະ ພໍ່ແມ່ນັກຮຽນ ພ້ອມດ້ວຍ​ຊາວ​ໜຸ່ມ-ເຍົາວະ​ຊົນ ​ໃຫ້​ພ້ອມ​ກັນ​ເຮັດ​ໜ້າ​ທີ່ ​ຕໍ່ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່ແມ່ຍິງໃຫ້​ໝົດ​ໄປ, ພ້ອມ​ນີ້​ເພດ​ຊາຍກໍ່​ເປັນ​ຕົວ​ແບບ​ໃນ​ການ​ປະຕິບັດ ຢູ່​ໃນ​ຊຸມ​ຊົນ ​ແລະ ບ້ານ​ ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ ​ລະຫວ່າງ​ຍິງ-ຊາຍ ແລະ ປັດສະຈາກຄວາມຮຸນແຮງ.

Attachment: 
File Against violent to women's day.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%97%E0%BA%A5%E0%BA%8D-%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BA%82%E0%BA%B0%E0%BA%9A%E0%BA%A7%E0%BA%99%E0%BA%81%E0%BA%B2%E0%BA%99-%E0%BA%AA%E0%BA%B0%E0%BA%AB%E0%BA%A5%E0%BA%AD%E0%BA%87-%E0%BA%A7%E0%BA%B1%E0%BA%99%E0%BA%AA%E0%BA%B2%E0%BA%81%E0%BA%BB%E0%BA%99-%E0%BA%95%E0%BB%89%E0%BA%B2%E0%BA%99%E0%BA%81%E0%BA%B2%E0%BA%99%E0%BB%83%E0%BA%8A%E0%BB%89%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BA%AE%E0%BA%B8%E0%BA%99%E0%BB%81%E0%BA%AE%E0%BA%87%E0%BA%95%E0%BB%8D%E0%BB%88%E0%BB%81%E0%BA%A1%E0%BB%88%E0%BA%8D%E0%BA%B4%E0%BA%87

Links:
[1] https://prflaos.org/test/news/newspaper/%E0%BA%97%E0%BA%A5%E0%BA%8D-%E0%BA%AA%E0%BB%89%E0%BA%B2%E0%BA%87%E0%BA%82%E0%BA%B0%E0%BA%9A%E0%BA%A7%E0%BA%99%E0%BA%81%E0%BA%B2%E0%BA%99-%E0%BA%AA%E0%BA%B0%E0%BA%AB%E0%BA%A5%E0%BA%AD%E0%BA%87-%E0%BA%A7%E0%BA%B1%E0%BA%99%E0%BA%AA%E0%BA%B2%E0%BA%81%E0%BA%BB%E0%BA%99-%E0%BA%95%E0%BB%89%E0%BA%B2%E0%BA%99%E0%BA%81%E0%BA%B2%E0%BA%99%E0%BB%83%E0%BA%8A%E0%BB%89%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BA%AE%E0%BA%B8%E0%BA%99%E0%BB%81%E0%BA%AE%E0%BA%87%E0%BA%95%E0%BB%8D%E0%BB%88%E0%BB%81%E0%BA%A1%E0%BB%88%E0%BA%8D%E0%BA%B4%E0%BA%87
[2] https://prflaos.org/test/sites/default/files/news/1067/attachment/Against%20violent%20to%20women%27s%20day.docx