Published on Poverty Reducetion Fund (https://prflaos.org/test)

Home > ກອງປະຊຸມປະສານງານການວາງ ຂັ້ນເມືອງໃນຮອບວຽນ ທີ 12 ນີ້ ທລຍ ແຂວງ ສະຫວັນນະເຂດ ໄດ້ເນັ້ນການສ້າງຄວາມເຂັ້ມ ແຂງໃຫ້ແກ່ທິມງານຂັ້ນກຸ່ມບ້ານຫຼາຍຂື້ນ

ກອງປະຊຸມປະສານງານການວາງ ຂັ້ນເມືອງໃນຮອບວຽນ ທີ 12 ນີ້ ທລຍ ແຂວງ ສະຫວັນນະເຂດ ໄດ້ເນັ້ນການສ້າງຄວາມເຂັ້ມ ແຂງໃຫ້ແກ່ທິມງານຂັ້ນກຸ່ມບ້ານຫຼາຍຂື້ນ [1]

Posting Date: 
02 Oct 2014

ກອງປະຊຸມປະສານງານການວາງ ຂັ້ນເມືອງໃນຮອບວຽນ ທີ 12 ນີ້  ທລຍ  ແຂວງ ສະຫວັນນະເຂດ ໄດ້ເນັ້ນການສ້າງຄວາມເຂັ້ມ ແຂງໃຫ້ແກ່ທິມງານຂັ້ນກຸ່ມບ້ານຫຼາຍຂື້ນ


​ໂດຍ: ​ສິນ​ນະຄອນ ອິນ​ທິລາດ


   ໃນທ້າຍເດືອນ ກັນຍາ 2014 ຜ່ານ​ມາແລ້ວນີ້ ແຂວງສະຫວັນນະເຂດ ໄດ້ມີການຈັດກອງປະຊຸມ ປະສານງານການວາງແຜນຂັ້ນ​ເມືອງ  ຢູ່ໃນແຕ່ລະເມືອງ ເປົ້້າໝາຍຂອງ ທລຍ , ເຊິ່ງເປັນກອງປະຊຸມ ທີ່ສໍາຄັນ ແລະ ໄດ້ຈັດຂຶ້ນທຸກໆປີ ຫຼັງຈາກ ສຳເລັດກອງປະຊຸມວາງແຜນ ຫຼື ທົບທວນແຜນພັດທະນາຂັ້ນບ້ານ ແລະ ຂັ້ນກຸ່ມ ຕາມຮູບແບບ ກອງປະຊຸມວາງແຜນແບບມີສ່ວນຮ່ວມ ແຕ່ລຸມຂືຶ້ນເທີງ ພາຍ​ໃຕ້ນະໂຍບາຍ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ​ໂດຍ​ສອດຄ່ອງ​ກັບ​ຄໍາ​​ເວົ້າ​ຂອງ​ພັກ​-ລັດທີ່​ວ່າ “ມາຈາກປະຊາຊົນ  ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ”.    ກອງ​ປະຊຸມ​ດັ່ງກ່າວ ເປັນກອງປະຊຸມຂັ້ນສຸດທ້າຍ  ສຳລັບການວາງແຜນ ກ່ອນທີ່ຈະໄດ້ເລີ່ມຂະບວນການສໍາຫຼວດອອກແບບ,ຈັດຊື້-ຈັດຈ້າງ ກ້າວໄປເຖິງ ຂະບວນການຈັດຕັ້ງປະຕິບັດໂຄງການຍ່ອຍ, ເປັນກອງປະຊຸມ ທ່ີ່ໄດ້ເຊື້ອເຊີນ ເອົາບັນດາແຂກຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ຈາກແຂວງ ແລະເມືອງ ຕະຫຼອດຮອດ ກຸ່ມບ້ານເຊັ່ນ:  ທ່ານ ເຈົ້າເມືອງ ຫຼື ຮອງເຈົ້າເມືອງ ເປັນປະ ທານ, ຮອງຫົວໜ້າ ຫ້ອງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຂົ້າມາຮ່ວມເປັນຄະນະປະທານ ບັນດາທ່ານ ຈາກ 4 ພະແນກການ: ​ໂຍທາທິການ ​ແລະ ຂົນ​ສົ່ງ , ສາທາລະນະສຸກ ,ສືກສາທິການ ​ແລະ ກິລາ, ກະສິກໍາ ​ແລະ ປ່າ​ໄມ້...ທັງແຂວງແລະເມືອງ , ອົງການຈັດຕັ້ງມະຫາຊົນຕ່າງໆ, ອົງການທີ່ໃຫ້ການຊ່ວຍ ເຫຼືອທາງດ້ານການພັດທະນາ ຈາກສາກົນ, ຜູ້ຊີ້ນໍາ   ແລະ ຜູ້ປະສານງານກຸ່ມບ້ານ  ເພື່ອມາຮ່ວມປືກສາຫາລື ກັນ ຜ່ານການນໍາສະເໜີແຜນພັດທະນາ ຂອງຕົວແທນ ຈາກແຕ່ລະກຸ່ມບ້ານພາຍໃນແຕ່ລະເມືອງ.    ສໍາລັບຮອບວຽນທີ 12 ທລຍ ແຂວງສະຫວັນນະເຂດ ໄດ້ມອບຄວາມຮັບຜິດຊອບໃຫ້ແກ່ທິມງານກຸ່ມບ້ານ ເພື່ອເປັນ ການສ້າງຄວາມເຂັ້ມແຂງ ແລະ ທົດສອບໃຫ້ເຂົາເຈົ້າໄດ້ເຮັດໃນ ສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ ເປັນຕົ້ນ ມອບໃຫ້ຜູ້ປະສານງານ ຫຼື ຕົວແທນ ໃຫ້ເປັນພິທີກອນກອງ ປະຊຸມ  ແລະ ຕົວແທນທີ່ເປັນ​ແມ່ຍິງ ເປັນຊົນເຜົ່າມານໍາສະເໜີ ແຜນພັດທະນາກຸ່ມບ້ານຂອງພວກເຂົາ​ເຈົ້າ ທັ້ງນີ້ ກໍ​ເພື່ອ​ເປັນ​ການ​ຍົກ​ສູງ​ບົດບາດ​ຍິງ​-ຊາຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແມ່ຍິງ​ມີ​ສິດ​ມີ​ສຽງ​ໃນ​ການ​ອອກ​ຄໍາ​ຄິດ​ຄໍາ​ເຫັນ ​ແລະ ກ້າ​ສະ​ແດງ​ອອກ ​ເຊິ່ງ​ເຫັນ​ໄດ້​ວ່າ ໃນແຕ່ລະເມືອງ ຜູ້ເຂົ້າຮ່ວມ​ໄດ້ໃຫ້ຄວາມສົນໃຈ ພ້ອມທັງ ມີຄຳຍ້ອງຍໍ ຊົມເຊີຍ ໂດຍສະເພາະຈາກປະທານກອງປະຊຸມໄດ້ມີຄຳເຫັນວ່າ ”ຂໍຊົມເຊີຍເປັນພິເສດທີ່ ທລຍ ໄດ້ມີສ່ວນ ໃນການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໄດ້ ມີຄວາມກ້າຫານ ບໍ່ທັນເຄີຍເຫັນພາກສ່ວນໃດເຮັດຈັກເທ່ືອ”

Attachment: 
Microsoft Office document icon SVN News 1.10.2014.doc [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%81%E0%BA%AD%E0%BA%87%E0%BA%9B%E0%BA%B0%E0%BA%8A%E0%BA%B8%E0%BA%A1%E0%BA%9B%E0%BA%B0%E0%BA%AA%E0%BA%B2%E0%BA%99%E0%BA%87%E0%BA%B2%E0%BA%99%E0%BA%81%E0%BA%B2%E0%BA%99%E0%BA%A7%E0%BA%B2%E0%BA%87-%E0%BA%82%E0%BA%B1%E0%BB%89%E0%BA%99%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%E0%BB%83%E0%BA%99%E0%BA%AE%E0%BA%AD%E0%BA%9A%E0%BA%A7%E0%BA%BD%E0%BA%99-%E0%BA%97%E0%BA%B5-12-%E0%BA%99%E0%BA%B5%E0%BB%89-%E0%BA%97%E0%BA%A5%E0%BA%8D-%E0%BB%81%E0%BA%82%E0%BA%A7%E0%BA%87

Links:
[1] https://prflaos.org/test/news/newspaper/%E0%BA%81%E0%BA%AD%E0%BA%87%E0%BA%9B%E0%BA%B0%E0%BA%8A%E0%BA%B8%E0%BA%A1%E0%BA%9B%E0%BA%B0%E0%BA%AA%E0%BA%B2%E0%BA%99%E0%BA%87%E0%BA%B2%E0%BA%99%E0%BA%81%E0%BA%B2%E0%BA%99%E0%BA%A7%E0%BA%B2%E0%BA%87-%E0%BA%82%E0%BA%B1%E0%BB%89%E0%BA%99%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%E0%BB%83%E0%BA%99%E0%BA%AE%E0%BA%AD%E0%BA%9A%E0%BA%A7%E0%BA%BD%E0%BA%99-%E0%BA%97%E0%BA%B5-12-%E0%BA%99%E0%BA%B5%E0%BB%89-%E0%BA%97%E0%BA%A5%E0%BA%8D-%E0%BB%81%E0%BA%82%E0%BA%A7%E0%BA%87
[2] https://prflaos.org/test/sites/default/files/news/852/attachment/SVN%20News%201.10.2014.doc