Published on Poverty Reducetion Fund (https://prflaos.org/test)

Home > “ ທລຍ ມີພາລະບົດບາດ ເຮັດໃຫ້ຊຸມຊົນມີຄວາມເຂັ້ມແຂງ ໂດຍສະເພາະ ​ແມ່ຍິງສາມາດກ້າ

“ ທລຍ ມີພາລະບົດບາດ ເຮັດໃຫ້ຊຸມຊົນມີຄວາມເຂັ້ມແຂງ ໂດຍສະເພາະ ​ແມ່ຍິງສາມາດກ້າ [1]

Posting Date: 
02 Oct 2014

“ ທລຍ ມີພາລະບົດບາດ ເຮັດໃຫ້ຊຸມຊົນມີຄວາມເຂັ້ມແຂງ ໂດຍສະເພາະ ​ແມ່ຍິງສາມາດກ້າ


ສະແດງອອກ ໃນເວທີຕ່າງໆ”


ໂດຍ: ​ສິນ​ນະຄອນ ອິນ​ທິລາດ


 


  ຂ້າງເທີງນີ້ຄືຄໍາເວົ້າຂອງ ທ່ານ ນາງ ພິມພອນ  ຈັນທະວົງ ຮອງເລຂາພັກເມືອງ  ຮອງເຈົ້າເມືອງໆເຊໂປນ ເຊິ່ງທ່ານໄດ້ມີຄໍາ​ເຫັນໃນພິທີປິດກອງປະຊຸມປະ ສານງານການວາງແຜນຂັ້ນ​ເມືອງ ຮອບວຽນ ທີ່ 12 ທີ່ໄດ້ຈັດຂື້ນໂດຍການເປັນປະ ທານຂອງທ່ານ ໃນທ້າຍເດືອນກັນຍາ 2014 ຜ່ານ​ມາແລ້ວນີ້.  ກ່ອນຄໍາເວົ້າ ດັ່ງກ່າວນີ້ຈະຖືກເວົ້າອອກມາ  ຜ່ານການຈັດກອງປະຊຸມຕະຫຼອດ 1 ວັນ ຂ້າພະເຈົ້າສັງເກດເຫັນ ທ່ານປະທານກອງປະຊຸມ ໄດ້ມີ ຮອຍຍີ້ມ ແລະ ສີໜ້າເບີ​ກ ບານ ເຊິ່ງມັນສະແດງເຖິງ  ບໍ່ແມ່ນແຕ່ວ່າຄວາມດີໃຈ  ມັນແມ່ນຄວາມພາກພູມໃຈຫຼາຍ ໃນທຸກໆຄັ້ງທີ່ທ່ານໄດ້ເຫັນ ຕົວແທນຂອງແຕ່ລະກຸ່ມບ້ານ ທີ່ເປັນຊຸມ ຊົນໃນເຂດປົກຄອງຂອງທ່ານ ໂດຍສະເພາະ​ແມ່ຍິງ ມີຄວາມເຂັ້ມແຂງ, ມີຄວາມສາມາດໃນການມານໍາສະເໜີ ເຊິ່ງມີຫຼາຍເທື່ອທ່ານຈົນ ເວົ້າອອກມາ ແລະ ຂໍ ສຽງຕົບມືຈາກ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຂໍຊົມເຊີຍ ສະເໜີໄດ້ດີຫຼາຍ   ແລະ ສຸດທ້າຍເມື່ອທ່ານໄດ້ກ່າວຄຳເຫັນໃນພີທີປີດທ່ານກໍຍັງອົດຈະຍ້ອງຍໍຊົມ ເຊີຍອີກບໍ່ໄດ້.         ຍ້ອນວ່າເມືອງເຊໂປນກໍຄືເມືອງຕ່າງໆ ທີ່ເປັນເປັນເມືອງເປົ້າໝາຍຂອງ ທລຍ ລ້ວນແລ້ວແຕ່ເປັນຊົນເຜົ່າ ໃນເມື່ອ ທລຍ ໄດ້ມາໃຫ້ການສະ ໜັບສະໜູນຊ່ວຍເຫຼືອໃນການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ຍັງໄດ້ສ້າງຄາມເຂັ້ມແຂງ  ມອບຂໍກຸນແຈ ທີ່ປຽບ​ເໝືອ​ນເປັນ ສັນຍາລັກຂອງໂອກາດ ເພື່ອໃຫ້ເຂົາເຈົ້າໄດ້ສະ​ແດງ ຄວາມສາມາດຂອງເຂົາເຈົ້າ​ ແລະ ເຮັດໃຫ້ ຜູ້ທີ່ພົບເຫັນ ໂດຍສະເພາະ ຜູ້ປົກຄອງ ມີຄວາມພາກພູມໃຈ  ອັນນີ້ມັນກໍໄດ້ສະແດງໃຫ້ເຫັນວ່າ ນະໂຍບາຍໃນການສ້າງຄວາມເຂັ້ມແຂງໃຫ້ແກ່ທິມງານ  ໃຫ້ແກ່ຊຸມຊົນ ຂອງ ທລຍ ແມ່ນມີຄວາມສໍາຄັນຫຼາຍ.   ໃນນັ້ນ ທ່ານກໍຍັງຮັບຮູ້ອີກວ່າ ການຄັດເລືອກໂຄງການ ການຕັດສິນໃຈ ຄັດເລືອກເອົາບຸລິມະສິດຄວາມຕ້ອງການທີ່ບັນຈຸຢູ່ໃນແຜນນັ້ນ ແມ່ນໄດ້ເປີດໂອກາດ ແລະໃຫ້ສິດແກ່ຜູ້ຍິງ ແລະ ທ່ານໄດ້ເຫັນວ່າ  ເມື່ອນໍາໄປຈັດຕັ້ງປະຕິບັດແລ້ວ ຕ້ອງໄປແກ້ໄຂບັນຫາສ່ວນໃຫຍ່ ທີ່​ແມ່ຍິງໄດ້ປະສົບມາ  ສະນັ້ນ ຖ້າທຸກໆກິດຈະ ກໍາທີ່ມີຢູ່ໃນແຜນພັດທະນາກຸ່ມບ້ານ ໄດ້ຖືກນຳໄປຈັດຕັ້ງປະຕິຍັດ ​ແມ່ຍິງສ່ວນຫຼາຍກໍຈະຫຼຸດພົ້ນອອກຈາກຄວາມທຸກຍາກ.  ທ່ານ ນາງ ພິມພອນ  ຈັນທະວົງ ຮອງເລຂາພັກເມືອງ  ຮອງເຈົ້າເມືອງໆເຊໂປນ ໃນຖານະ ເປັນການນຳ ໃນເມືອງ ທີ່ເປັນ​ແມ່ຍິງ ທ່ານ​ໄດ້ມີຄວາມພາກພູມໃຈ ທີ່​ເຫັນ​ແມ່ຍິງ​ຢູ່​ເມືອງ​ດັ່ງກ່າວມີ​ຄວາມ​ເຂັ້ມ​ແຂງ. ບໍ່ໝົດແຕ່ເທົ່ານັ້ນ ທ່ານຍັງໄດ້ຮັບຮູ້ວ່າ ທິມງານຕ່າງໆ ໃນຂັ້ນບ້ານ ຂັ້ນກຸ່ມບ້ານ  ທີ່ຈະຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ພາຍ​ໃຕ້ນະໂຍບາຍ ຂອງ ທລຍ ແມ່ນຕ້ອງມີ​ແມ່ຍິງ  ​ແມ່ຍິງໄດ້ມີສ່ວນຮ່ວມ ​ເປັນຜູ້ປະສານງານກຸ່ມ​ບ້ານ  ​ ຕົວແທນກຸ່ມບ້ານ/ບ້ານ  ​ໄດ້ປະກອບ​ມີ​ແມ່ຍິງເຄິ່ງໜຶ່ງຂື້ນໄປ ແລະ ທິມ ງານຕ່າງໆ​ໄດ້ປະກອບມີ​ແມ່ຍິງ ​ເພື່ອໃຫ້ໂອກາດແກ່ຜູ້ຍິງໄດ້ເຂົ້າມາມີສ່ວນຮ່ວມ ເຖິງວ່າເຂົ້າບໍ່ສາມາດອ່ານໜັງສືແຕ່ກໍໃຫ້​ໂອກາດ​ເຂົາ​ເຈົ້າສະແດງຄວາມສາ ມາດໃນດ້ານອື່ນກ່ອນ   ເພື່ອຮຽນຮູ້ ​ແລະ ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຂົາ​ເຈົ້າ​ຢ່າງ​ເປັນ​ຮູບ​ປະ​ທໍາ.

Attachment: 
Microsoft Office document icon ມີພາລະບົດບາດ ເຮັດໃຫ້ຊຸມຊົນມີຄວາມເຂັ້ມແຂງ.doc [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E2%80%9C-%E0%BA%97%E0%BA%A5%E0%BA%8D-%E0%BA%A1%E0%BA%B5%E0%BA%9E%E0%BA%B2%E0%BA%A5%E0%BA%B0%E0%BA%9A%E0%BA%BB%E0%BA%94%E0%BA%9A%E0%BA%B2%E0%BA%94-%E0%BB%80%E0%BA%AE%E0%BA%B1%E0%BA%94%E0%BB%83%E0%BA%AB%E0%BB%89%E0%BA%8A%E0%BA%B8%E0%BA%A1%E0%BA%8A%E0%BA%BB%E0%BA%99%E0%BA%A1%E0%BA%B5%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BB%80%E0%BA%82%E0%BA%B1%E0%BB%89%E0%BA%A1%E0%BB%81%E0%BA%82%E0%BA%87-%E0%BB%82%E0%BA%94%E0%BA%8D%E0%BA%AA%E0%BA%B0%E0%BB%80%E0%BA%9E%E0%BA%B2%E0%BA%B0-

Links:
[1] https://prflaos.org/test/news/newspaper/%E2%80%9C-%E0%BA%97%E0%BA%A5%E0%BA%8D-%E0%BA%A1%E0%BA%B5%E0%BA%9E%E0%BA%B2%E0%BA%A5%E0%BA%B0%E0%BA%9A%E0%BA%BB%E0%BA%94%E0%BA%9A%E0%BA%B2%E0%BA%94-%E0%BB%80%E0%BA%AE%E0%BA%B1%E0%BA%94%E0%BB%83%E0%BA%AB%E0%BB%89%E0%BA%8A%E0%BA%B8%E0%BA%A1%E0%BA%8A%E0%BA%BB%E0%BA%99%E0%BA%A1%E0%BA%B5%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BB%80%E0%BA%82%E0%BA%B1%E0%BB%89%E0%BA%A1%E0%BB%81%E0%BA%82%E0%BA%87-%E0%BB%82%E0%BA%94%E0%BA%8D%E0%BA%AA%E0%BA%B0%E0%BB%80%E0%BA%9E%E0%BA%B2%E0%BA%B0-
[2] https://prflaos.org/test/sites/default/files/news/853/attachment/%20%E0%BA%A1%E0%BA%B5%E0%BA%9E%E0%BA%B2%E0%BA%A5%E0%BA%B0%E0%BA%9A%E0%BA%BB%E0%BA%94%E0%BA%9A%E0%BA%B2%E0%BA%94%20%E0%BB%80%E0%BA%AE%E0%BA%B1%E0%BA%94%E0%BB%83%E0%BA%AB%E0%BB%89%E0%BA%8A%E0%BA%B8%E0%BA%A1%E0%BA%8A%E0%BA%BB%E0%BA%99%E0%BA%A1%E0%BA%B5%E0%BA%84%E0%BA%A7%E0%BA%B2%E0%BA%A1%E0%BB%80%E0%BA%82%E0%BA%B1%E0%BB%89%E0%BA%A1%E0%BB%81%E0%BA%82%E0%BA%87.doc