Published on Poverty Reducetion Fund (https://prflaos.org/test)

Home > ຜົນສໍາເລັດ ທລຍ ໄລຍະທີ 2 ບັນລຸຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້

ຜົນສໍາເລັດ ທລຍ ໄລຍະທີ 2 ບັນລຸຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້ [1]

Posting Date: 
16 Jun 2015

ຜົນສຳເລັດ ທລຍ ໄລຍະທີ 2 ບັນລຸຜົນ​ສໍາ​ເລັດ ຕາມຄາດໝາຍທີ່​ວາງ​ໄວ້

                                                                                                            ​ໂດຍ: ຄອນ​ທິບ ພວງ​ເພັດ

 

       ທລຍ ​​ໃນ​ໄລຍະ II ໄດ້​ເລີ້ມ​ຈັດ​ຕັ້ງ​ປະຕິບັດ​ໂຄງການມາ​ແຕ່​ປີ 2012 ​ເຊິ່ງມາ​ຮອດ​ປະຈຸ​ບັນ​ແມ່ນ​ຄົບ 3 ປີ ພໍດີດັ່ງ​ນັ້ນ, ມາຮອດປະຈຸບັນທລຍ ໄດ້ເຄື່ອນໄຫວວຽກງານຢູ່ທັງໝົດ 1,951 ບ້ານ, 278 ກຸ່ມບ້ານ, 44 ເມືອງທຸກຍາກ ໃນ 10 ແຂວງເປົ້້າໝາຍ. ຕະຫລອດ​ໄລຍະ​ຈັດ​ຕັ້ງ​ປະຕິບັດ​ວຽກ 3 ປີທລຍສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການຂອງພໍ່​ແມ່​ປະຊາຊົນ​ຜູ້​ທຸກ​ຍາກ​ໄດ້​ດີ​ພໍ​ສົມຄວນໂດຍສະເພາະແມ່ນສາມາດ​ສະໜອງ​ໂຄງການ​ຍ່ອຍໄດ້​ທັງ​ໝົດ988 ໂຄງການຍ່ອຍ

​​ເຊິ່ງປະກອບ​ດ້ວຍຂະແໜງ ສາທາລະນະ​ສຸກ, ສຶກສາທິການ, ນ້ຳສະອາດ, ຄົມມະນາຄົມແລະກະສິກຳ ​​ໄດ້​ຮັບ​ຜົນ​ໂຫຍ​ດ​ໂດຍ​ກົງ​ປະມານ 474.660 ຄົນ ​ໃນ​ນັ້ນເປັນເພດ​ຍິງ​ເຖິງ​ເຄິ່ງໜຶ່ງ ແລະເປັນ​ຊົນ​ເຜົ່າປະມານ 68% ຂອງຈໍານວນຜູ້ທີ່ໄດ້ຮັບຜົນປະໂຫຍດ​ທັງ​ໝົດ. ​ສ່ວນການຈັດ​ຕັ້ງ​ປະຕິບັດ​ດັ່ງ​ກ່າວ​ແມ່ນ​​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່ສົ່ງ​ເສີມ​ຊຸມ​ຊົນ​ໃຫ້​ມີ​ການຈັດ​ສັນ​ສະຖານ ທີ່ ​ເພື່ອ​ອະນຸລັກ ​ແລະ ປັກ​ປັກ​ຮັກສາ​ສິ່ງ​ໄ​ປ ຄຽງ​ຄູ່​ກັນ ​ແລະ ສິ່ງທີ່ສໍາຄັນ​ກວ່າ​ໝູ່​ໝົດແມ່ນປະຊາຊົນ​​ຜູ້​ທີ່ໄດ້​ຮັບ​ຜົນ​ປະ​ໂຫຍດ ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຫຼາຍ​ຕໍ່​ກັບໂຄງການຍ່ອຍຂອງທລຍ ​ເຊິ່ງສູງ​ເຖິງ 80% ພ້ອມດຽວກັນ​ນີ້, ກໍ່ແມ່ນ​ຍ້ອນວ່າ ບັນດາ​ໂຄງການ​ຍ່ອຍ​ທີ່​ສໍາ​ເລັດ​ການ​ກໍ່ສ້າງ ​ແລະ ​ຖືກ​ນໍາ​ໃຊ້​ມາ​​ແລ້ວ​ ​ເປັນ​ເວລາ 2 ປີ​ນັ້ນ ​ຍັງຢູ່​ໃນ​ສະພາບ​ດີ ຊົມ​ໃຊ້​ໄດ້​ເປັນ​ປົກກະຕິ ສາມາດ​ແກ້​ໄຂ​ຊີວິດການ​ເປັນ​ຢູ່ກໍຄືການອຳນວຍຄວາມສະດວກຕໍ່ຊີວິດ ປະ​ຈໍາ​ວັນຂອງປະຊາຊົນ​ໄດ້​ໃນ​ລະດັບທີ່​ແນ່ນອນ, ຜູ້ໃຫ້ທຶນຍັງມີຄວາມພໍໃຈກ່ຽວກັບຄວາມຄືບໜ້າໃນການຈັດ​ຕັ້ງ​ປະຕິ ບັດໂຄງການ​ຍ່ອຍ ​ ແລະ ສະແດງເຈດ ຈໍານົງເພື່ອສືບຕໍ່ໄລຍະຈັດ​ຕັ້ງ​ປະຕິບັດ​ໂຄງການ ທລຍ 2 ​ໄປ​ຕື່ມ​ອີກ 1 ປີ ຈົນຮອດປີ 2016. ທິດທາງແຜນການສໍາລັບສົກປີ 2015-2016 ຫຼືຮອບວຽນ 13 ຂອງ ທລຍ ທີ່​ສະ​ເໜີ​ໃຫ້ສະພາ​ບໍລິຫານ ທລຍ ເພື່ອພິຈາລະນາ ແລະ ຮັບຮອງນັ້ນ ​ແມ່ນ​ກ່ຽວ​ກັບທຶນເພີ້ມສືບຕໍ່ຈັດຕັ້ງປະຕິບັດ 7 ແຂວງເກົ່າຄື: (ຫົວພັນ, ຫຼວງນໍ້າທາ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື), ເນື່ອງຈາກ ການຈັດຕັ້ງປະຕິບັດຕົວຈິງຂອງ ທລຍ 2 ແມ່ນຈະສິ້ນສຸດໃນເດືອນທັນວາ 2015.​ ສໍາລັບ 3 ແຂວງໃໝ່ຄື (ອຸ ດົມໄຊ, ຜົ້ງສາລີ ແລະ ຫລວງພະບາງ) ແມ່ນມີແຜນຈະສິ້ນສຸດ​ໂຄງການໃນເດືອນທັນວາ 2016 ແຕ່ໃນສະພາບຄວາມເປັນຈິງແລ້ວປະຊາຊົນໃນບັນດາແຂວງ ແລະເມືອງເປົ້າໝາຍນີ້ ​ແມ່ນຍັງມີຄວາມຮຽກຕ້ອງການ.

ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານ ທລຍ ໄລຍະທີ 2 ນີ້ຖືວ່າບັນລຸຄາດໝາຍສົມຄວນ ເປັນຕົ້ນ​ແມ່ນ:    (1) ຕອບສະໜອງຄາດໝາຍສູ້ຊົນຕໍ່ການພັດທະນາຂອງລັດຖະບານ ແລະ ນະໂຍບາຍຕ່າງໆທີ່ກ່ຽວຂ້ອງກັບການພັດທະນາຊົນນະບົດເຊັ່ນ: ນະໂຍບາຍ 4 ບຸກທະລຸຂອງລັດຖະບານ​ເຊັ່ນ: (ດ້ານຈິນຕະນາການ; ການກໍ່ສ້າງບຸກຄະລາກອນ; ລະບອບລະບຽບການ ແລະ ການຫລຸດຜ່ອນຄວາມທຸກຍາກ) ​ແລະ ສາມາດສ້າງ​ພື້ນຖານ​ໃຫ້​ແກ່​ບ້ານ​ທີ່​ໄດ້​ຮັບ​ໂຄງການ ​ເຊິ່ງສ້າງ​ບາດກ້າວ​ທີ່​ດີ ​ໃຫ້​ແກ່​ບ້ານ​ທີ່​ໄດ້​ຮັບ​ໂຄງການສືບ​ຕໍ່​ພັດທະນາດ້ານ​ລາຍ​ຮັບ​ໄດ້ດ້ວຍ​ການ​ເຊື່ອມ​ຕໍ່​ກັບ​ຕະລາດ ​ແລະ ​ເຂົ້າ​ເຖິງ​ຕົວ​ເມືອງ​ ​ແລະ ຫລຸດ​ຜອ່ນ​ເວລາ ເພື່ອ​ທີ່​ຈະ​ພັດທະນາ​ໃຫ້​ບ້ານ​ຂອງ​ເຂົາ​ເຈົ້າຫລຸດ​ພົ້ນ​ອອກຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ ​ແລະ ກາຍ​ເປັນ​ບ້ານ​ພັດທະນາ  ຫຼື ອາດ​ຈະ​ກາຍ​ເປັນ​ຕົວ​ເມືອງນ້ອຍ​ໃນ​ອະນາຄົດ. ​ເຊິ​ງ​ໝາຍ​ຄວາມ​ວ່າ ​ບັນ​ລຸ​ໄດ້​ນະ​ໂຍບາຍ ສາມ​ສ້າງ​ຂອງ​ລັດຖະບານ.

ໃນນັ້ນ 1,951 ບ້ານແມ່ນມີແຜນລະອຽດສຳລັບການພັດທະນາບ້ານແບບຍືນຍົງ,​ ພ້ອມດຽວກັນນັ້ນລັດຖະບານ ແລະ ອົງການພັດທະນາອື່ນໆ ກໍໄດ້​ໃຫ້​ຄວາມເອົາໃຈໃສ່ ​ໃຫ້​ຄວາມຮ່ວມ​ມື​ປະສານ​ງານ ເພື່ອໃຫ້ວຽກງານ ທລຍ ສາມາດບັນລຸຄາດໝາຍ ທີ່ກໍານົດໄວ້; (4) ສາມາດບັນລຸເປົ້າໝາຍ​ໂຄງການ ທີ່​ໄດ້​ກໍານົດ​ໄວ້​ໃນ​ເບື້ອງ ກ່ຽວ​ກັບ ການປັບປຸງການເຂົ້າເຖິງ ແລະ ການນໍາໃຊ້ໂຄງລ່າງພື້ນຖານ ແລະ ການບໍລິການຕ່າງໆສໍາລັບຊຸມຊົນທີ່ທຸກຍາກ ທີ່ນອນຢູ່ໃນເປົ້າໝາຍຂອງໂຄງການ ໃນລັກສະນະແບບຍືນຍົງ ໂດຍຜ່ານຂະບວນການພັດທະນາຊຸມຊົນ ແລະ ທ້ອງຖິ່ນ.ນອກຈາກ​ນັ້ນ ​ຍັງສາມາດ​ປະຕິບັດ​ໄດ້​ບັນດາ

 

ຕົວຊີ້ວັດຜົນໄດ້ຮັບຂອງທລຍ 2​ ໄດ້​ເປັນ​ຢ່າງ​ດີ ​​ເຊັ່ນ:​ ຕົວ​ຊີ້​ວັດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ບ້ານຂອງ​ແມ່ຍິງ ຢ່າງຫນ້ອຍ​ໃຫ້​ໄດ້40% ສາມາດ​ປະຕິບັດ​ໄດ້​ລື່ນ​ຄາດໝາຍ ຍ້ອນ​ວ່າ ສາມາດ​ປະຕິບັດ​ໄດ້​ເຖິງ 52. ຜູ້​ທຸກ​ຍາກ​ຂັນ​ບ້ານ​ຕ້ອງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວາງ​ແຜນ​ຂັ້ນ​ບ້ານ ຕ້ອງ​ໃຫ​ກວມ​ເອົາ 60%. ​ແຕ່​ການ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈີ​ງ​ແມ່ນໄດ້ 65% ອື່ນໆ ​ເປັນ​ຕົ້ນ;(5) ປະ ຕິບັດຕາມຂໍ້ຕົກລົງ ທີ່ລະບຸໄວ້ໃນສັນຍາໂຄງການລະຫວ່າງລັດຖະບານ ແລະ ຜູ້ໃຫ້ທຶນ; ແລະ (6) ຕອບສະໜອງ​ໄດ້ນະໂຍບາຍການພັດທະໃນປະຈຸບັນຂອງອົງການພັດທະນາອື່ນໆເປັນຕົ້ນໄດ້ເຂົ້າຮ່ວມກັບອົງ  ການ ອື່ນໆໃນການພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກຂອງປະຊາຊົນ.ພິ​ເສດການມາປະເມີນຜົນ-ກວດກາ ​ໂຄງການຂອງບັນດາຜູ້ໃຫ້ທຶນກໍ​ໄດ້ຢັ້ງຢືນ​ໃຫ້​ເຫັນ​ເຖິງຜົນສຳເລັດຂອງວຽກງານທລຍທີ່ອີງໃສ່ບັນດາຕົວຊີ້ວັດຕ່າງໆ ນອກຈາກ​ນັ້ນ, ການໃຫ້ທິດຊີ້ນຳຢ່າງໄກ້ຊິດຂອງລັດຖະບານແຫ່ງສປປລາວບວກກັບຄວາມເອົາໃຈໃສ່ຂອງພະນັກງານທລຍ

ທຸກຂັ້ນແລະການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນໃນກຸ່ມບ້ານແລະບ້ານເປົ້າໝາຍ ກໍມີ​ຄວາມ​ສໍາຄັນ​ຫລາຍ, ​​ເຊິ່ງບັນດາປັດໃຈເຫລົ່ານີ້​ແມ່ນກໍ່ໃຫ້ເກີດການພິຈາລະນາສືບຕໍ່ວຽກງານທລຍທັງໝົດ 10 ແຂວງ ຈົນຮອດທ້າຍປີ 2016 ແລະຍັງມີແຜນພິຈາລະນາທລຍ 3 ອີກ​ດ້ວຍ.

 

       ພວກເຮົາສາມາດເວົ້າໄດ້ວ່າໂຄງການທັງໝົດທີ່ທລຍ ໄດ້ໃຫ້ການສະໜັບສະໜູນສາມາດຕອບສະໜອງໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມຢູ່ບັນດາກຸ່ມບ້ານເປົ້າໝາຍຂອງ​ໂຄງການເພາະທຸກໂຄງການແມ່ນຖືກນຳສະເໜີແລະຄັດເລືອກຈາກຊຸມຊົນແລະກໍ່ເພື່ອສິດຜົນປະໂຫຍດຂອງຊຸມຊົນຢ່າງແທ້ຈິງ, ​ໂດຍສະເພາະແມ່ນສາມາດປັບປຸງພື້ນຖານໂຄງລ່າງໃຫ້ແກ່ບັນດາກຸ່ມບ້ານທີ່ຍັງ ບໍ່​ມີພື້ນຖານໂຄງລ່າງທີ່ຈຳ​ເປັນ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການ​ດໍາລົງຊີວິດ​ປະຈໍາວັນຕໍ່​ກັບການພັດທະນາກຸ່ມບ້ານຂອງເຂົາເຈົ້າ.   

Attachment: 
File PRF achievment_June 2015.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/news/newspaper/%E0%BA%9C%E0%BA%BB%E0%BA%99%E0%BA%AA%E0%BB%8D%E0%BA%B2%E0%BB%80%E0%BA%A5%E0%BA%B1%E0%BA%94-%E0%BA%97%E0%BA%A5%E0%BA%8D-%E0%BB%84%E0%BA%A5%E0%BA%8D%E0%BA%B0%E0%BA%97%E0%BA%B5-2-%E0%BA%9A%E0%BA%B1%E0%BA%99%E0%BA%A5%E0%BA%B8%E0%BA%9C%E0%BA%BB%E0%BA%99%E0%BA%AA%E0%BB%8D%E0%BA%B2%E0%BB%80%E0%BA%A5%E0%BA%B1%E0%BA%94-%E0%BA%95%E0%BA%B2%E0%BA%A1%E0%BA%84%E0%BA%B2%E0%BA%94%E0%BB%9D%E0%BA%B2%E0%BA%8D%E0%BA%97%E0%BA%B5%E0%BB%88%E0%BA%A7%E0%BA%B2%E0%BA%87%E0%BB%84%E0%BA%A7%E0%BB%89

Links:
[1] https://prflaos.org/test/news/newspaper/%E0%BA%9C%E0%BA%BB%E0%BA%99%E0%BA%AA%E0%BB%8D%E0%BA%B2%E0%BB%80%E0%BA%A5%E0%BA%B1%E0%BA%94-%E0%BA%97%E0%BA%A5%E0%BA%8D-%E0%BB%84%E0%BA%A5%E0%BA%8D%E0%BA%B0%E0%BA%97%E0%BA%B5-2-%E0%BA%9A%E0%BA%B1%E0%BA%99%E0%BA%A5%E0%BA%B8%E0%BA%9C%E0%BA%BB%E0%BA%99%E0%BA%AA%E0%BB%8D%E0%BA%B2%E0%BB%80%E0%BA%A5%E0%BA%B1%E0%BA%94-%E0%BA%95%E0%BA%B2%E0%BA%A1%E0%BA%84%E0%BA%B2%E0%BA%94%E0%BB%9D%E0%BA%B2%E0%BA%8D%E0%BA%97%E0%BA%B5%E0%BB%88%E0%BA%A7%E0%BA%B2%E0%BA%87%E0%BB%84%E0%BA%A7%E0%BB%89
[2] https://prflaos.org/test/sites/default/files/news/952/attachment/PRF%20achievment_June%202015.docx