ລົງຕິດຕາມຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍໂຄງການ ທລຍ ເມືອງໃໝ່

Posting Date: 
16 Sep 2021

ລົງຕິດຕາມຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍໂຄງການ ທລຍ ເມືອງໃໝ່


ໂດຍ: ພອນຄໍາ ດວງພູມາ, ໂພຊະນາການຂັ້ນບ້ານ

ໃນຕົ້ນເດືອນ ກັນຍາ 2021, ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງໃໝ່, ແຂວງຜົ້ງສາລີ ໂດຍສະເພາະແມ່ນພະນັກງານ ຮັບຜິດຊອບວຽກງານໂພຊະນາການຂັ້ນບ້ານ ໄດ້ຮ່ວມກັບຫ້ອງການສາທາລະນະສຸກເມືອງ ລົງຊຸກຍູ້ສົ່ງເສີມໃຫ້ຄວາມຮູ້ກ່ຽວກັບ ກິດຈະກໍາ ອາຫານ ແລະ ໂພຊະນາການ; ໃນນັ້ນ, ໄດ້ນຳພາກຸ່ມເອື້ອຍນ້ອງແມ່ຍິງ ເຮັດກິດຈະກໍາ ການແຕ່ງກິນ ເຮັດອາຫານໃຫ້ກຸ່ມແມ່ຍິງຖືພາ, ແມ່ລູກອ່ອນ, ເດັກນ້ອຍອາຍຸ 1 ມື້ ຫາ 5 ເດືອນ, ກຸ່ມແມ່ລ້ຽງເດັກ, ເດັກນ້ອຍອາຍຸ 6-23 ເດືອນ ຢູ່ໃນ 5 ບ້ານ, 7 ກຸ່ມເປົ້າໝາຍ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 324 ຄົນ, ຍິງ 236 ຄົນ; ໃນນັ້ນ ມີແມ່ຍິງຊົນເຜົ່າກໍ່ 189 ຄົນ, ກຶມມຸ 47 ຄົນ.

ໃນການລົງຊຸກຍູ້ສົ່ງເສີມໃຫ້ຄວາມຮູ້ກ່ຽວກັບອາຫານ ແລະ ໂພຊະນາການ ໃນຄັ້ງນີ້ ເປັນການຊ່ວຍເຮັດໃຫ້ຊຸມຊົນແມ່ ຍິງໄດ້ຮຽນຮູ້ກ່ຽວກັບ ໝວດອາຫານທີ່ມີໂພຊະນາການ, ຄຸນປະໂຫຍດຂອງອາຫານໃນແຕ່ລະໝວດ, ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານແຕ່ລະໄລຍະ ໃຫ້ເໝາະສົມກັບການຈະເລີນເຕີບໂຕຂອງເດັກ, ຄວາມຕ້ອງການ ແລະ ດີຕໍ່ສຸຂະພາບຂອງແມ່ຍິງຖືພາ ແລະ ແມ່ລູກອອ່ນໃຫ້ມີສຸຂະພາບແຂງແຮງຂຶ້ນຢ່າງແທ້ຈິງ. ນອກຈາກນັ້ນ ແມ່ ຫຼື ຜູ້ດູແລເດັກ ຍັງໄດ້ຮຽນຮູ້ນະວັດຕະກໍາໃໝ່ ເຕັກນິກວິທີການ ກໍຄືການນໍາໃຊ້ເຄື່ອງບົດ ສໍາລັບບົດເຂົ້າຈ້າວ, ຖົ່ວຂຽວ ເພື່ອໄດ້ທາດແປ້ງທີ່ດີ ມີຄຸນນະພາບ ສໍາລັບການປຸງແຕ່ງອາຫານໃຫ້ເດັກ ອາຍຸ 6-23 ເດືອນ ຊຶ່ງມີກິ່ນຫອມ ເດັກນ້ອຍມັກກິນ, ລູກນ້ອຍໄດ້ກິນອາຫານທີ່ມີໂພຊະນາການ ພິເສດແມ່ນສາມາດຖະໜອມເກັບຮັກສາອາຫານໄວ້ໄດ້ 2 ອາທິດ ເຮັດໃຫ້ແມ່ ຫຼືຜູ້ດູແລເດັກໄດ້ມີເວລາໄປເຮັດວຽກອື່ນ.