8 ບ້ານເປົ້າໝາຍຂອງ ທລຍ ເມືອງໜອງແຮດ ໄດ້ຮັບທຶນໝູນວຽນ 420 ລ້ານກວ່າກີບ

Posting Date: 
24 Sep 2021

8 ບ້ານເປົ້າໝາຍຂອງ ທລຍ ເມືອງໜອງແຮດ ໄດ້ຮັບທຶນໝູນວຽນ 420 ລ້ານກວ່າກີບ

 

ໂດຍ: ​ເກົາ​ວື່​ ໝອກ​ພູ​ຂຽວ, ຜູ້ປະສານງານ ທລຍ ເມືອງໜອງແຮດ

 

ໃນລະຫ່ວາງວັນ​ທີ 17-19/9/2021 ທີ​ມງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)​ເມືອງ​ໜອງ​ແຮດ​, ​ແຂວງ​ຊຽງ​ຂວາງ ໄດ້ສົມທົບ​ກັບອົງການປົກຄອງ​ເມືອງ ​ແລະ ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ເມືອງ ​ໄດ້​ລົງ​ມອບ​ທຶນ​ໝູນ ວຽນ ມູນຄ່າທັງໝົດ 420,624,000 ກີບ​ ​ໃຫ້​ແກ່​ສະມະ​ຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຈໍານວນ 381 ຄົນ (ຍິງ 369) ຂອງ 35 ກຸ່ມ ກຊກ ໃນ 8 ບ້ານ​ເປົ້າ​ໝາຍ. ລາຍ​ລະອຽດຂອງ​ແຕ່​ລະ​ບ້ານ ມີດັ່ງລຸ່ມນີ້:

1.   

ບ້ານ​​ແກ່ວ​ບອນ, ກຸ່ມ​ແກ່ວ​ບອນ ມີ​ສະມາຊິກ ກຊກ ທັງ​ໝົດ 80 ຄົນ, ​ໄດ້​ຮັບເງິ​ນ​ຕົ້ນ​ທຶນ​ໝູນວຽນ 88,320,000  ກີບ.

2.   

ບ້ານ​ຫ້ວຍ​ລົ​ມ, ກຸ່ມ​ບ້ານ​​ແກ່ວ​ບອນ ມີສະມາຊິກ ກຊກ ທັງ​ໝົດ 40 ຄົນ, ​ໄດ້ຮັບເງິ​ນ​ຕົ້ນ​ທຶນໝູນວຽນ 44,160,000 ກີບ.

3.   

ບ້ານ​ຫ້ວຍນາ, ກຸ່ມ​ບ້ານ​​​ແກ່ວບອນ ມີສະມາຊິກ ກຊກ 43 ຄົນ, ໄດ້​ຮັບ​ເງິ​ນຕົ້ນ​ທຶນ​ໝູນວຽນ 47,472,000 ກີບ.

4.   

ບ້ານ​ຫ້ວຍ​ແລນ, ກຸ່ມ​ບ້ານ​​ແກ່ວ​ບອນ​ ມີສະມາຊິກ ກຊກ 35  ຄົນ, ໄດ້​ຮັບ​ເງິ​ນຕົ້ນ​ທຶນ​ໝູນວຽນ 38,640,000 ກີບ.

5.   

ບ້ານ​ຫ້ວຍ​ຄ້ອງ, ກຸ່ມ​ບ້ານ​ພູ​ຫົວຊ້າງ ​ມີສະມາຊິກ ກຊກ  61 ຄົນ, ​ໄດ້​ຮັບ​ເງິ​ນຕົ້ນ​ທຶນ​ໝູນວຽນ 67,344,000 ກີບ.

6.   

ບ້ານ​ວັງ​ຄຳ, ກຸ່ມ​ບ້ານ​ພູ​ຫົວຊ້າງ ມີສະມາຊິກ ກຊກ 52 ຄົນ, ໄດ້​ຮັບ​ເງິນຕົ້ນ​ທຶນ​ໝູນວຽນ 57,408,000 ກີບ.

7.   

ບ້ານຜາ​ເພີ, ກຸ່ມ​ບ້ານ​ພູ​ຫົວຊ້າງ ມີສະມາຊິກ ກຊກ 28 ຄົນ, ໄດ້​ຮັບ​ເງິນຕົ້ນ​ທຶນ​ໝູນວຽນ 30,912,000 ກີບ.

8.   

ບ້ານຜາ​ບ່ອງ, ກຸ່ມ​ບ້ານ​ພູ​ຫົວຊ້າງ ມີສະມາຊິກ ກຊກ 42 ຄົນ, ໄດ້​ຮັບ​ເງິນຕົ້ນ​ທຶນ​ໝູ​ວຽນ 46,368,000 ກີບ.

​ໃຫ້​ກຽດເຂົ້າຮ່ວມພິທີມອບຮັບ​ທຶນ​ໝູນ​ວຽນໃນ​ຄັ້ງ​ນີ ໂດຍ ທ່ານ ຄຳ​ແພງ ​ສີ​ສົມ​ພູ, ​ຄະນະ​ປະຈຳ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ, ປະທານ​ຊີ້​ນຳ​ວຽກ​ງານ ທລຍ ຂັ້ນ​ເມືອງ ​ພ້ອມດ້ວຍ​ອົງການ​ປົກຄອງ​ບ້ານ ຂອງ 8 ບ້ານ​ເປົ້າ​ໝາຍ. ໃນພິທີດັ່ງກ່າວ ທ່ານ ຄຳ​ແພງ ​ສີ​ສົມ​ພູ ໄດ້​​ໂອ້​ລົມ​ຕໍ່ສະມະ​ຊິກ ກຊກ ​ແຕ່​ລະ​ບ້ານ​ ໂດຍເນັ້ນໜັກໃຫ້​ນຳ​ໃຊ້​ທຶນ​ໝູນວຽນນີ້ ໃສ່ກິດຈະກໍາການປູກ-ການລ້ຽງ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ​ແລະ ​ໃຫ້ເອົາ​ໃຈໃສ່​ຕໍ່ລະບຽບ​ການ​ຄູ້​ມຄອງ​ກອງ​ທຶນ ກຊກ ຢ່າງ​ເຂັ້ມ​ງວດ​​.

ມາຮອດປະຈຸບັນນີ້ ທລຍ ເມືອງໜອງແຮດ ໂດຍຮ່ວມກັນກັບອົງການປົກຄອງເມືອງດັ່ງກ່າວ ໄດ້ມອບເງິນທຶນໝູນວຽນໃຫ້ແລ້ວ 29 ບ້ານ, ສ່ວນທີ່ເຫຼືອ 7 ບ້ານ (ບ້ານເປົ້າໝາຍທັງໝົດ 36 ບ້ານ) ຈະສືບຕໍ່ລົງມອບໃຫ້ສຳເລັດພາຍໃນເດືອນກັນຍາ 2021 ນີ້.