ສໍາເລັດກອງປະຊຸມທົບທວນຄືນວຽກງານບໍລິຫານ-ການເງິນ ຢູ່ 12 ເມືອງ ຂອງ 4 ແຂວງ ເປົ້າໝາຍ ຂອງໂຄງການ ທລຍ 3 ໄລຍະເພີ້ມທຶນ

Posting Date: 
27 Sep 2021

ສໍາເລັດກອງປະຊຸມທົບທວນຄືນວຽກງານບໍລິຫານ-ການເງິນ ຢູ່ 12 ເມືອງ ຂອງ 4 ແຂວງ ເປົ້າໝາຍ

ຂອງໂຄງການ ທລຍ 3 ໄລຍະເພີ້ມທຶນ

 

ໃນວັນທີ 22 ກັນຍາ 2021 ຜ່ານມາ, ຂະແໜງບໍລິຫານ ແລະ ການເງິນ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາງໄກ ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ. ເຂົ້າຮ່ວມກອງປະຊຸມ ປະກອບດ້ວຍ ຫົວໜ້າຂະແໜງ ບໍລິຫານ-ການເງິນ ທລຍ ສູນກາງ ພ້ອມດ້ວຍພະນັກງານງານ ທີ່ສັງກັດໃນຂະແໜງດັ່ງກ່າວ, ພະນັກງານການເງິນ ທລຍ ຢູ່ 12 ເມືອງ ຂອງ 4 ແຂວງ (ຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ) ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 23 ຄົນ, ຍິງ 9 ຄົນ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນຄືນວຽກງານບໍລິຫານ-ການເງິນ ໃນໄລຍະຜ່ານມາ ໂດຍ ໄດ້ມີການປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຊອກຫາວິທີແກ້ໄຂບັນຫາທີ່ພົບພໍ້ ໃນໄລຍະຜ່ານມາ ຢ່າງກົງໄປກົງມາ. ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການ ທລຍ ໄດ້ກ່າວມີຄໍາເຫັນ ໂດຍເນັ້ນໃຫ້ເອົາໃຈໃສ່ເປັນພິເສດຕໍ່ກັບລະບຽບຫຼັກການໃນການຄຸ້ມຄອງດ້ານການເງິນ ທີ່ວາງອອກຢ່າງເຄັ່ງຄັດ ໂດຍສະເພາະແມ່ນການນໍາໃຊ້ງົບປະມານເຂົ້າໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ທີ່ ທລຍ ສະໜັບສະໜູນ ຢ່າງມີປະສິດທິຜົນ.