ລົງຕິດຕາມຊຸກຍູ້ກິດຈະກຳໂພຊະນາການ ຢູ່ 23 ບ້ານເປົ້າໝາຍ ທລຍ ເມືອງຊຳໃຕ້

Posting Date: 
04 Oct 2021

ລົງຕິດຕາມຊຸກຍູ້ກິດຈະກຳໂພຊະນາການ ຢູ່ 23 ບ້ານເປົ້າໝາຍ ທລຍ ເມືອງຊຳໃຕ້

ໂດຍ: ພຸດສີ ສີດວງເພັດ, ໂພຊະນາການ ທລຍ ເມືອງຊໍາໃຕ້

       ໃນເດືອນກັນຍາ 2021 ຜ່ານມາ ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຊຳໃຕ້, ແຂວງຫົວພັນ ໂດຍສົມທົບກັບຫ້ອງການສາທາລະນະສຸກເມືອງ ໄດ້ລົງຕິດຕາມ-ຊຸກຍູ້ ວຽກໂພຊະນາການ ຢູ່ 23 ບ້ານເປົ້າ    ໝາຍ ຊຶ່ງປະກອບມີ ກຸ່ມໂພຊະນາການ (ກພກ) ທັງໝົດ 26 ກຸ່ມ, ສາມາດຊຸກຍູ້ໃຫ້ມີການຈັດກອງປະຊຸມແລກປ່ຽນບົດຮຽນໄດ້ທັງໝົດ 165 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 2,992 ຄົນ, ແມ່ຖືພາ 747 ຄົນ, ແມ່ລູກອ່ອນ 0-6 ເດືອນ 555 ຄົນ ແລະ ເດັກ 6-23 ເດືອນ 1,690 ຄົນ.

ການລົງຕິດຕາມຊຸກຍູ້ວຽກງານໂພຊະນາການ ໃນບັນດາບ້ານເປົ້າໝາຍ ແມ່ນໄດ້ນໍາພາສະມາຊິກ ກພກ ຮຽນຮູ້ກ່ຽວກັບການດູແລຮັກສາສຸຂະພາບຂອງແມ່ຖືພາ, ແມ່ລູກອ່ອນ 0 – 6 ເດືອນ ແລະ ເດັກ 6 – 23 ເດືອນ ໂດຍສະເພາະແມ່ນຕິດພັນກັບຄວາມຮັບຮູ້ບັນດາໝວດອາຫານທີ່ມີຄຸນປະໂຫຍດແກ່ແມ່ ແລະ ເດັກ ໃຫ້ໄດ້ຮັບອາຫານພຽງພໍກັບຄວາມຕ້ອງການຂອງຮ່າງກາຍ. ພິເສດໄດ້ນໍາພາສະມາຊິກ ປຸງແຕ່ງອາຫານເສີມໃຫ້ເດັກ 6 – 23 ເດືອນ ໂດຍນຳໃຊ້ເຄື່ອງບົດ ເພື່ອບົດເຂົ້າ ແລະ ຖົ່ວຂຽວ ທີ່ຂົ້ວສຸກແລ້ວ ໃຫ້ເປັນແປ້ງ ເພື່ອສະດວກໃນການປຸ່ງແຕ່ງອາຫານເດັກນ້ອຍ ຊຶ່ງຈະຊ່ວຍປະຫຍັດເວລາໃນການຕົ້ມເຂົ້າປຽກໃຫ້ເດັກ ແລະ ໃຫ້ແມ່ມີເວລາເຮັດວຽກອື່ນ. ນອກຈາກນັ້ນ, ຍັງໄດ້ແນະນຳສະມາຊິກ ກພກ ສ້າງສວນຄົວເພື່ອປູກພືດຜັກທີ່ຫຼາກຫຼາຍ ແລະ ມີໂພຊະນາການ ສໍາລັບບໍລິໂພກໃນຄົວເຮືອນ.