ສຳເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ເມືອງຫຼາ

Posting Date: 
07 Oct 2021

ສຳເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ເມືອງຫຼາ

 

ໂດຍ: ພອນສັກ ວິໄລທອງ, ຫົວໜ້າທີມ ທລຍ ເມືອງ ຫຼາ-ນາໝໍ້

  ໃນວັນທີ 14 ກັນຍາ 2021 ຜ່ານມາ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫຼາ ສົມທົບກັບ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຫຼາ ໄດ້ຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ຂຶ້ນທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຫຸມພັນ ບຸບຜາຄໍາ, ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງຫຼາ; ທ່ານ ພອນປະສິດ ປັນ​​ຍາສະຫວັດ, ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງຜູ້ຊີ້ນຳວຽກງານ ທລຍ; ແລະ ການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າຈາກ ພະແນກແຜນການ ແລະ ການລົງທຶນແຂວງ, ຄະນະພັກເມືອງ,ຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນອ້ອມຂ້າງເມືອງ, ໂຄງການພັດທະນາຕ່າງໆພາຍໃນເມືອງ, ພະນັກງານ ທລຍ ເມືອງ ແລະ ທລຍ ຂັ້ນບ້ານ ພ້ອມດ້ວຍ ຕົວແທນບ້ານໆເປົ້າໝາຍຈາກ 5 ບ້ານ ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 09 ທ່ານ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ຮັບຮອງເອົາແຜນພັດທະນາຂັ້ນບ້ານ ຂອງບ້ານເປົ້າໝາຍທລຍ ໂດຍອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ. ແຜນການພັດທະນາບ້ານນີ້ ຈະເປັນຂໍ້ມູນພື້ນຖານໃຫ້ແກ່ການພັດທະນາເສດທະກິດ-ສັງຄົມ ຂອງເມືອງ; ພ້ອມກັນນັ້ນ, ເພື່ອຄັດເລືອກເອົາກິດຈະກຳດ້ານໂຄງລ່າງພື້ນຖານຂະໜາດນ້ອຍທີ່ຈະໄດ້ຮັບການສະໜັບສະໜູນ ຈາກໂຄງການ ທລຍ 3 ໄລຍະເພີ້ມທຶນ ແລະ ເພື່ອຮັບປະກັນໃຫ້ມີການປະສານສົມທົບ ເປັນເອກະພາບ ແລະ ໄປໃນລວງດຽວກັນ ຕາມຈຸດສຸມພັດທະນາຊົນນະບົດ ແລະ ຖືກຕາມທິດ ຂອງວາລະແຫ່ງຊາດ ທີ່ລັດຖະບານວາງອອກ.

ໃນກອງປະຊຸມ ຕົວແທນຈາກບ້ານເປົ້າໝາຍ ໄດ້ຂຶ້ນນຳສະເໝີປ້ອງກັນເອົາບຸລິມະສິດຄວາມຕ້ອງການແຜນພັດທະນາບ້ານ ໃນໄລຍະ 5 ປີ (2020-2024) ເຊິ່ງລວມມີທັງໝົດ 49 ບຸລິມະສິດ, ໃນນັ້ນ ຂະແໜງການກະສິກໍາ ກວມເອົາ 27 ກິດຈະກໍາ ເທົ່າກັບ 55.1%, ຂະແໜງການສຶກສາທິການ ແລະ ກິລາ 6 ກິດຈະກຳ ເທົ່າກັບ 12.2 %, ຂະແໜງສາທາລະນະສຸກ ແລະ ນໍ້າສະອາດກວມເອົາ 4 ກິດຈະກຳ ເທົ່າກັບ 8.2 %, ຂະແໜງໂຍທາທິການ ແລະ ຂົນສົ່ງ 19 ກິດຈະກຳ ເທົ່າກັບ 38.7%.

ຜ່ານການປຶກສາຫາລື ແລະ ປະກອບຄໍາຄິດເຫັນ, ກອງປະຊຸມ ໄດ້ຕົກລົງຮັບຮອງເອົາກິດຈະກຳໂຄງການຍ່ອຍດ້ານພື້ນຖານໂຄງລ່າງທັງໜົດ 8 ໂຄງການ ທີ່ຈະຈັດຕັ້ງປະຕິບັດຢູ່ 4 ບ້ານເປົ້າໝາຍຂອງໂຄງການ ດັ່ງນີ້:

1.   

ບ້ານບວມສົມ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງຊົນລະປະທານ, 2) ປັບປຸງທາງຫາເຂດທໍາການຜະລິດ (ໂຄງການສຳຮອງ)

2.   

ບ້ານໂພນໄຊ ຮັບຮອງເອົາ 2 ໂຄງການ: 1) ປັບປຸງທາງຫາເຂດທໍາການຜະລິດ, 2) ສ້ອມແປງຊົນລະປະທານ (ໂຄງການສຳຮອງ)

3.   

ບ້ານຫ້ວຍຫຼາ ຮັບຮອງເອົາ 2 ໂຄງການ: 1) ຕາໜ່າງລ້ອມຮົ້ວຄອກສັດ, 2) ສ້ອມແປງຊົນລະປະທານ (ໂຄງການສຳຮອງ)

4.   

ບ້ານສາມັກຄີໄຊ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງຊົນລະປະທານ, 2) ປັບປຸງທາງຫາເຂດທໍາການຜະລິດ (ໂຄງການສຳຮອງ)

ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານ ໄດ້ມີຄຳຄິດຄຳເຫັນໂອ້ລົມ ແລະ ແນະນຳ ບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຕາງໜ້າບ້ານເປົ້າໜາຍໂຄງການ ດັ່ງນີ້:

-     

ສະເໜີໃຫ້ຜູ້ຕາງໜ້າຫ້ອງການ ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃນມື້ນີ້ ໄປເຜີຍແຜ່ຕໍ່ສະມາຊິກພາຍໃນຫ້ອງການຂອງຕົນຢ່າງເລິກເຊິ່ງ ເພື່ອກະກຽມຄວາມພ້ອມໃນຈັດຕັ້ງປະຕິບັດໃຫ້ປະສົມກົມກຽວກັນ.

-     

ມອບໃຫ້ວິຊາການ ຈາກຫ້ອງການ ທລຍ ສົມທົບກັບວິຊາການຫ້ອງການທີ່ກ່ຽວຂ້ອງ ກະກຽມລົງສຳຫຼວດເພື່ອຄິດໄລ່ອອກແບບໂຄງການຍ່ອຍ ໃຫ້ທ່ວງທັນຕາມແຜນການ.

-     

ເວລາຈັດຕັ້ງປະຕິບັດ ຕ້ອງປະຕິບັດຫລັກການລວມສູນ ປະຊາທິປະໄຕ ນຳພາເປັນໜູ່ຄະນະ ແບ່ງຄວາມຮັບຜິດຊອບເຊິ່ງກັນ ແລະ ກັນ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ປະຕິບັດຫລັກການຊຸກຍູ້, ຕິດຕາມ, ສະຫຼູບຖອດຖອນບົດຮຽນເປັນແຕ່ລະໄລຍະ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນເປັນປົກກະຕິ ເພື່ອຊ່ວຍໃນການແກ້ໄຂຢ່າງທັນສະພາບການ.

ພິເສດ ຄະນະປະທານກອງປະຊຸມ ຍັງໄດ້ເນັ້ນຕື່ມໂດຍໃຫ້ເອົາໃຈໃສ່ໃນການປະສານງານກັບແຕ່ລະພາກສ່ວນ, ການນຳໃຊ້ງົບປະມານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ຜູ້ທຸກຍາກ, ເພື່ອຮັບປະກັນຄວາມຍຶນຍົງຂອງໂຄງການ, ລວມທັງ ການບົວລະບັດຮັກສາ ແລະ ຄຸ້ມຄອງນຳໃຊ້ ພາຍຫຼັງໂຄງການສຳເລັດ.