ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ ບ້ານບວມສົ້ມ ໄດ້ຮັບການຝຶກອົບຮົມເຕັກນິກການລ້ຽງເປັດ-ໄກ່

Posting Date: 
13 Oct 2021

 

ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ ບ້ານບວມສົ້ມ ໄດ້ຮັບການຝຶກອົບຮົມເຕັກນິກການລ້ຽງເປັດ-ໄກ່

 

ໂດຍ: ລູນີ ອຸທິພົນ, ວິຊາການປັບປຸງຊີວິດການເປັນຢູ່ຂັ້ນບ້ານ, ເມືອງຫຼາ

 

ໃນເດືອນກັນຍາ 2021 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງຫຼາ, ແຂວງອຸດົມໄຊ ສົົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໄດ້ຈັດຊຸດຝຶກອົບຮົມເຕັກນິກການລ້ຽງເປັດ-ໄກ່ ໃຫ້ແກ່ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ບ້ານບວມສົ້ມ, ເມືອງຫຼາ, ແຂວງ ແຂວງອຸດົມໄຊ ໂດຍມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 48 ຄົນ (ຍິງ 45ຄົນ), ຊົນເຜົ່າ 48 ຄົນ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກ ກຊກ ມີຄວາມຮູ້ພື້ນຖານດ້ານເຕັກນິກການລ້ຽງເປັດ-ໄກ່ ທີ່ຖືກຕ້ອງຕາມຫຼັກວິຊາການ. ຊຸດຝຶກອົບຮົມໃນຄັ້ງນີ້້ ໄດ້ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ 30% ແລະ ພາກປະຕິບັດຕົວຈິງ 70% ໂດຍໃນພາກທິດສະດີ ນັກສໍາມະນາກອນ ໄດ້ຮຽນຮູ້ຄຸນປະໂຫຍດຂອງການລ້ຽງເປັດ-ໄກ່, ການກະກຽມສະຖານທີ່, ການເຮັດຄອກ, ເຕັກນິກການລ້ຽງແບບປະຫຍັດຕົ້ນທຶນ, ການຄັດເລືອກແນວພັນ, ການປະສົມພັນທຽມ, ວິທີການປ້ອງກັນພະຍາດ ແລະ ອື່ນໆ. ໃນພາກປະຕິບັດຕົວຈິງ ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ເຮັດສາທິດ ການປະສົມສູດອາຫານໃຫ້ເປັດ-ໄກ່ແບບປະຫຍັດຕົ້ນທຶນ, ການສັກຢາວັກຊີນປ້ອງກັນພະຍາດ ແລະ ວິທີປະສົມພັນທຽມ.

ພາຍຫຼັງສຳເລັດການຝຶກອົບຮົມໃນຄັ້ງນີ້້ ສະມາຊິກ ກຊກ ຈະໄດ້ນຳເອົາຄວາມຮູ້ທີ່ໄດ້ຮັບ ໄປຜັນຂະຫຍາຍຈັດຕັ້ງປະຕິບັດຕົວຈິງ ຢູ່ໃນຄອບຄົວຂອງຕົນ ເພື່ອຜະລິດສະບຽງອາຫານໃຫ້ກຸ້ມຕົນເອງ ແລະ ຂາຍເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.