ປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດວຽກງານ ທລຍ

Posting Date: 
16 Oct 2021

ປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ ທລຍ

 

ໃນວັນທີ 12ຕຸລາ 2021, ຄະນະອໍານວຍການ ແລະ ຫົວໜ້າຂະແໜງ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາງໄກກັບຫົວໜ້າຄະນະທິມງານ ແລະ ຊ່ຽວຊານ ທະນາຄານໂລກ ໂດຍຈຸດປະສົງ ເພື່ອລາຍງານຄວາມຄືບໜ້າ ແລະ ປຶກສາຫາລືກັນ ຕໍ່ກັບບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ຍົກໃຫ້ເຫັນບັນຫາ ແລະ ຂໍ້ຫຍຸ້ງຍາກ ເພື່ອຊອກວິທີທາງແກ້ໄຂໃຫ້ວຽກງານໄດ້ຖືກຈັດຕັ້ງປະຕິບັດໄປຕາມແຜນການທີ່ວາງໄວ້, ເຊິ່ງມີຜູ້ເຂົ້າຮ່ວມປະຊຸມທັງໝົດ 14 ທ່ານ, ຍິງ 3 ທ່ານ.

ໃນກອງປະຊຸມ, ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການບໍລິຫານ ທລຍ ໄດ້ນໍາສະເໜີໂດຍຫຍໍ້ບາງຜົນໄດ້ຮັບຂອງການຈັດຕັ້ງປະຕິບັດວຽກງານໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃນແຕ່ລະດ້ານ, ເຊິ່ງມາຮອດປະຈຸບັນ ສໍາລັບວຽກງານປັບປຸງຊີວິດການເປັນຢູ່ ສາມາດສ້າງຕັ້ງກຸ່ມຊ່ວຍເຫຼືອກັນ (ກຊກ) ໄດ້ທັງໝົດ 970ກຸ່ມ, ມີສະມາຊິກ ຈໍານວນ 11.816ຄົນ, ເປັນຍິງ 10.689ຄົນ (90%); ໃນນີ້, ສະມາຊິກ ກຊກ ທີ່ເປັນຊົນເຜົ່າ (ກຸ່ມພາສາ ມອນຂະແມ ແລະ ມົ້ງ) ກວມເອົາ 7,132ຄົນ (60,35%), ສະມາຊິກ ທີ່ເປັນຄອບຄົວທຸກຍາກກວມເອົາ 57% ຈາກ ຈໍານວນທັງໝົດ; ການລະດົມເງິນຝາກພາຍໃນກຸ່ມຊ່ວຍເຫຼືອກັນ ໃນເດືອນກັນຍາ 2021 ມີຈໍານວນ 105ລ້ານກີບ,ລວມເງິນຝາກສະສົມທັງໝົດມີເຖິງ 1,49ຕື້ກີບ; ຮອດເດືອນກັນຍາສາມາດໂອນເງິນຕົ້ນທຶນໃຫ້ບ້ານເປົ້າໝາຍໄດ້ 211 ບ້ານ (96.35%) ຈາກທັງໝົດ 219 ບ້ານ,ລວມຈໍານວນເງິນຕົ້ນທຶນທີ່ໂອນໄດ້ 11,86 ຕື້ກີບ (95%) ເມື່ອທຽບໃສ່ ຄາດໝາຍ 12 ຕື້ກີບເພື່ອນໍາໃຊ້ເຂົ້າໃນກິດຈະກໍາສ້າງລາຍຮັບ ໂດຍສະເພາະແມ່ນການປູກ-ການລ້ຽງ.

ສ່ວນວຽກງານສົ່ງເສີມໂພຊະນາການສາມາດສ້າງໄດ້ກຸ່ມໂພຊະນາການບ້ານ (ກພກ) 5,745 ກຸ່ມ, ມີສະມາຊິກທັງໝົດ 10,086 ຄົນ, ແມ່ຍິງຖືພາ 1.385 ຄົນ, ແມ່ແລກເກີດ 964 ຄົນ, ເດັກອາຍຸ 6-23 ເດືອນ 3.454 ຄົນ, ເດັກອາຍຸ 0-5 ເດືອນ 966 ຄົນ ແລະ ແມ່ດູແລເດັກ 6-23 ເດືອນ 3.375 ຄົນ; ພ້ອມທັງໄດ້ໂອນເງິນໃຫ້ຊຸມຊົນເພື່ອຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມໂພຊະນາການ 1.02 ຕື້ກິບ.

ສໍາລັບວຽກງານການປັບປຸງພື້ນຖານໂຄງລ່າງຂອງຊຸມຊົນ ແມ່ນໄດ້ ສຳເລັດຈັດກອງປະຊຸມປະສານງານການວາງແຜນພັດທະນາບ້ານຂັ້ນເມືອງ ຢູ່ 12 ເມືອງ ຂອງ 4 ແຂວງ ພາກເໜືອ(ຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ) ຊຶ່ງສາມາດຄັດເລືອກໄດ້ທັງໝົດ 173 ກິດຈະກຳພື້ນຖານໂຄງລ່າງ ທີ່ຈະໃຫ້ການສະໜັບສະໜູນໃນການກໍ່ສ້າງ ໃນປິ 2021; ສໍາເລັດຝຶກອົບຮົມສຳຫຼວດ-ອອກແບບ ໂຄງການຍ່ອຍໃຫ້ແກ່ເມືອງເປົ້າໝາຍ ຢູ່ແຂວງຜົ້ງສາລີ ແລະ ອຸດົມໄຊ; ສຳເລັດການຝຶກອົບຮົມການຈັດຊື້-ຈັດຈ້າງ ໃຫ້ກັບທີມງານຈັດຕັ້ງປະຕິບັດຂັ້ນບ້ານສຳລັບ 53 ໂຄງການຍ່ອຍ ຢູ່ 6ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື).

ທ່ານ Benjamin Burckhart, ຫົວໜ້າຊ່ຽວຊານ ກໍໄດ້ປະກອບຄໍາຄິດຄໍາເຫັນ ໂດຍຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສໍາເລັດທີ່ທິມງານ ທລຍ ສາມາດຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາໃນແຕ່ລະດ້ານເຖີງວ່າຈະພົບພໍ້ຄວາມຫຍຸ້ງຍາກຈາກການລະບາດຂອງພະຍາດໂຄວິດ-19. ຫຼັງຈາກນັ້ນ, ກອງປະຊຸມ ກໍໄດ້ປຶກສາຫາລື ແລະ ວາງແຜນວຽກທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນ ການຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງໂຄງການຫຼຸດຜ່ອນຄວາມທຸກຍາກທີ່ທະນາຄານໂລກໃຫ້ການສະໜັບສະໜູນຈັດຕັ້ງປະຕິບັດຢູ່ປະເທດກໍາປູເຈຍ ແລະ ໂຄງການ ທລຍ ຂອງລາວເຮົາ, ການກະກຽມການທົບທວນການຈັດຕັ້ງປະຕິບັດວຽກງານ ທລຍ ໃນໄລຍະ 6 ເດືອນທ້າຍປີ 2021 ຊຶ່ງມີແຜນຈະຈັດຂື້ນໃນຕົ້ນເດືອນທັນວາ 2021 ນີ້.