23 ບ້ານເປົ້າຫມາຍຂອງ ທລຍ ເມືອງຊໍາໃຕ້ ໄດ້ຮັບເງິນຕົ້ນທຶນໝູນວຽນ 1 ຕື້ກວ່າກີບ

Posting Date: 
25 Oct 2021

23 ບ້ານເປົ້າຫມາຍຂອງທລຍເມືອງຊໍາໃຕ້ ໄດ້ຮັບເງິນຕົ້ນທຶນໝູນວຽນ 1 ຕື້ກວ່າກີບ

ໂດຍ: ສຸກລະກອນ ອໍາພາວັນ, ຫົວໜ້າທີມ ທລຍ ເມືອງຊໍາໃຕ້

          ໃນລະຫວ່າງເດືອນສິງຫາເຖີງຕົ້ນເດືອນຕຸລາປີ 2021 ຜ່ານມາກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ຊໍາໃຕ້, ແຂວງຫົວພັນໄດ້ລົງຈັດພິທີມອບ-ຮັບເງິນຕົ້ນທຶນໝູນວຽນຈຳນວນ 1,065,360,000 ກີບໃຫ້ແກ່ 23 ບ້ານເປົ້າໝາຍທລຍຊຶ່ງໃຫ້ກຽດມອບທຶນໝູນວຽນແຕ່ລະບ້ານໂດຍທ່ານຄຽນທອງທຳບຸນໄຊ, ຮອງເຈົ້າເມືອງເມືອງຊໍາໃຕ້,ຜູ້ຊີ້ນໍາວຽກງານທລຍ;ທ່ານກອນໄທແກ້ວນະຄອນ, ຮອງຫົວຫນ້າພະແນກກະສິກຳແລະປ່າໄມ້ແລະການເຂົ້າຮ່ວມເປັນສັກຂີພະຍານຂອງພະນັກງານຫ້ອງການທີ່ກ່ຽວຂ້ອງ, ທີມງານທລຍເມືອງຊໍາໃຕ້, ອຳນາດການ ປົກຄອງບ້ານ, ພະນັກງານທລຍຂັ້ນບ້ານແລະສະມາຊິກກຸ່ມກຊກທັງໝົດ 965 ຄົນ, ຍິງ 914 ຄົນ (ເຜົ່າມົ້ງ, ເຜົ່າກຶມມຸ, ເຜົ່າລາວລຸ່ມ). ການມອບເງິນທຶນໝູນວຽນໃຫ້ແຕ່ລະບ້ານໃນຊຸດນີ້ ມີຈຸດປະສົງເພື່ອສະໜັບສະໜູນ ໃຫ້ສະມາຊິກກຸ່ມກຊກກູ້ຢືມໄປເຮັດກິດຈະກໍາການປູກ-ການລ້ຽງໂດຍສະເພາະແມ່ນການລ້ຽງສັດປີກ, ລ້ຽງໝູ, ລ້ຽງແບ້, ຕໍ່າຫູກ, ລ້ຽງມ້ອນແລະອື່ນໆເພື່ອເພີມພູນລາຍຮັບຂອງຄອບຄົວ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ມາດຖານພົ້ນທຸກ ຕາມດໍາລັດ 348/ນຍ ໃຫ້ປະກົດຜົນເປັນຈິງ.