ສຳເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ຢູ່ເມືອງຄຳ

Posting Date: 
27 Oct 2021

ສຳເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ຢູ່ເມືອງຄຳ

          ໂດຍ: ບົວສອນ ສີຣິວົງ, ໂພຊະນາການ ທລຍ ເມືອງຄໍາ

          ໃນເດືອນກັນຍາ 2021 ຜ່ານມາ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄຳ ສົມທົບກັບ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຄຳ ໄດ້ຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ຂຶ້ນທີ່ຫ້ອງປະຊຸມສະໂມສອນເມືອງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ວັນໄຊ ອີນປັນຍາ, ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງ ເມືອງຄຳ ແລະ ການເຂົ້າຮ່ວມຂອງຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ຜູ້ຕາງໜ້າຈາກໂຄງການພັດທະນາຕ່າງໆ ພາຍໃນເມືອງ, ທີມງານ ທລຍ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ນາຍບ້ານໆ ເປົ້າໝາຍ 29 ບ້ານ ພ້ອມດ້ວຍ ຕົວແທນບ້ານເຂົ້າຮ່ວມທັງໝົດ 101 ທ່ານ, ຍິງ 50 ທ່ານ (ເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າລາວລຸ່ມ).

          ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ຮັບຮອງເອົາແຜນພັດທະນາຂັ້ນບ້ານ ໃນບ້ານເປົ້າ   ໝາຍຂອງ ທລຍ ໂດຍອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ. ແຜນການພັດທະນາບ້ານນີ້ ຈະເປັນຂໍ້ມູນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ພ້ອມກັນນັ້ນ ກໍເພື່ອຄັດເລືອກເອົາກິດຈະກຳດ້ານໂຄງລ່າງພື້ນຖານຂະໜາດນ້ອຍ ທີ່ຈະສະໜັບສະໜູນຈາກໂຄງການ ທລຍ 3 ໄລຍະທຶນເພີ້ມຕື່ມ ແລະ ເພື່ອຮັບປະກັນໃຫ້ມີການປະສານສົມທົບ ເປັນເອກະພາບ ແລະ ໄປໃນລວງດຽວກັນ ຕາມຈຸດສຸມພັດທະນາຊົນນະບົດ ແລະ ຖືກຕາມທິດ ຂອງວາລະແຫ່ງຊາດ ທີ່ລັດຖະບານວາງອອກ.

          ໃນກອງປະຊຸມ ຕົວແທນຈາກບ້ານເປົ້າໝາຍ ໄດ້ຂຶ້ນນຳສະເໜີບຸລິມະສິດຄວາມຕ້ອງການແຜນພັດທະນາບ້ານໃນໄລຍະ 5 ປີ (2020-2024) ເຊິ່ງລວມທັງໝົດ 191 ບຸລິມະສິດ, ໃນນັ້ນ ຂະແໜງການກະສິກຳ ແລະ ປ່າໄມ້ ກວມເອົາ 91 ກິດຈຳກຳ ເທົ່າກັບ 47.6%, ຂະແໜງການສຶກສາທິການ ແລະ ກິລາ 9 ກິດຈະກຳ ເທົ່າກັບ 4,7%, ຂະແໜງ ສາທາລະນະສຸກ ກວມເອົາ 20 ກິດຈະກຳ ເທົ່າກັບ 10,4%, ຂະແໜງໂຍທາທິການ ແລະ ຂົນສົ່ງ ກວມເອົາ 45 ກິດຈະກໍາ ເທົ່າກັບ 23,5% ແລະ ອື່ນໆ 26 ກິດຈະກໍາ ເທົ່າກັບ 13,6%.

ຜ່ານການປຶກສາຫາລື ແລະ ປະກອບຄໍາຄິດເຫັນ, ກອງປະຊຸມ ໄດ້ຕົກລົງຮັບຮອງເອົາກິດຈະກຳໂຄງການຍ່ອຍພື້ນຖານໂຄງລ່າງທັງໝົດ  40 ໂຄງການ ທີ່ຈະຈັດຕັ້ງປະຕິບັດຢູ່ 22 ບ້ານເປົ້າໝາຍຂອງໂຄງການ ດັ່ງນີ້.

1.   

ບ້ານນາເໝືອຍ ມີ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທໍາການຜະລິດ.

2.   

ບ້ານສົບທ້າງ ມີ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ.

3.   

ບ້ານພຽງດ້າງ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມເສັ້ນທາງໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ສ້ອມແປງຕໍ່ເຕີມລະບົບນ້ຳລີນ.

4.   

ບ້ານໂພນໂຮມ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ກໍ່ສ້າງຄອງເໝືອງ.

5.   

ບ້ານຜາຫານ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ສ້ອມແປງອ່າງນ້ຳລີນ.

6.   

ບ້ານຊາມ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ກໍ່ສ້າງຂົວຂ້າມນ້ຳຊາມໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ສ້ອມແປງນ້ຳລີນ.

7.   

ບ້ານແງ້ວ ມີ 2 ໂຄງການ: ຮັບຮອງ 1 ໂຄງການ :ຫົວໂປ້ມນ້ຳ ແລະ ທໍ່ສົ່ງນ້ຳຊົນລະປະທານ, ສຳຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ.

8.   

ບ້ານຍູ້ມຈອງ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ສ້ອມແປງຂົວອູຂ້າມນ້ຳມັດ.

9.   

ບ້ານໃໝ່ກໍຄາຍ ມີ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ.

10.

ບ້ານຕາດ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ກໍ່ສ້າງຂົວອູ່ຂ້າມນ້ຳມັດ, ສຳຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ.

11.

ບ້ານໂພນແຈ້ງ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ກໍ່ສ້າງຂົວນ້ຳລົ້ນໄປເຂດທຳການຜະລິດ.

12.

ບ້ານກວ້າຍໝໍ້ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ກໍ່ສ້າງຂົວນ້ຳລົ້ນໄປເຂດທຳການຜະລິດ.

13.

ບ້ານນ້ຳທຸ້ມ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ສ້ອມແປງລະບົບນ້ຳລີນ.

14.

ບ້ານຊົມ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ, ສຳຮອງ 1 ໂຄງການ: ກໍ່ສ້າງຊົນລະປະທານ.

15.

ບ້ານສວນມອນ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ກໍ່ສ້າງລະບົບນ້ຳລີນ, ສຳຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປໂຮງຮຽນ.

16.

ບ້ານວຽງຄຳ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ກໍ່ສ້າງລະບົບນ້ຳລີນ, ສຳຮອງ 1 ໂຄງການ: ກໍ່ສ້າງຂົວໄປຫາເຂດທຳການຜະລິດ.

17.

ບ້ານຮວດ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ກໍ່ສ້າງທໍ່ດາໂລ, ສຳຮອງ 1 ໂຄງການ: ສ້ອມແປງທາງໄປເຂດທຳການຜະລິດ.

18.

ບ້ານພຽງດີ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ເຈາະນ້ຳບາດານ, ສຳຮອງ 1 ໂຄງການ: ກໍ່ສ້າງຄູກັນນ້ຳ.

19.

ບ້ານຕອງ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງຊົນລະປະທານ, ສຳຮອງ 1 ໂຄງການ: ສ້ອມແປງເສັ້ນທາງໄປເຂດທຳການຜະລິດ.

20.

ບ້ານຄັງແຄະ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງເໝືອງຝາຍ, ສຳຮອງ 1 ໂຄງການ: ສ້ອມແປງທໍ່ຊົນລະປະທານ.

21.

ບ້ານຊຽງກ່ຽວ ມີ 2 ໂຄງການ: ຮັບຮອງ 1 ໂຄງການ: ສ້ອມແປງຝາຍນ້ຳລົ້ນ(ສ້າງກັນເຈື່ອນແບບກະຕ່າຫີນ), ສຳຮອງ 1 ໂຄງການ: ສ້ອມແປງລະບົບນ້ຳລີນ.

22.

ບ້ານບົວ ມີ 1 ໂຄງການ: ສ້ອມແປງທາງໄປເຂດທຳການຜະລິດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ມີຄຳຄິດຄຳເຫັນໂອ້ລົມ ແລະ ແນະນຳບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຕາງໜ້າບ້ານເປົ້າໝາຍໂຄງການ ດັ່ງນີ້:

1)   

ສະເໜີໃຫ້ຜູ້ຕາງໜ້າຫ້ອງການ ນໍາເອົາຈິດໃຈເນື້ອໃນ ຂອງກອງປະຊຸມໃນມື້ນີ້ ໄປເຜີຍແຜ່ຕໍ່ສະມາຊິກພາຍໃນຫ້ອງການຂອງຕົນຢ່າງເລີກເຊິ່ງ ເພື່ອກະກຽມຄວາມພ້ອມໃນຈັດຕັ້ງປະຕິບັດໃຫ້ປະສົມກົມກ່ຽວກັນ.

2)   

ໃນຂັ້ນຕໍ່ໄປພວກເຮົາຈະໄດ້ສົມທົບກັບວິຊາການຫ້ອງການທີ່ກ່ຽວຂ້ອງ ກະກຽມລົງສຳຫຼວດເພື່ອຄິດໄລ່ອອກແບບໂຄງການຍ່ອຍ.

3)   

ເວລາຈັດຕັ້ງປະຕິບັດ ຕ້ອງປະຕິບັດຫຼັກການລວມສູນປະຊາທິປະໄຕ ນໍາພາເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບເຊິ່ງກັນ ແລະ ກັນ ຢ່າງຖືກຕ້ອງ ແລະ ເຂັ້ມງວດ; ປະຕິບັດຫຼັກການຊຸກຍູ້, ຕິດຕາມ,ສະຫຼຸບຖອດຖອນບົດຮຽນເປັນແຕ່ລະໄລຍະ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນເປັນປົກກະຕິ ເພື່ອຊ່ວຍໃນການແກ້ໄຂຢ່າງທັນສະພາບການ.

ຄຽງຄູ່ກັນນັ້ນ ທ່ານປະທານກອງປະຊຸມ ໄດ້ເນັ້ນຕື່ມວ່າ: ຈະຕ້ອງເອົາໃຈໃສ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ແກ້ໄຂສະພາບຫຍໍ້ທໍ້ໃຫ້ໄດ້ດີ, ສ້າງບ້ານຂອງຕົນໃຫ້ມີຄວາມສະຫງົບ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເພື່ອເປັນກ້ອນກໍາລັງຍູ້ດັນໃຫ້ແກ່ຂະບວນການພັັດທະນາເມືອງ, ບ້ານ ໃຫ້ນັບມື້ນັບດີຂື້ນ, ໂດຍສະເພາະແມ່ນການໃຊ້ຄວາມພະຍາຍາມເຮັດໃຫ້ບັນດາໂຄງການທີ່ພວກເຮົາເລືອກມານີ້ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີຜົນສຳເລັດ, ເອົາໃຈໃສ່ຊຸກຍູ້ການປົກປັກຮັກສາ ແລະ ຊີ້ນຳຊຸກຍູ້ປະຊາຊົນ ດຳເນີນການປູກພືດ, ການລ້ຽງສັດ ນ້ອຍ-ໃຫຍ່ ໃຫ້ເປັນຂະບວນການ ແລະ ກາຍເປັນການຜະລິດເປັນສີນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຊຸມຊົນ ແລະ ຄອບຄົວ.