ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ຢູ່ 6 ແຂວງ ເປົ້າໝາຍຂອງ ທລຍ

Posting Date: 
01 Nov 2021

ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ຢູ່ 6 ແຂວງ ເປົ້າໝາຍຂອງ ທລຍ

ໂດຍ: ແສງອາລຸນ ພິລາຈັນ

ໃນວັນທີ 29ຕຸລາ 2021ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າ ໄມ້ໄດ້ຈັດກອງປະຊຸມທາງໄກກັບ 6 ແຂວງເປົ້າໝາຍຂອງ ທລຍ ໂດຍໃຫ້ກຽດການເປັນປະທານຂອງທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ ພ້ອມດ້ວຍ ຮອງຜູ້ອໍານວຍການ ທລຍ, ບັນດາຫົວໜ້າຂະແໜງ, ພະນັກງານຫຼັກແຫຼ່ງ ທລຍ ຂັ້ນສູນກາງ, ຂັ້ນແຂວງ ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 6 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນການທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 53 ໂຄງການຍ່ອຍ ຢູ່ 21 ເມືອງ ຂອງ 6 ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື) ທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ມູນຄ່າ 13 ຕື້ ແລະ ງົບປະມານບໍລິຫານໂຄງການຍ່ອຍສຳລັບຊຸມຊົນ ຈາກ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ.

ໃນກອງປະຊຸມຄັ້ງນີ້, ຫົວໜ້າຂະແໜງວິສະວະກໍາຊຸມຊົນ ໄດ້ລາຍງາຍຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍດັ່ງກ່າວ ໂດຍຫຍໍ້ ຊຶ່ງຜ່ານມາແມ່ນໄດ້ສໍາເລັດໃນການຈັດຊຶ້ ແລະ ເຊັນສັນຍາກັບຜູ້ຮັບເໝົາກໍ່ສ້າງ 78%, ສໍາເລັດຝຶກອົບຮົມໃຫ້ຊຸມຊົນກ່ອນການຈັດຕັ້ງປະຕິບັດໂຄງການຍ່ອຍ 33%. ສ່ວນການລົງມືກໍ່ສ້າງ ໂຄງການຍ່ອຍ ຢູ່ແຂວງຫຼວງນໍ້າທາ ຈໍານວນ 8 ໂຄງການ ສໍາເລັດແລ້ວ 1.6 %, ຫຼວງພະບາງ 9 ໂຄງການສໍາເລັດ 19 %, ເຊກອງ 8 ໂຄງການ ສໍາເລັດ 10%, ອັດຕະປື 4 ໂຄງການ ສໍາເລັດ 9% ແລະ ແຂວງທີ່ຍັງບໍ່ທັນເລີ່ມລົງມືຈັດກໍ໋ສ້າງ ປະກອບມີ ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ.

ຈາກນັ້ນ ບັນດາຜູ້ປະສານງານ ທລຍ 6 ແຂວງ ໄດ້ລາຍງານເພີ່ມຕື່ມ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຂອງການຈັດຕັ້ງປະຕິບັດໂຄງການຍ່ອຍ ແລະ ກອງປະຊຸມກໍໄດ້ພ້ອມກັນປຶກສາຫາລື ຊອກຫາວິທີແກ້ໄຂ ເພື່ອເຮັດແນວໃດໃຫ້ການຈັດຕັ້ງປະຕິບັດໂຄງການຍ່ອຍ ໃຫ້ທັນກັບສະພາບ ແລະ ແຜນການທີ່ວາງໄວ້ ກໍຄືໃຫ້ສຳເລັດໃນທ້າຍເດືອນ ທັນວາ 2021.

ໃນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນໃນເທື່ອນີ້ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ເປັນພິເສດສຸມໃສ່ໃຫ້ການຈັດຕັ້ງປະຕິບັດໂຄງການຍ່ອຍໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ເພື່ອຕອບສະໜອງໃຫ້ແກ່ພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງສິ່ງອໍານວຍຄວາມສະດວກຢ່າງທົ່ວເຖິງ ແລະ ສ້າງເງື່ອນໄຂໃຫ້ເຂົາເຈົ້າຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.