ການສົ່ງເສີມໂພຊະນາການ ຢູ່ບ້ານເປົ້າໝາຍໂຄງການ ທລຍ ເມືອງຂວາ ແຂວງ ຜົ້ງສາລີ

Posting Date: 
09 Nov 2021

ການສົ່ງເສີມໂພຊະນາການ ຢູ່ບ້ານເປົ້າໝາຍໂຄງການ ທລຍ ເມືອງຂວາ ແຂວງ ຜົ້ງສາລີ

ຂ່າວໂດຍ: ຄຳເສົາ ດວງພະຈັນ

ກວດແກ້ໂດຍ: ແສງເພັດ ວັນນະວົງ

 ໃນວັນທີ 3 ພະຈິກ 2021 ພະນັກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)ຮ່ວມກັບຄະນະຮັບຜິດຊອບກຸ່ມໂພຊະນາການ ບ້ານແສນລາດ, ເມືອງຂວາ, ແຂວງຜົ້ງສາລີ  ໄດ້ຈັດກອງປະຊຸມໂພຊະນາການຂັ້ນບ້ານຂື້ນໂດຍມີສະມາຊິກເຂົ້າຮ່ວມທັງໝົດ 35 ຄົນ ໃນນັ້ນມີແມ່ຖືພາ 5 ຄົນ, ແມ່ລູກອ່ອນ 6 ຄົນ, ເດັກ 0-5 ເດືອນ 6 ຄົນ ແລະ ເດັກ 6-23 ເດືອນ 9 ຄົນ,ແມ່ດູແລ່ເດັກ 6-23 ເດືອນ 9 ຄົນ.

ໃນກອງປະຊຸມຄັ້ງນີ້ ຜູ້ເປັນແມ່ ແລະ ຜູ້ດູແລເດັກ ໄດ້ຮຽນຮູ້ ກ່ຽວກັບຄຸນປະໂຫຍດທາງໂພຊະນາການຂອງ 6 ໝວດອາຫານ, ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານໃຫ້ເໝາະສົມກັບການຈະເລີນເຕີບໂຕແລະຄວາມຕ້ອງການ ຂອງແມ່ຍິງຖືພາ, ແມ່ລູກອ່ອນແລະເດັກໃນແຕ່ລະໄລຍະ. ນອກຈາກນັ້ນ, ແມ່ ຫຼື ຜູ້ດູແລເດັກຍັງໄດ້ຮຽນຮູ້ວິທີບົດແປ້ງອາຫານ ທີ່ມີສ່ວນປະກອບຂອງເຂົ້າຈ້າວ ແລະ ຖົ່ວຂຽວ ເປັນວັດຖຸດິບຕົ້ນຕໍ ກ່ອນທີ່ຈະນໍາໄປຕົ້ມເຂົ້າປຽກໃຫ້ແກ່ເດັກ ອາຍຸ 6-23 ເດືອນ.ວິທີການບົດແປ້ງດັ່ງກ່າວນີ້ ແມ່ນນະວັດຕະກໍາໃໝ່ ທີ່ໂຄງການ ທລຍ ໄດ້ສົ່ງເສີມເພາະມັນຊ່ວຍຫຼຸດຜ່ອນເວລາ ຂອງແມ່ ແລະ ຜູ້ດູແລເດັກ ໃນການກະກຽມອາຫານໃຫ້ແກ່ເດັກ ລົງຫຼາຍສົມຄວນຊຶ່ງຈະເຮັດໃຫ້ເຂົາເຈົ້າມີເວລາໄປເຮັດວຽກອື່ນ.