ການກໍ່ສ້າງໂຮງຮຽນອະນຸບານບ້ານຫາດພວນ ສໍາເລັດແລ້ວ 40%

Posting Date: 
19 Nov 2021

ການກໍ່ສ້າງໂຮງຮຽນອະນຸບານບ້ານຫາດພວນ ສໍາເລັດແລ້ວ 40%

 

ໂດຍ: ສອນ ວົງລໍຄໍາ, ບໍລິຫານການເງິນເມືອງປາກແຊງ

 

ບ້ານຫາດພວນ, ເມືອງປາກແຊງ, ແຂວງຫຼວງພະບາງ ເປັນບ້ານເຜົ່າລາວລຸ່ມ ແລະ ເຜົ່າກຶມມຸ, ປະກອບມີ 95 ຄອບຄົວ, ພົນລະເມືອງທັງໝົດ 539 ຄົນ (ຍິງ 255 ຄົນ), ແບ່ງເປັນຊົນເຜົ່າລາວລຸ່ມ ມີ 19 ຄອບຄົວ ແລະ 107 ຄົນ, ແລະ ຊົນເຜົ່າກຶມມຸ ມີ 76 ຄອບຄົວ ແລະ 432 ຄົນ. ໃນປີ 2021 ບ້ານດັ່ງກ່າວ ໄດ້ຮັບການສະໜັບສະໜູນການກໍ່ສ້າງໂຮງຮຽນອະນຸບານ ໂດຍທຶນສົມທົບຂອງລັດຖະບານລາວ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ.

 

ໃນທ້າຍເດືອນຕຸລາ 2021 ຜ່ານມາ, ທ່ານ ອານຸສັກ ພອນສະຫວັນ, ຮອງເຈົ້າເມືອງ ເມືອງປາກແຊງ, ແຂວງຫຼວງພະບາງພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາດ້ານເຕັກນິກ ໃນການກໍ່ສ້າງໂຮງຮຽນອະນຸບານ ບ້ານຫາດພວນຊຶ່ງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການກໍ່ງສ້າງ ຈາກຜູ້ຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ວ່າ: ໂຮງຮຽນອານຸບານ ບ້ານຫາດພວນ ຫຼັງໃໝ່ນີ້ ໄດ້ເລີ່ມການກໍ່ໍສ້າງຕັ້ງແຕ່ວັນທີ 25 ກັນຍາ 2021, ມີມູນຄ່າການກໍ່ສ້າງທັງໝົດ 340 ລ້ານກວ່າກີບ, ໃນນັ້ນ ຊຸມຊົນປະກອບສ່ວນ 25 ລ້ານກວ່າກີບ. ການກໍ່ສ້າງໂຮງຮຽນປະຖົມຫຼັງດັ່ງກ່າວ ມີຂະໜາດ 11x26 ແມັດ, ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນບ໋ອກ ແລະ ມຸງດ້ວຍສັງກະສີອາລຸ້ຍຊິງ, ມີ 3 ຫ້ອງຮຽນ, ມີ 2 ຫ້ອງນໍ້າ ແລະ ເຄື່ອງເຟີນີເຈີ. ມາເຖິງປະຈຸບັນ ການກໍ່ສ້າງອາຄານຮຽນ ມີຄວາມຄືບໜ້າສຳເລັດແລ້ວ 40% ໂດຍສໍາເລັດການກໍ່ຝາດິນບ໋ອກ ແລະ ຄານຫຼັງຄາ ແລະ ຄາດວ່າຈະໃຫ້ສໍາເລັດຕາມແຜນໃນທ້າຍເດືອນທັນວາ 2021 ນີ້.