ມອບເງິນຕົ້ນທຶນໝູນວຽນ 99 ລ້ານກວ່າກີບ ໃຫ້ສະມາຊິກ ກຊກ ບ້ານຖໍ້າໄຊ

Posting Date: 
30 Nov 2021

ມອບເງິນຕົ້ນທຶນໝູນວຽນ 99 ລ້ານກວ່າກີບ ໃຫ້ສະມາຊິກ ກຊກ ບ້ານຖໍ້າໄຊ

 

​ໂດຍ: ​ເກົາ​ວື່​ ໝອກ​ພູ​ຂຽວ, ຫົວໜ້າທີມ ທລຍ ເມືອງໜອງແຮດ 

 ໃນວັນ​ທີ 23 ພະຈິກ 2021 ທີ​ມງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ​ເມືອງ​ໜອງ​ແຮດ​, ​ແຂວງ​ຊຽງ​ຂວາງ ໂດຍສົມທົບ​ກັບ ອົງການປົກຄອງ​ເມືອງ​, ຫົວໜ້າ ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ເມືອງ ​​ແລະ ຜູ້​ປະສານ​ງານ ທລຍ ຝ່າຍ​ລັດ​ຂັ້ນ​ເມືອງ ໄດ້​ລົງ​ມອບ​ເງິນຕົ້ນທຶນ​ໝູນວຽນ​ ​ໃຫ້​ສະມະ​ຊິກ ກຊກ ບ້ານຖ້ຳ​ໄຊ, ​ເມືອງ​ໜອງ​ແຮດ, ​ແຂວງ​ຊຽງ​ຂວາງ ຊຶ່ງມີ​ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) 6 ກຸ່ມ, ປະກອບດ້ວຍສະມະ​ຊິກ ກຊກ ​ທັງ​ໝົດ 90 ຄົນ, ຍິງ 89 ຄົນ.

ການມອບເງິນຕົ້ນທຶນໝູນວຽນໃຫ້ສະມາຊິກ ກຊກ ບ້ານຖໍ້າໄຊ ໃນຄັ້ງນີ້ ເປັນມູນຄ່າທັງໝົດ 99.360.000 ກີບໂດຍ​ການ​ເປັນ​ປະທານ ຂອງ ທ່ານ ຄຳ​ແພງ​ ສີ​ສົມ​ພູ,​ ຄະນະ​ປະຈຳພັກ​ເມືອງ, ຮອງ​ເຈົ້າ​ເມືອງໜອງແຮດ, ​ປະທານຄະນະ​ຊິ້ນຳ ທລຍ ເມືອງໜອງແຮດ ແລະ ເຂົ້າ​ຮ່ວມເປັນສັກຂີພະຍານຂອງຄະນະ​ພັກ​ຮາກ​ຖານ​ບ້ານ, ຕາງໜ້າສະມະ​ຊີກ ກຊກ ​ບ້ານດັ່ງກ່າວ ​ຈໍານວນທັງໝົດ 24 ຄົນ​, ຍິງ 23  ຄົນ. ການ​ເຂົ້າ​ຮ່ວມ​ຮັບ​ເງິ​ນຕົ້ນ​ທຶນ​ຄັ້ງ​ນີ້​ໄດ້ປະຕິບັດຕາມມາດຕະການຮັກສາໄລຍະຫ່າງ ເພື່ອປ້ອງກັນການລະບາດຂອງພະຍາດ​ໂຄ​ວິດ​-19 ກຳລັງ​ລະບາດຢ່າງເຄັ່ງຄັດ.

           ໃນພິທີ​ມອບ​ເງິນຕົ້ນ​ທຶນໝູນວຽນ​ໃນ​ຄັ້ງ​ນີ້, ​ທ່ານ​ ຄໍາ​ແພງ ​ສີ​ສົມ​ພູ ​ໄດ້​ມີຄໍາຄິດຄໍາເຫັນ​ໂອ້​ລົມ​ກັບ ສະມະ​ຊິກ ກຊກ ບ້ານດັ່ງກ່າວ ໂດຍກ່າວວ່າ ຜ່ານມາ ​ເຫັນວ່າ ບ້ານ​ຖ້ຳ​ໄຊ ມີ​ມູນ​ເຊື້ອ ແລະ ​ຄວາມ​ຮູ້​ໃນ​ການ​ຄູ້​ມຄອງ​ບໍລິຫານ​ກອງ​ທຶນ ກຊກ ຫຼາຍ​ສົມຄວນ​. ແຕ່ເພື່ອຮັບປະກັນວ່າເງິນຕົ້ນທຶນໝູນວຽນທີ່ ທລຍ ສະ​ໜັບສະໜູນໃນຮອບ​ທີ່ສອງນີ້ ມີການ​ຄູ້​ມຄອງ-​ບໍລິຫານ​ກອງທຶນ ທີ່ມີປະສິດທິພາບ ແລະ ເກີດດອກອອກຜົນ ຂໍ​​ໃຫ້ສະມາຊິກ ກຊກ ​ມີ​ຄວາມ​ສາມັກຄີ​ກັນພາຍ​ໃນ, ເອົາ​ໃຈໃສ່​ຕໍ່ລະບຽບການ​ຄູ້​ມຄອງ​ກອງ​ທຶນ ຢ່າງ​ເຂັ້ມ​ງວດ. ພ້ອມກັນນັ້ນ, ກໍໃຫ້ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ທີ່​ມີ​ ໄປ​ແບ່ງປັນ​ໃຫ້​ແກ່ກຸ່ມ​ ກຊກ ອື່ນໆ ທີ່ກຳລັງ​ຈັດ​ຕັ້ງ​ປະຕິບັດ​ຢູ່ 36 ບ້ານ​ເປົ້າ​ໝາຍ​ຂອງໂຄງການ ທລຍ ​ໃນເມືອງ​ໜອງ​​​ແຮດ​ ໃຫ້ມີຜົນສໍາເລັດຢ່າງແທ້ຈິງ.