ມອບເຄື່ອງນຸ່ງຫົ່ມໃຫ້ ທລຍ ໄປມອບຕໍ່ໃຫ້ຜູ້ທຸກຍາກ ໃນເຂດຊົນນະບົດ ສປປ ລາວ

Posting Date: 
23 Dec 2021

ມອບເຄື່ອງນຸ່ງຫົ່ມໃຫ້ ທລຍ ໄປມອບຕໍ່ໃຫ້ຜູ້ທຸກຍາກ ໃນເຂດຊົນນະບົດ ສປປ ລາວ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ໃນວັນທີ 21 ທັນວາ 2021 ທ່ານ ນາງ ໃຈປະເສີດ ພັນພູວັນນະ, ອະດິດພະນັກງານຜູ້ຮັບຜິດຊອບວຽກບົດບາດຍິງ-ຊາຍ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ມອບເຄື່ອງນຸ່ງຫົ່ມ ທັງເກົ່າ ແລະ ໃໝ່ ຈໍານວນ 10 ແກັດນ້ອຍ ແລະ 1 ແກັດໃຫຍ່ ຄິດເປັນມູນຄ່າ 1.000.000 ກວ່າກີບ ໃຫ້ຫ້ອງການ ທລຍ ສູນກາງ ເພື່ອສົ່ງຕໍ່ໃຫ້ຜູ້ທຸກຍາກ ໃນເຂດຊົນນະບົດ ເຊິ່ງໃຫ້ກຽດຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໂດຍທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ ພ້ອມດ້ວຍຄະນະ. ຫ້ອງການ ທລຍ ສູນກາງ ຈະເກັບລວບລວມເຄື່ອງຊ່ວຍເຫລືອທີ່ມອບໃນເທື່ອນີ້ ເພື່ອແຈກຍາຍໃຫ້ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນ ທີ່ຢູ່ເຂດຊົນນະບົດ ເຂດຫ່າງໄກສອກຫຼີກ ໃນພື້ນທີ່ເປົ້າໝາຍຂອງໂຄງການ ທລຍ ເພື່ອເປັນການປະກອບສ່ວນຕ້ານໄພໜາວທີ່ກໍາລັງເກີດຂື້ນຢູ່ໃນປະຈຸບັນ.

ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ ໄດ້ກ່າວຄໍາຂອບໃຈມາຍັງ ທ່ານ ນາງ ໃຈປະເສີດ ພັນພູວັນນະ ທີ່ໄດ້ມີນໍ້າໃຈຊ່ວຍອຸປະຖໍາເຄື່ອງນຸ່ງຫົ່ມໃນຄັ້ງນີ້ ແລະ ຖ້າບຸກຄົນ ຫຼື ອົງການ ມີຈຸດປະສົງຢາກມອບເຄື່ອງອຸປະຖໍາຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ດໍາລົງຊິວິດຢູ່ເຂດຫ່າງໄກສອກຫຼີກ ສາມາດພົວພັນຫ້ອງການ ທລຍ ສູນກາງ ເບີໂທ 021261479-80 ຫຼື ຕິດຕໍ່ຄະນະຮັບຜິດຊອບລະດົມ ແລະ ແຈກຢາຍເຄືື່ອງຊ່ວຍເຫຼືອຜູ້ທຸກຍາກ ປະຈໍາ ທລຍ ຄື: ທ່ານ ດຣ ນາງ ຄອນທິບ ພວງເພັດ (020 9118 6644), ທ່ານ ຫົງເງິນ ສະເດັດຕັນ (020 5558 7815), ທ່ານ ແສງທະວີ ສີຫາພອນ (020 9800 7888), ທ່ານ ແສງອາລຸນ ພິລາຈັນ (020 55622205), ທ່ານ ດວງເພັດ ອິນທະວົງ (020 2223 2409), ແລະ ທ່ານ ໜູທອງ ສີຫານາມ (020 5670 4441).