ເຂົ້າຮ່ວມກອງປະຊຸມປະຈຳໄຕມາດທິ IV ຂອງແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຫຼາຍຂະແໜງການ

Posting Date: 
29 Dec 2021

ເຂົ້າຮ່ວມກອງປະຊຸມປະຈຳໄຕມາດທິ IV ຂອງແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຫຼາຍຂະແໜງການ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານສູ່ມວນຊົນ, ທລຍ ສູນກາງ

ໃນວັນທີ 22 ທັນວາ 2021 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຂົ້າຮ່ວມກອງປະຊຸມປະຈຳໄຕມາດທິ IV ຂອງແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຫຼາຍຂະແໜງການ ເຊີ່ງຈັດຂື້ນທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍໃຫ້ກຽດເປັນເປັນປະທານຂອງທ່ານ ນາງ ສິສົມບູນ ອຸນາວົງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ແລະການເຂົ້າຮ່ວມຂອງຜູ້ຕາງໜ້າຈາກ 5 ໂຄງການ ເພື່ອປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເໜືອ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ) ໂດຍທຶນຊ່ວຍສະໜັບສະໜູນຈາກທະນາຄານໂລກ ແລະ ຂະແໜງການທີ່ກ່ຽວຂ້ອງ ມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ (ຍິງ 6 ທ່ານ).

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບບັນຫາ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດໂຄງການ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໄຕມາດ 4ປີ2021 ແລະ ສະເໜີແຜນການເຄື່ອນໄຫວວຽກງານ ໄຕມາດ 1ປີ2022 ຂອງບັນດາໂຄງການໃນແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຫຼາຍຂະແໜງການ ໂດຍທຶນຊ່ວຍສະໜັບສະໜູນຈາກທະນາຄານໂລກ ເພື່ອປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເໜືອ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນເປັນ 2 ແບບ ຄື: ແບບເຊິ່ງໜ້າ ແລະ ທາງອອນລາຍ. ໃນບັ້ນດໍາເນີນກອງປະຊຸມຜູ້ຕາງໜ້າຈາກ 5 ໂຄງການ ໄດ້ລາຍງານຄວາມຄືບໜ້າ, ບັນຫາສິ່ງທ້າທາຍໃນການຈັດຕັ້ງປະຕິບັດໂຄງການ ໄຕມາດ 4/2021 ແລະ ສະເໜີແຜນການເຄື່ອນໄຫວວຽກງານ ໄຕມາດ 1/2022 ຂອງຕົນ ໂດຍສາມາດສັງລວມສິ່ງທ້າທາຍຂອງແຕ່ລະໂຄງການທີ່ໄດ້ພົບພໍ້ເຊິ່ງມີລັກສະນະຄ້າຍຄືກັນ ດັ່ງນີ້:

·        

ລະຫັດຂອງບ້ານ ບໍ່ກົງກັນ ແລະກຳລັງສົ່ງໃຫ້ສູນສະຖິຕິແຫ່ງຊາດ ເພື່ອກວດຄືນເບີ່ງ;

·        

ຂໍ້ມູນທີ່ມານຳໃຊ້ຢູ່ໃນໂຄງການ ຍັງບໍ່ທັນເປັນເອກະພາບກັນ;

·        

ການປະສານກັນ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳຢູ່ຂັ້ນບ້ານ ຍັງບໍ່ທັນໄດ້ດີ;

·        

ການຕິດຕາມ-ຊຸກຍູ້ຢູ່ຂັ້ນທ້ອງຖິ່ນແມ່ນບໍ່ໄດ້ດີເທົ່າທີຄວນ ເວົ້າລວມແລ້ວແມ່ນການຈັດຕັ້ງປະຕິບັດບໍ່ໄປຕາມແຜນທີ່ວາງໄວ້ ຍ້ອນການລະບາດຂອງພະຍາດໂຄວິດ-19.

          ໃນຕອນທ້າຍ, ກອງປະຊຸມໄດ້ເອກະພາບກັນໃນບາງໜ້າວຽກ ທີ່ມີລັກສະນະຈັດຕັ້ງປະຕິບັດຮ່ວມກັນ ຂອງບັນດາໂຄງການໃນແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຫຼາຍຂະແໜງການ ດັ່ງນີ້:

·        

ເຫັນດີຈັດກອງປະຊຸມປະຈຳປີ 2021 ຂອງແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຫຼາຍຂະແໜງການ ໃນຊ່ວງເດືອນມັງກອນ 2022 ທີ່ຈະມາເຖິງນີ້ ໂດຍສະເໜີຈັດຢູ່ແຂວງໃດໜຶ່ງ. ກອງປະຊຸມດັ່ງກ່າວຄວນມີການລົງໄປຢ້ຽມຢາມເບີ່ງກິດຈະກຳຕົວຈິງຢູ່ຂັ້ນບ້ານ. ນອກຈາກນີ້ ໃນໄລຍະດຳເນີນກອງປະຊຸມຢູ່ແຂວງ ຄວນມີການວາງສະແດງຮູບພາບ, ເຄື່ອງມືກະຈາຍຂໍ້ມູນ-ຂ່າວສານ(IEC tool) ກໍຄືຜະລິດຕະພັນອື່ນໆ...ຂອງແຕ່ລະໂຄງການ;

·        

ເຫັນດີໃຫ້ຄະນະປະສານງານ ແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຫຼາຍຂະແໜງການ ຂັ້ນແຂວງ ຄົ້ນຄວ້າສັງລວມລາຍຊື່ນບ້ານເປົ້າໝາຍຊຸດທີ່ເຫຼືອຈາກຊຸດທີ 1 ເພື່ອສະເໜີຕໍ່ຄະນະປະສານຂັ້ນສູນກາງ;

ເຫັນດີໃຫ້ຄະນະຄະນະປະສານງານຂັ້ນສູນກາງ ຈັດກອງປະຊຸມວິຊາການ ເຊັ່ນ:ໃນຫົວຂໍ້ການຕິດຕາມ-ປະເມີນຜົນ,ການປ່ຽນແປງພືດຕິກໍາຂອງສັງຄົມດ້ານໂພຊະນາການ(SBCC), ການຈັດກິດຈະກຳຮ່ວມກັນ ຢູ່ຂັ້ນບ້ານ ແລະ ອື່ນໆ...