ບ້ານຫ້ວຍມະຫາ ມີໂຮງຮຽນປະຖົມສຶກສາ ຫຼັງໃໝ່ແລ້ວ

Posting Date: 
07 Jan 2022

ບ້ານຫ້ວຍມະຫາ ມີໂຮງຮຽນປະຖົມສຶກສາ ຫຼັງໃໝ່ແລ້ວ

 

ໂດຍ: ທີມງານ ທລຍ ເມືອງໂພນໄຊ

 

ໃນວັນທີ 30 ທັນວາ 2021 ຜ່ານມາ, ໄດ້ຈັດມີພິທີມອບ-ຮັບ ໂຮງຮຽນປະຖົມສຶກສາຫຼັງໃໝ່ຢູ່ບ້ານຫ້ວຍມະຫາ, ເມືອງໂພນໄຊ, ແຂວງຫຼວງພະບາງ ຂື້ນຢ່າງເປັນທາງການ ໂດຍເປັນປະທານຂອງທ່ານ ສົມຈິດ ລັດຕະນະ, ຮອງເຈົ້າເມືອງໆໂພນໄຊ, ແລະ ເປັນປະທານຮ່ວມຂອງທ່ານ ອານຸສັກ ຂັດຕິຍະລາດ, ຮອງຫົວໜ້າພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ແລະ ທ່ານ ຕຸ້ຍ ໂພລາວັນ, ຫົວໜ້າໂຄງການ ທລຍ ປະຈໍາແຂວງຫລວງພະບາງ ແລະ ການເຂົ້າຮ່ວມເປັນສັກຂີພະຍານຂອງຄະນະກໍາມະການຂັ້ນເມືອງ, ທີມງານ ທລຍ ເມືອງ, ຜູ້ຕາງໜ້າບໍລິສັດຜູ້ຮັບເໜົາກໍ່ສ້າງ ຕະຫຼອດຮອດ ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ຢ່າງພ້ອມພຽງ.

ຢູ່ໃນພິທີດັ່ງກ່າວ  ທີມງານວິຊາການຫ້ອງການສຶກສາທິການ ແລະ ກິລາ ເມືອງໂພນໄຊ ແລະ ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການກໍ່ສ້າງອາຄານຮຽນປະຖົມສຶກສາຫຼັງດັ່ງກ່າວ ເຊິ່ງໄດ້ເລີ້ມລົງມືກໍ່ສ້າງໃນວັນທີ 22/9/2021 ແລະ ໄດ້ສໍາເລັດວັນທີ 30/12/2021. ໂຮງຮຽນດັ່ງກ່າວ ເປັນອາຄານຖາວອນຊັ້ນດຽວ, ມີ 3 ຫ້ອງຮຽນ, 2 ຫ້ອງນໍ້າ, ຂະໜາດຂອງໂຮງຮຽນ 9x24 ແມັດ ແລະ ມີອຸປະກອນເຟີນີເຈີຄົບຊຸດ, ມີມູນຄ່າໃນການກໍ່ສ້າງທັງໜົດ 336,718,278 ກີບ ເຊິ່ງເປັນທຶນສົມທົບຂອງລັດຖະບານລາວ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ທືນປະກອບສ່ວນຂອງຊຸມຊົນທາງດ້ານແຮງງານ ແລະ ວັດຖຸທີ່ຫາໄດ້ໃນທ້ອງຖິ່ນ ຄິດເປັນເງິນ 28 ລ້ານກວ່າກີບ.

ໃນຕອນທ້າຍຂອງພິທີ ຄະນະປະທານ ໄດ້ໃຫ້ກຽດໂອ້ລົມ ໂດຍຍ້ອງຍໍຊົມເຊີຍການປະກອບ ສ່ວນທຸ້ມເທເຫື່ອແຮງ ແລະ ສະຕິປັນຍາໃນການສະໜັບສະໜູນການກໍ່ສ້າງໂຮງຮຽນປະຖົມສຶກສາບ້ານຫ້ວຍມະຫາ ຈົນສໍາເລັດ ເຊິ່ງຈະເຮັດໃຫ້ນ້ອງນ້ອຍນັກຮຽນ ມີໂຮຮຽນຖາວອນ ແລະ ສາມາດບັນຈຸນ້ອງນ້ອຍນັກຮຽນພາຍໃນບ້ານ ໄດ້ເຂົ້າຮຽນຢ່າງພຽງພໍ. ຄະນະປະທານ ຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງທຸກຂັ້ນ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານຫ້ວຍມະຫາ ເອົາໃຈໃສ່ປົກຮັກສາອານຄານຮຽນ ໃຫ້ມີຄວາມສະອາດ ແລະ ສາມາດນໍາໃຊ້ໃຫ້ໄດ້ດົນນານຈົນເຊັ່ນລູກເຊັ່ນຫຼານ.