ບ້ານດາກຈາງມີຝາຍນໍ້າລົ້ນແລ້ວ

Posting Date: 
12 Jan 2022

ບ້ານດາກຈາງມີຝາຍນໍ້າລົ້ນແລ້ວ

ໂດຍ: ພົມມາ ວໍລະສີງ, ຫົວໜ້າ ທລຍ ແຂວງເຊກອງ

ບ້ານດາກຈາງ ເປັນບ້ານໜື່ງ ທີ່ນອນໃນກຸ່ມບ້ານຕັງເຢີງ, ເມືອງດາກຈຶງ, ແຂວງເຊກອງ ມີພົນລະເມືອງທັງໝົດ 301ຄົນ, ຍິງ 175 ຄົນ, ເປັນບ້ານຊົນເຜົ່າກະຕູ, ປະກອບມີຄອບຄົວທຸກຍາກ 52 ຄອບຄົວ, ຄອບຄົວທຸກຍາກທີ່ສຸດ 6 ຄອບຄົວ. ບ້ານດັ່ງກ່າວເປັນບ້ານໜຶ່ງທີ່ຂາດແຄນນໍ້າເພື່ອສະໜອງເຂົ້າໃນການຜະລິດກະສິກໍາ ໂດຍສະເພາະ ແມ່ນການເຮັດນາ ແລະ ປູກພືດເປັນສີນຄ້າ. ສະນັ້ນ ໃນປີ 2021 ຜ່ານມາ ບ້ານດັ່ງກ່າວຈຶ່ງໄດ້ສະເໜີເອົາການກໍ່ສ້າງຝາຍນໍ້າລົ້ນເປັນບຸລິມະສິດທໍາອິດຂອງບ້ານ ແລະ ເລີ່ມລົງມືກໍ່ສ້າງ ແຕ່ກາງເດືອນ ຕຸລາ 2021 (ຈຸດກໍ່ສ້າງຫວ້ຍຈຣາດ )ຂະໜາດຂອງຝາຍແມ່ນ 7x8 ແມັດ, ລວງຍາວທໍ່ສົ່ງນໍ້າ 1.750 ແມັດ ຊຶ່ງເປັນທຶນສົມທົບຂອງລັດຖະບານລາວເຮົາ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ, ມີມູນຄ່າໂຄງການ 236 ລ້ານກວ່າກີບ ໃນນັ້ນມີທຶນຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ຄິດເປັນເງິນ 16.9 ລ້ານກີບ(ສະເລ່ຍ8%ທຽບໃສ່ມູນຄ່າໂຄງການ) ຝາຍນໍ້າລົ້ນແຫ່ງນີ້ຈະສາມາດສະໜອງນ້ຳໃຫ້ເນື້ອທີ່ນາ 20 ເຮັກຕາ, ມີປະຊາຊົນຜູ້ໄດ້ຮັບໂດຍກົງ 15 ຄອບຄົວ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາ ໂດຍສະເພາະ ເຮັດນາ ແລະ ປູກພືດພັນຕ່າງໆຕາມລະດູການເພື່ອຄ້ຳປະກັນທາງດ້ານສະບຽງອາຫານ ແລະ ສ້າງລາຍຮັບ ເພື່ອປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບ້ານດັ່ງກ່າວ.

ມາຮອດປະຈຸບັນ ການກໍ່ສ້າງຝາຍນໍ້າລົ້ນແຫ່ງນີ້ໄດ້ສໍາເລັດ ພວມຢູ່ໃນຂັ້ນຕອນກະກຽມຄະນະກຳມະການ ລົງກວດກາຂັ້ນສຸດທ້າຍ ແລະ ຝຶກອົບຮົມການຄຸ້ມຄອງນຳໃຊ້ ມອບໃຊ້ໃຫ້ປະຊາຊົນບ້ານດັ່ງກ່າວຊົມໃຊ້.