ກອງປະຊຸມສະຫຼຸບວຽກງານໂຄງການ ທລຍ ປະຈໍາປີ 2021 ແລະ ວາງແຜນການ ປີ 2022 ຂອງເມືອງຫຼາ-ນາໝໍ້

Posting Date: 
21 Jan 2022

ກອງປະຊຸມສະຫຼຸບວຽກງານໂຄງການ ທລຍ ປະຈໍາປີ 2021 ແລະ ວາງແຜນການ ປີ 2022 ຂອງເມືອງຫຼາ-ນາໝໍ້

 

ໂດຍ: ອາລຸນໄຊ ຈິນດາໄຊ, ໂພຊະນາການ ແລະ ພັດທະນາຊຸມຊົນ ປະຈຳເມືອງຫຼາ-ນາໝໍ້ ແຂວງອຸດົມໄຊ.

 

          ໃນຕອນເຊົ້າຂອງວັນທີ 14 ມັງກອນ 2022 ຜ່ານມາ, ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຫຼາ-ນາໝໍ້, ແຂວງອຸດົມໄຊ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມກອງສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານໂຄງການ ທລຍ ປະຈໍາປີ 2021 ແລະ ວາງແຜນການ ປີ 2022 ຂອງເມືອງຫຼາ-ນາໝໍ້ ຂຶ້ນທີ່ເມືອງນາໝໍ້, ແຂວງອຸດົມໄຊ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງແຂວງອຸດົມໄຊ, ທັງເປັນກຳມະການສະພາບໍລິຫານໂຄງການ ທລຍ ປະຈຳແຂວງອຸດົມໄຊ ແລະ ການເຂົ້າຮ່ວມຂອງ ທ່ານ ປອ. ວົງສະຫວັນ ໄຊຍະວົງ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງນາໝໍ້, ທ່ານ ຫຸມພັນ ບຸບຜາຄຳ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງຫຼາ, ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອຳນວຍການບໍລິຫານ ທລຍ ພ້ອມດ້ວຍຄະນະ, ບັນດາພະແນກການອ້ອມຂ້າງແຂວງ ເຊັ່ນ: ພະແນກກະສິກຳ ແລະ ປ່າໄມ້, ພະແນກສາທາລະນະສຸກ ແລະ ພະແນກແຜນການ ແລະ ການລົງທຶນ,​ ນອກຈາກນັ້ນ ຍັງມີບັນດາຫ້ອງການຕ່າງໆ ອ້ອມຂ້າງເມືອງ, ທີມງານ ທລຍ ເມືອງ, ທີມງານ ທລຍ ຂັ້ນບ້ານ ແລະ ຕາງໜ້າອົງການປົກຄອງບ້ານ 14 ບ້ານເປົ້າໝາຍຂອງ ໂຄງການ ທລຍ ຢູ່ເມືອງນາໝໍ້ ລວມທັງໝົດ 65 ຄົນ, ຍິງ 13 ຄົນ.

ໃນກອງປະຊຸມດັ່ງກ່າວ ທ່ານ ພອນສັກ ວິໄລທອງ, ຫົວໜ້າທີມງານ ທລຍ ເມືອງຫຼາ-ນາໝໍ້ ໄດ້ຂຶ້ນນຳສະເໜີຜົນການເຄື່ອນໄຫວວຽກງານ ໂຄງການ ທລຍ ໃນປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ເຊິ່ງໃນປີ 2021 ການຈັດຕັ້ງປະຕິບັດວຽກງານຂອງໂຄງການ ທລຍ ເມືອງຫຼາ-ນາໝໍ້ ໄດ້ຊ່ວຍເຫຼືອທັງໝົດ 19 ບ້ານ (ເມືອງຫຼາ 5 ບ້ານ, ເມືອງນາໝໍ້ 14 ບ້ານ); ໃນນັ້ນມີ 15 ບ້ານ ທີ່ໄດ້ຈັດຕັ້ງປະຕິບັດພື້ນຖານໂຄງລ່າງຂະໜາດນ້ອຍໄປຄຽງຄູ່ກັບວຽກງານປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການ ໂດຍໄດ້ສະໜອງທຶນກໍ່ສ້າງພື້ນຖານໂຄງລ່າງໃຫ້ແກ່ເມືອງຫຼາ ລວມມູນຄ່າ 504.000.000 ກີບ, ເມືອງນາໝໍ້ ມູນຄ່າ 1.386.000.000 ກີບ; ສາມາດສ້າງກອງທຶນບ້ານໄດ້ 19 ກອງທຶນ (ເມືອງຫຼາ 5 ກອງທຶນ ມູນຄ່າ 320.160.000 ກີບ, ເມືອງນາໝໍ້ 14 ກອງທຶນ ມູນຄ່າ 781.632.000ກີບ); ແລະ ໄດ້ສະໜັບສະໜູນວຽກງານສົ່ງເສີມໂພຊະນາການ ເປັນຕົ້ນແມ່ນການໃຫ້ຄວາມຮູ້ດ້ານໂພຊະນາການ, ນຳພາການປຸງແຕ່ງອາຫານທີ່ມີໂພຊະນາການໃຫ້ແມ່ຍິງຖືພາ, ແມ່ລູກອ່ອນ, ແລະ ເດັກ 6-23 ເດືອນ ໃຫ້ແກ່ເມືອງຫຼາ ມູນຄ່າ 19.584.000 ກີບ ແລະ ເມືອງນາໝໍ້ ມູນຄ່າ 93.696.000 ກີບ.

ທ່ານ ພອນສັກ ວິໄລທອງ ຍັງໄດ້ລາຍງານຕື່ມອີກວ່າ ຍ້ອນການລະບາດຂອງພະຍາດໂຄວິດ-19 2021 ຈິ່ງເຮັດໃຫ້ການເຄື່ອນໄຫວບາງໜ້າວຽກຂອງ ທລຍ ຢູ່ໃນພາກສະໜາມ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ ແລະ ບໍ່ເປັນໄປຕາມແຜນທີ່ກຳນົດໄວ້. ນອກນັ້ນ, ການປະກອບສ່ວນຂອງປະຊາຊົນພາຍໃນບ້ານ ເຊັ່ນ: ໝາກໄມ້, ຜັກ ເພື່ອປຸງແຕ່ງອາຫານເສີມໃຫ້ແກ່ ແມ່ຖືພາ, ແມ່ລູກອ່ອນ ແລະ ເດັກ 6-23 ເດືອນ ຍັງບໍ່ໄດ້ດີເທົ່າທີ່ຄວນ.

ຫຼັງຈາກນັ້ນ, ກໍໄດ້ມີການປະກອບຄຳຄິດຄຳເຫັນຈາກຕາງໜ້າອົງການປົກຄອງບ້ານ ທີ່ໄດ້ຮັບການຊ່ວຍເຫຼືອ, ບັນດາພະແນກການ, ຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຜູ້ປະສານງານຂັ້ນແຂວງ, ຜູ້ປະສານງານຂັ້ນເມືອງ. ພ້ອມດຽວກັນນັ້ນ ທ່ານ ພອນປະສິດ ປັນຍາສະຫວັດ, ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງອຸດົມໄຊພ້ອມທັງເປັນຜູ້ຊີ້ນຳວຽກງານ ທລຍ ປະຈຳແຂວງອຸດົມໄຊ ກໍ່ໄດ້ມີຄຳເຫັນກ່ຽວກັບແຜນການ ແລະ ທິດທາງໃນປີ 2022 ນັ້ນ ແມ່ນຈະສືບຕໍ່ສະໜັບສະໜູນຕື່ມອີກ 20 ບ້ານ (ເມືອງຫຼາ 6 ບ້ານ ແລະ ເມືອງນາໝໍ້ 14 ບ້ານ) ໃນນັ້ນກິດຈະກຳທີ່ຈະລົງຊຸກຍູ້ ແມ່ນການປູກຝັງ, ລ້ຽງສັດ, ການສັກຢາປ້ອງກັນພະຍາດ, ການສ້າງຕັ້ງກຸ່ມຜະລິດເພື່ອແນໃສ່ໃນການສ້າງລາຍຮັບໃຫ້ກັບສະມາຊິກພາຍໃນບ້ານເປົ້າໝາຍ. ນອກນັ້ນ, ຍັງຈະສືບຕໍ່ສົ່ງເສີມວຽກງານການປຸງແຕ່ງອາຫານໃຫ້ແກ່ແມ່ຖືພາ, ແມ່ລູກອ່ອນ ແລະ ເດັກ 6-23 ເດືອນ, ການຝຶກອົບຮົມການສ້າງສວນຄົວໂພຊະນາການ, ການສ້າງວີດີໂອຄອບຄົວຕົວແບບດ້ານໂພຊະນາການ, ຝຶກອົບຮົມວຽກງານການເງິນໃຫ້ແກ່ຄະນະບໍລິຫານກອງທຶນຂັ້ນບ້ານ ແລະ ອື່ນໆ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ອ່ອນແກ້ວ ອຸນອາລົມ, ໃນນາມປະທານກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງໂຄງການ ທລຍ ທີ່ໄດ້ຈັດຕັ້ງປະຕິບັດກິດຈະກຳໃນບັນດາບ້ານຊຸດທີ 1 ໃນປີ 2021 ແລະ ໄດ້ໃຫ້ທິດຊີ້ນຳຕໍ່ກັບແຜນວຽກໃນປີ 2022 ຄື:

·        

ໃຫ້ຂະແໜງການຂັ້ນເມືອງ ເອົາໃຈໃສ່ຊຸກຍູ້ຢ່າງໃກ້ຊິດຕິດແທດກັບພະນັກງານໂຄງການ, ອົງການປົກຄອງບ້ານ ໃນການກຳນົດໂຄງການ, ຮັບຮອງໂຄງການ ໃຫ້ຕິດພັນການແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ.

·        

ອົງການປົກຄອງບ້ານ ໃຫ້ເປັນເຈົ້າການໃນການຄົ້ນຄວ້າ ກຳນົດແຜນພັດທະນາບ້ານ ຕາມທ່າແຮງທີ່ມີພາຍໃນບ້ານ ກໍຄືຊັບພະຍາກອນທ້ອງຖິ່ນຂອງຕົນ, ສ້າງແຜນພັດທະນາຄອບຄົວຕິດພັນກັບການສ້າງບ້ານພັດທະນາ, ໃຫ້ການຮ່ວມມື ແລະ ຊຸກຍູ້ພໍ່ແມ່ປະຊາຊົນ ສະໜັບສະໜູນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ທລຍ ແລະ ເອົາໃຈໃສ່ບູລະນະຮັກສາໂຄງການຍ່ອຍທີ່ໂຄງການໄດ້ໃຫ້ການສະໜັບສະໜູນ ໃຫ້ມີຄວາມຍືນຍົງ ສາມາດນໍາໃຊ້ໄດ້ຍາວນານ.