ທລຍ ປະກອບສ່ວນເຂົ້າ ໃນການປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງ ພາກເໜືອ ຂອງລາວ

Posting Date: 
04 Feb 2022

ທລຍ ປະກອບສ່ວນເຂົ້າ

ໃນການປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງ ພາກເໜືອ ຂອງລາວ

 

ໂດຍ: ແສງເພັດ ວັນນະວົງ, ຫົວໜ້າພະແນກໂພຊະນາການ ແລະ ພັດທະນາຊຸມຊົນ

ຢູ່ໃນກອງປະຊຸມປະຈຳປີ 2021 ຂອງແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເໜືອຂອງລາວ, ທີ່ຈັດຂຶ້ນໃນວັນທີ 31/1 -1/2/2022, ທີ່ແຂວງອຸດົມໄຊ.  ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ, ກຜທ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງໆອຸດົມໄຊ ພ້ອມກັບການເຂົ້າຮ່ວມຂອງທ່ານ ປອ ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ​ທ່ານ ອາເລັກຊານເດີ ເຄຣັມເມີ, ຫົວໜ້າຫ້ອງການຜູ້ຕາງໜ້າທະນາຄານໂລກປະຈຳລາວ ແລະ ມີຜູ້ຕາງໜ້າຈາາກບັນດາຂະແໜງແຜນການທີ່ກ່ຽວຂ້ອງ ເຊັ່ນຂະແໜງກະສິກຳ ແລະ ປ່າໄມ້, ສາທາລະນະສຸກ ແລະ ຂະແໜງໂຍທາທິການແລະຂົນສົ່ງ ນັບແຕ່ຂັ້ນສູນກາງ, 4 ແຂວງ ແລະ 12 ເມືອງເປົ້າ  ໝາຍຂອງແຜນງານເຂົ້າຮ່ວມ.

ຢູ່ໃນກອງປະຊຸມດັ່ງກ່າວ ທລຍ ໄດ້ລາຍງານຜົນສຳເລັດໃນໄລຍະ ປີ 2021 ຜ່ານມາດັ່ງນີ້:

Ø 

ວຽກງານປັບປຸງຊີວິດການເປັນຢູ່:

-      

ໄດ້ການສ້າງຕັ້ງກຸ່ມຊ່ວຍເຫຼືອກັນ (ກຊກ) 971 ກຸ່ມ, ມີສະມາຊິກ 11.816 ຄົນ, ໃນນັ້ນເປັນຍິງ 91%, ເປັນຊົນເຜົ່າ 60% ແລະ ເປັນຄອບຄົວທຸກຍາກ 57%;

-      

ສາມາດລະດົມເງິນຝາກຈາກສະມາຊິກໄດ້ 1.8 ຕື້ກີບ, ສ່ວນໂຄງການໄດ້ສະໜອງເງິນຕົ້ນທຶນ 13.6 ຕຶ້ກີບ ໃຫ້ແກ່ບ້ານເປົ້າໝາຍ;

-      

ສະມາຊິກ ຫຼາຍກວ່າ 4.854 ຄົນໄດ້ຮັບເງິນກູ້ຢືມ 8.57 ຕື້ກີບ ເພື່ອນໍາໄປລົງທຶນໃສ່ກິດຈະກໍາສ້າງລາຍຮັບ ແລະປັບປຸງຊີວິດການເປັນຢູ່ ກໍຄືປັບປຸງໂພຊະນາການພາຍໃນຄອບຄົວຂອງເຂົາເຈົ້າ.

Ø 

ວຽກສົ່ງເສີມໂພຊະນາການ

-      

ມາຮອດປະຈຸບັນ ມີສະມາຊິກ 10.010 ຄົນ ທີ່ເຂົ້າເປັນສະມາຊິກກຸ່ມເປົ້າໝາຍ ກພກ ເພື່ອຮຽນຮູ້ກ່ຽວກັບໂພຊະນາການຂອງແມ່ແລະເດັກ;

-      

ໃນປີ 2021 ໄດ້ຈັດກອງປະຊຸມຈໍານວນ  6.353 ຄັ້ງ, ມີຜູ້ເຂົ້າຮ່ວມ  250.878 ຄົນ ເທື່ອຄົນ; ໄດ້ສາຍວິດິໂອ ກ່ຽວກັບໂພຊະນາການໃຫ້ສະມາຊິກເບີ່ງຈຳນວນ  1.911 ເທື່ອເລື່ອງ;

-      

ທລຍ ໄດ້ສະໜອງງົບປະມານສົມທົບ ເຂົ້າໃນການແຕ່ງອາຫານ ໃຫ້ແກ່ແມ່ ແລະ ເດັກ ຈຳນວນ 1.06 ຕື້ກີບ; ຊຸມຊົນໄດ້ປະກອບສ່ວນ ວັດຖຸດິບ ເຂົ້າໃນການແຕ່ງກິນຂອງແມ່ ແລະ ເດັກ ຄິດເປັນມູນຄ່າປະມານ 106 ລ້ານກີບ ຫຼື ເທົ່າກັບ 18.5% ຂອງມູນຄ່າທັງໝົດ;

-      

ໄດ້ຜະລິດແປ້ງອາຫານບົດສຳລັບເດັກ ຈຳນວນ 4.4 ໂຕນ, ໃນນັ້ນໄດ້ນໍາເອົາໄປແຕ່ງຢູ່ເຮືອນ ຈຳນວນ 371 ກິໂລ.

Ø 

ວຽກກໍ່ສ້າງໂຄງລ່າງພື້ນຖານ

 

-      

ໃນປີ 2021 ໄດ້ຮັບຮອງເອົາ 173​ ກິດຈະກຳກໍ່ສ້າງໂຄງລ່າງພື້ນຖານ,  ໂດຍ ທລຍ ຈະສະໜອງງົບປະມານ ຈຳນວນ  24.6 ຕື້ກວ່າກີບ ເພື່ອຮັບປະກັນໃຫ້ກິດຈະກໍາດັ່ງກ່າວເກີດຂຶ້ນຢ່າງເປັນຮູບປະທຳເພື່ອປັບປຸງຊີວິດການເປັນຢູ່ຂອງຄອບຄົວຢູ່ 231 ບ້ານ ທັງເປັນການປະກອບສ່ວນເພື່ອບັນລຸເປົ້າໝາຍຍຸດທະສາດແຫ່ງຊາດໂພຊະນາການຂອງລັດຖະບານເຮົາ ແຕ່ປີ 2021-2025.