ຝຶກອົບຮົມເຮັດສວນຄົວ ເພື່ອສົ່ງເສີມ ແລະ ປ່ຽນແປງພຶດຕິກໍາດ້ານໂພຊະນາການຂອງຊຸມຊົນ

Posting Date: 
07 Feb 2022

ຝຶກອົບຮົມເຮັດສວນຄົວ ເພື່ອສົ່ງເສີມ ແລະ ປ່ຽນແປງພຶດຕິກໍາດ້ານໂພຊະນາການຂອງຊຸມຊົນ

 

ໂດຍ: ແສງຄໍາ ດໍລໍຄໍາ, ໂພຊະນາການ ທລຍ ເມືອງໃໝ່

 

ໃນລະຫວ່າງວັນທີ 17-25 ມັງກອນ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງໃໝ່, ແຂວງຜົ້ງສາລີ ໄດ້ຈັດຝຶກອົບຮົມການເຮັດສວນຄົວສົ່ງເສີມໂພຊະນາການ ຢູ່ 23 ບ້ານເປົ້າໝາຍຂອງໂຄງການ ທລຍ ໂດຍມີຜູ້ເຂົ້າຮ່ວມທັງຫມົດ  74 ຄົນ, ເປັນຊົນເຜົ່າ 24 ຄົນ. ການຝຶກອົບຮົມດັ່ງກ່າວ ແມ່ນພາຍໃຕ້ການເປັນຄູຝຶກຂອງກຸ່ມບໍລິການດ້ານກະສິກຳ (CLICK) ເຊິ່ງໄດ້ຝຶກພາກທິດສະດີ ແລະ ຝຶກເຮັດຕົວຈິງໄປພ້ອມໆກັນ ໂດຍໄດ້ທົດລອງປູກຜັກຫົມ, ຜັກບົ້ງ, ຜັກາດ, ຖົ່ວພູ, ຖົ່ວເວີ, ຜັກປັງ ແລະ ຕໍ່ານິນ. ຈຸດປະສົງຂອງການສ້າງສວນຄົວຢູ່ແຕ່ລະບ້ານ ແມ່ນເພື່ອຮັບປະກັນໃຫ້ມີອາຫານທີ່ມີໂພຊະນາການຫຼາກຫຼາຍ  ແລະ ເພື່ອປ່ຽນແປງພຶດຕິກໍາຂອງຊຸມຊົນ ໃນການປຸງແຕ່ງອາຫານ ທີ່ມີໂພຊະນາການ ແນ່ໃສ່ປັບປຸງສຸຂະພາບຂອງແມ່ ແລະ ເດັກ ໃຫ້ສົມບູນ, ແຂງແຮງ ແລະ ເຕີບໃຫຍ່ ຕາມມາດຕະຖານ ພ້ອມທັງມີການພັດທະນາທາງດ້ານມັນສະໝອງ. ເມື່ອສໍາເລັດການຝຶກອົບຮົມແລ້ວ ຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ເຮັດສວນຄົວຂອງຕົນເອງ ເຊິ່ງເປົ້າໝາຍແມ່ນສ້າງສວນຄົວຕົວແບບ ໃຫ້ໄດ້ຢ່າງໜ້ອຍ 3 ຄອບຄົວ ຕໍ່ບ້ານ.