ຝືກອົບຮົມ ກິດຈະກຳຮີດນົມແບ້ ເພືອສົ່ງເສີມໂພຊະນາການຂອງແມ່ ແລະ ເດັກ

Posting Date: 
17 Feb 2022

ຝືກອົບຮົມ ກິດຈະກຳຮີດນົມແບ້ ເພືອສົ່ງເສີມໂພຊະນາການຂອງແມ່ ແລະ ເດັກ

ໂດຍ: ນາງ ມະນີຈັນ ຈິດດຳລົງ, ໂພຊະນາການຂັ້ນບ້ານ ເມືອງນາໜໍ້

ໃນຊ່ວງວັນທີ 19-22/1/2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງອຸດົມໄຊ ແລະ ແຂວງຊຽງຂວາງ ໄດ້ຄັດເລືອກເອົາ 16 ຄອບຄົວ ຈາກ ບ້ານນໍ້າແຊ ແລະ ບ້ານປາງສາ ຂອງເມືອງນາໜໍ້, ແຂວງອຸດົມໄຊ ແລະ ບ້ານຮວດ ແລະ ບ້ານໃໝ່ກໍຄາຍ ຂອງເມືອງຄຳ, ແຂວງຊຽງຂວາງ ເພື່ອເຂົ້າຮ່ວມຝືກອົບຮົມກິດຈະກໍາຮີດນົມແບ້ ເພື່ອສົ່ງເສີມໂພຊະນາການຂອງແມ່ ແລະ ເດັກ ຢູ່ຟາມຄວາຍນົມ ແຂວງຫຼວງພະບາງ.

 

ຜູ້ເຂົ້າຮ່ວມຝືກອົບຮົມ ໄດ້ຮຽນຮູ້ວິທີການຮີດນົມແບ້, ການປຸງແຕ່ງ ແລະ ການເກັບຮັກສານົມແບ້ ເພື່ອນຳໄປບໍລິໂພກ ຫຼື ປຸງແຕ່ງໃສ່ອາຫານສໍາລັບແມ່ ແລະ ເດັກ ໃນການເສີມສ້າງສຸຂະພາບ ໃຫ້ສົມບູນແຂງແຮງ ເຕີບໃຫຍ່ຕາມມາດຖານຂອງເດັກເກນອາຍຸ. ນອກຈາກນັ້ນ, ຍັງໄດ້ຮຽນຮູ້ເຕັກນິກການເບີ່ງແຍງແບ້ ກ່ອນເກີດ ແລະ ຫຼັງເກີດ, ວິທີການປີ່ນປົວເວລາແບ້ເຈັບເປັນໃນເບື້ອງຕົ້ນ ໃຫ້ທັນເວລາ ແລະ ການໃຫ້ອາຫານທີ່ດີຕໍ່ແບ້.