ເດັກນ້ອຍບ້ານພູແລ ໄດ້ກິນອາຫານທີ່ມີໂພຊະນາການ

Posting Date: 
28 Feb 2022

ເດັກນ້ອຍບ້ານພູແລ ໄດ້ກິນອາຫານທີ່ມີໂພຊະນາການ

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ບ້ານພູແລ ເປັນບ້ານຊົນເຜົ່າມົ້ງ ຢູ່ເມືອງຊໍາໃຕ້, ແຂວງຫົວພັນ  ຕັ້ງຫ່າງຈາກເທດສະບານເມືອງ ປະມານ 18 ກມ, ມີທັງໝົດ  56 ຫຼັງຄາເຮືອນ, ປະຊາກອນ 409 ຄົນ, ຍິງ 195 ຄົນ. ບ້ານດັ່ງກ່າວ ໄດ້ສ້າງຕັ້ງກຸ່ມໂພຊະນາການ ຂຶ້ນໃນວັນທີ 18 ເດືອນທັນວາ ປີ 2021, ປະຈຸບັນ ມີສະມາຊິກກຸ່ມໂພຊະນາການທັງໝົດ 32 ຄົນ ໃນນັ້ນແມ່ຍິງຖືພາ 9 ຄົນ, ແມ່ລູກອ່ອນ 0-5 ເດືອນ 7 ຄົນ ແລະ ເດັກ 6-23 ເດືອນ 16 ຄົນ.

ໃນວັນທີ 9 ກຸມພາ 2022, ​ກຸ່ມໂພຊະນາການ ບ້ານດັ່ງກ່າວ ໄດ້ເຮັດສາທິດການປຸ່ງແຕ່ງອາຫານ ຕົ້ມເຂົ້າປຽກ ໃຫ້ເດັກອາຍຸ 6-23 ເດືອນ ເຊິ່ງມີສ່ວນປະກອບທີ່ເດັກຜູ້ໜຶ່ງຈະໄດ້ບໍລິໂພກ ແປ້ງບົດ (ເຮັດມາຈາກເຂົ້າຈ້າວ+ຖົ່ວຂຽວ+ງາດໍາ) 50 ກະລາມ, ນໍ້ານົມ 125 ມິນລີລີດ ແລະ ມັນດ້າງ 50 ກະລາມ. ອາຫານດັ່ງກ່າວນີ້ ມີໂພຊະນາການດີ ຈະຊ່ວຍເຮັດໃຫ້ເດັກນ້ອຍມີສຸຂະພາບແຂງແຮງ ພ້ອມທັງມີລົດແຊບ ແລະ ມີກິ່ນຫອມອີກດ້ວຍ.

 

ການປຸງແຕ່ງອາຫານໃຫ້ເດັກອາຍຸ 6-23 ເດືອນ ໃນຮູບແບບດັ່ງກ່າວນີ້ ແມ່ນໄດ້ປະຕິບັດຢ່າງຕໍ່ເນື່ອງ 1 ຄັ້ງຕໍ່ອາທິດ ຢູ່ບັນດາບ້ານເປົ້າໝາຍ ຂອງໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນ 12 ເມືອງ ຂອງ 4 ແຂວງ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ).