ສໍາເລັດການຈັດຕັ້ງປະຕິບັດ 10 ໂຄງການຍ່ອຍ ແລະ ມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້

Posting Date: 
11 Apr 2022

ສໍາເລັດການຈັດຕັ້ງປະຕິບັດ 10 ໂຄງການຍ່ອຍ ແລະ ມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້

 

ໂດຍ: ທອງໂສ ສີລັດຕະນະວົງ, ຈັດຊື້-ຈັດຈ້າງ, ທລຍ ແຂວງສາລະວັນ

ໃນກາງເດືອນມີນາ ປີ 2022  ຫ້ອງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງສາລະວັນ ໄດ້ຮ່ວມກັບ ພະແນກ ກະສິກຳ ແລະ ປ່າໄມ້, ພະແນກ ແຜນການ ແລະ ການລົງທຶນ, ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກໂຍທາທິການ ແລະ ຂົນສົ່ງ ຕະຫຼອດຮອດການນຳເມືອງ ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ພ້ອມກັນລົງກວດກາ ແລະ ປະເມີນ ການກໍ່ສ້າງ 10 ໂຄງການຍ່ອຍ ພ້ອມທັງມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ.

ການຈັດຕັ້ງປະຕິບັດໂຄງການຍ່ອຍເຫຼົ່ານັ້ນ ແມ່ນໄດ້ຮັບການສະໜັບສະໜູນທຶນສົມທົບຂອງລັດຖະບານລາວ ໃນມູນຄ່າທັງໝົດ 2 ຕື້ກວ່າກີບ ເຊິ່ງໂຄງການຍ່ອຍດັ່ງກ່າວຢູ່ເມືອງຕຸ້ມລານ ປະກອບມີ ໂຄງການປັບປຸງເສັ້ນທາງ ບ້ານສະໂນ, ກຸ່ມກົກມ່ວງ, ມີຄວາມຍາວ 3 ກິໂລແມັດກວ່າ; ໂຄງການສະໜອງອຸປະກອນຕົບແຕ່ງໂຮງຮຽນ ຈຳນວນ 70 ຊຸດ ຢູ່ບ້ານນາກະຕາວ, ກຸ່ມຕຸ້ມລານ; ແລະ ໂຄງການກໍ່ສ້າງນ້ຳບາດານໃຊ້ແສງຕາເວັນ ຈຳນວນ 4 ບໍ່ ຢູ່ 4 ຄຸ້ມ ຂອງບ້ານໂພນງາມ, ກຸ່ມກະແຫລງ ເຊິ່ງລວມມູນຄ່າທັງໝົດ 691.545.000 ກີບ; ຢູ່ເມືອງຕະໂອ້ຍ ມີໂຄງການກໍ່ສ້າງໂຮງຮຽນປະຖົມ 2 ຫ້ອງ ບ້ານສ້ອຍຕາມ, ກຸ່ມຕະປືນ; ໂຄງການກໍ່ສ້າງໂຮງຮຽນປະຖົມ 2 ຫ້ອງ, ບ້ານລະຫາບທົ່ງ, ກຸ່ມໂຈະ; ໂຄງການກໍ່ສ້າງຊົນລະປະທານ ບ້ານປະເຕັມ, ກຸ່ມດູບ; ແລະ ໂຄງການກໍ່ສ້າງຊົນລະປະທານ ບ້ານດຶກດົງ, ກຸ່ມປະໂສມ,  ເຊິ່ງລວມມູນຄ່າທັງໝົດ 980.430.000 ກີບ; ຢູ່ເມືອງສະໝ້ວຍ ປະກອບມີ ໂຄງການກໍ່ສ້າງຊົນລະປະທານ ບ້ານອາສົກໃຫຍ່, ກຸ່ມ 3; ໂຄງການສ້ອມແປງໂຮງຣຽນປະຖົມ 3 ຫ້ອງ ບ້ານພີນເບ, ກຸ່ມ 2; ແລະ ໂຄງການສ້ອມແປງໂຮງຮຽນປະຖົມ 3 ຫ້ອງ ບ້ານຕາລໍໃຕ້, ກຸ່ມ 4 ເຊິ່ງລວມມູນຄ່າທັງໝົດ 665.910.000 ກີບ.