ສວນຄົວຕົວແບບສະມາຊິກ ກຸ່ມໂພຊະນາການ

Posting Date: 
11 Apr 2022

ສວນຄົວຕົວແບບສະມາຊິກ ກຸ່ມໂພຊະນາການ

ໂດຍ: ນາງ ເພັດສະໄໜ ເພັດສີງທອງ, ໂພຊະນາການ ທລຍ ເມືອງຫົວເມືອງ, ແຂວງຫົວພັນ

 

ໃນວັນທີ 16 ມີນາ 2022 ພະນັກງານ ທລຍ ຂັ້ນບ້ານ ສົມທົບກັບຄະນະ ກຸ່ມໂພຊະນາການ (ກພກ) ບ້ານສົ້ນຂົວ, ກຸ່ມສົບເລົ້າ, ເມືອງຫົວເມືອງ, ແຂວງຫົວພັນ ລົງຢ້ຽມຢາມສວນຄົວຂອງ ນາງ ຫຼ້ານ້ອຍ ທີ່ເປັນສະມາຊິກ ກພກ ເຊິ່ງໄດ້ຖືກຄັດເລືອກຈາກສະມາຊິກ ກພກ ພາຍໃນບ້ານ ໃຫ້ເປັນຄອບຄົວຕົວແບບດ້ານການເຮັດສວນຄົວ. ນາງ ຫຼ້ານ້ອຍ ໄດ້ຝຶກອົບຮົມການສ້າງສວນຄົວ ແລະ ການເຮັດຝຸ່ນບົ່ມ ຈາກກຸ່ມບໍລິການດ້ານກະສິກໍາ (CLICK) ທີ່ສະໜັບສະໜູນຈາກ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້. ພາຍຫຼັງທີ່ໄດ້ຮັບການຝຶກອົບຮົມ ນາງ ຫຼ້ານ້ອຍ ໄດ້ເລີ່ມສ້າງສວນຄົວໄວ້ບໍລິໂພກພາຍໃນຄອບຄົວຕົນເອງ ແລະ ເອົາໄປປະກອບສ່ວນເຂົ້າໃນການປຸງແຕ່ງອາຫານໃຫ້ແມ່ ແລະ ເດັກ ໃນເວລາຈັດກອງ ປະຊຸມ ແລະ ສາທິດການແຕ່ງກິນ ຂອງກຸ່ມໂພຊະນາການບ້ານ. ປະຈຸບັນ ໃນສວນຄົວຂອງ ນາງ ຫຼ້ານ້ອຍ ໄດ້ປູກຜັກທັງໜົດ 11 ຊະນິດ ຄື: ຜັກກາດ, ຜັກບົ້ງ, ຜັກຫົມ, ໝາກຖົ່ວພູ, ໝາກຖົ່ວແຮ, ຜັກສະລັດຍາວ, ຜັກສະລັດກອບ, ຜັກຫອມປ້ອມ, ຜັກຫອມບົ່ວ, ຜັກອີ່ຮຸມ, ແລະ ສົ້ມພໍດີ. ນາງ ຫຼ້ານ້ອຍ ໄດ້ກ່າວວ່າ: ພາຍຫຼັງໄດ້ເຂົ້າມາເປັນສະມາຊິກ ກພກ ຂ້ອຍມີຄວາມພາກພູມໃຈຫຼາຍທີ່ຕົນເອງມີຜັກໄວ້ບໍລິໂພກພາຍໃນຄອບຄົວຢ່າງພຽງພໍ ແລະ ໄດ້ກິນອາຫານຄົບ   ໝວດໝູ່, ຖືກຫຼັກໂພຊະນາການ ເຮັດໃຫ້ມີສຸຂະພາບແຂງແຮງ”.