ຝຶກອົບຮົມ ວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດເຫັນ ແລະ ແກ້ໄຂບັນຫາ

Posting Date: 
11 Apr 2022

ຝຶກອົບຮົມ ວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດເຫັນ ແລະ ແກ້ໄຂບັນຫາ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ ທລຍ ສູນກາງ

 

ໃນວັນທີ 23-24 ມີນາ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມ ວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດເຫັນ ແລະ ແກ້ໄຂບັນຫາ ຢູ່ເມືອງໃໝ່, ແຂວງຜົ້ງສາລີ ໂດຍການເປັນຄູຝຶກຂອງ ທ່ານ ແສງເພັດ ວັນນະວົງ, ຫົວໜ້າຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ, ວິຊາການຈາກຂະແໜງວິສະວະກໍາ, ຂະແໜງຕິດຕາມ-ປະເມີນຜົນຂອງ ທລຍ ສູນກາງ ແລະ ການເຂົ້າຮ່ວມຂອງຜູ້ຊ່ວຍຜູ້ປະສານງານ ທລຍ ຂັ້ນແຂວງ, ຫົວໜ້າທີມງານ ທລຍ ຂັ້ນເມືອງ, ພະນັກງານໂພຊະນາການເມືອງ ແລະ ບ້ານ, ຕະຫຼອດຮອດແນວລາວສ້າງຊາດຂັ້ນເມືອງໆເປົ້າໝາຍ ທລຍ ຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເຂົ້າຮ່ວມທັງໝົດ 41 ທ່ານ, ຍິງ 15 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບນະໂຍບາຍ ແລະ ວິທີການຈັດຕັ້ງປະຕິບັດວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດຄຳເຫັນ ແລະ ແກ້ໄຂບັນຫາ ຢູ່ຂັ້ນບ້ານ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມຝຶກອົບຮົມ ຈະນໍາໄປຝຶກອົບຮົມຕໍ່ໃຫ້ແກ່ຄະນະໄກ່ເກັ່ຍ ແລະ ທີມງານຈັດຕັ້ງປະຕິບັດຂັ້ນບ້ານ  ຢູ່ 100 ບ້ານເປົ້າໝາຍຊຸດທີ 1 ຂອງໂຄງການ ທລຍ 3 ໄລຍະທຶນເພີ່ມ ໃນ 6 ເມືອງ ຂອງແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ.

 

          ຜ່ານການຝຶກອົບຮົມເປັນເວລາ 2 ວັນເຕັມນັ້ນ ບັນດານັກສໍາມະນາກອນ ໄດ້ມີຄວາມຮູ້ຄວາມເຂົ້າໃຈເລີກເຊິ່ງກ່ຽວກັບ 10 ມາດຕະຖານທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ, 3 ຂອບນະໂຍບາຍ  ດ້ານສັງຄົມຂອງ ທລຍ (ນະໂຍບາຍຊົດເຊີຍ, ນະໂຍບາຍການພັດທະນາຊົນເຜົ່າ ແລະ ນະໂຍບາຍສົ່ງເສີມບົດບາດຍິງ-ຊາຍ) ແລະ ກົນໄກການສະແດງຄຳຄິດຄຳເຫັນ ແລະ ແກ້ໄຂບັນຫາ ເຊິ່ງທັງໝົດເຫລົ່ານີ້ແມ່ນແນໃສ່ສົ່ງເສີມການມີສ່ວນຮ່ວມເຂົ້າໃນການພັດທະນາ, ການໄດ້ຮັບຜົນປະໂຫຍດ ແລະ ຫຼີກລ້ຽງຜົນກະທົບ ທີ່ອາດຈະເກີດຂຶ້ນຈາກບັນດາການຊ່ອຍເຫຼືອຂອງ ທລຍ ຕໍ່ກັບປະຊາຊົນໃນບ້ານເປົ້າໝາຍຂອງ ທລຍ ໂດຍສະເພາະຜູ້ຍິງ, ຜູ້ທຸກຍາກ ແລະ ຊົນເຜົ່າ.